top of page
Search

ປະຫວັດຄວາມເປັນມາຂອງ ພຣະທາດພູສີ ແຫ່ງເມືອງມໍລະດົກໂລກ

  • Writer: Superphil Phil
    Superphil Phil
  • Jul 17, 2020
  • 1 min read

ປະຫວັດຄວາມເປັນມາຂອງ ພຣະທາດພູສີ ນະຄອນຫຼວງພະບາງ.

ນະຄອນຫລວງພະບາງຖືວ່າເປັນເມືອງທີ່ໜ້າທ່ຽວຊົມທີ່ສຸດຂອງປະເທດລາວ, ເພາະເປັນແຂວງທີ່ຍັງຄົງຮັກສາເອກະລັກອັນເກົ່າແກ່ຂອງປະເທດລາວແຕ່ສະໄໝກ່ອນໄວ້ໄດ້ທັງບູຮານສະຖານ ແລະ ຮີດຄອງປະເພນີອັນດີງາມທີ່ຍັງຫລົງເຫລືອ ແລະ ມີຢູ່ຈິງໃນປະຈຸບັນ, ພຣະທາດພູສີແຕ່ເດີມ ວັດນີ້ສ້າງຂື້ນໂດຍ ພຣະເຈົ້າອະນຸຣຸດ ໃນປີ 1804.

ພາບ: champapost.com

    ແມ່ນທາດທີ່ມີການກໍ່ສ້າງໃນຜັງສີ່ຫຼ່ຽມຍາວ ຍ້ອນເຫດຜົນສະຖານທີ່ຕັ້ງທີ່ພິເສດຢູ່ເທິງຈອມພູ ອົງພຣະທາດນີ້ຕັ້ງໃສ່ຕີນຖານສາມຖ້ານ ມີໃບເສມາຍອດດອກບົວປະດັບຢູ່ແຈ. ຢູ່ແຕ່ລະມູມຂອງພາກສ່ວນຕົ້ນຕໍຂອງອົງທາດນັ້ນ ປະດັບດ້ວຍເສກກະສັດທີ່ເຮັດດ້ວຍທອງເຈັດຂັ້ນສີ່ອັນ. ຕັ້ງແຕ່ຕີນຮອດຈອມທາດ ແທກໄດ້ 21ແມັດ, ເດີ່ນລະບຽງທີ່ຍື່ນອອກມາຈາກຕີນທາດ ເຮັດໃຫ້ສາມາດຫຼຽວເຫັນທັດສະນີຍະພາບອັນງົດງາມສຸດທີ່ຈະພັນລະນາໄດ້ຂອງເມືອງຫຼວງ ພຣະບາງ. ເປັນສະຖານທີ່ຊົມວິວທິວທັດຂອງເມືອງໄດ້ເຖິງ 360 ອົງສາ ເຫັນຄວາມສວຍງາມໄດ້ທຸກມູມຂອງຫຼວງພຣະບາງ. ນອກນັ້ນ, ຍັງສາມາດເຫັນທິວທັດທຳມະຊາດ ຈຸດໄຫຼພົບຂອງສາຍນຳ້ຂອງ ແລະ ສາຍນ້ຳຄານ.

ນອກນັ້ນ, ຍັງເປັນສະຖານທີ່ຊົມຕາເວັນຕົກດິນທີ່ສວຍງາມ ເຊິ່ງບໍ່ມີແຫ່ງໃດຈະທຽບໄດ້, ກຸ້ມຄ່າແທ້ກັບການທີ່ຕ້ອງຍ່າງຂື້ນໄປຕາມຂັ້ນໄດສູງຊັນເຖິງ 328 ຂັ້ນ ແລະ ຂັ້ນໄດນີ້ໄດ້ມີການບູລະນະສ້ອມແປງວັດນີ້ເປັນເທື່ອທຳອິດໃນປີ 1914, ຕໍ່ມາແມ່ນປີ 1936 ເຊີ່ງໃນໂອກາດດັ່ງກ່າວເພິ່ນໄດ້ສ້າງຂັ້ນໄດ ຈຳນວນ 328 ຂັ້ນ ໃສ່ຕື່ມ. ມາຮູ້ຈັກປະຫວັດຄວາມເປັນມາຂອງພຣະທາດພູສີ ຫລວງພະບາງ ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page