top of page
Search

ປະຫວັດຄວາມເປັນມາ ເມືອງຊວາ ແຫ່ງນະຄອນຫຼວງພະບາງ

  • Writer: Superphil Phil
    Superphil Phil
  • Mar 30, 2020
  • 1 min read

ນັກບູຮານຄະດີໄດ້ຄົ້ນພົບວ່າ ພວກມອນ ຂະແມ ກໍ່ອາດມີອິດທິພົນທາງການເມືອງ ທີ່ຄຸມໄປເຖີງດິນຕອນນີ້ ຈື່ງມີເລື່ອງ ເມັງ ມອນ ຂອມ ກ່າວໃນເລື່ອງທ້າວຮຸ່ງທ້າວເຈືອງ ຕີເອົາເມືອງຊວາ ສຳຫລັບກຸ່ມໄຕລາວແມ່ນກຸ່ມຄົນທີ່ເວົ້າພາສາໄຕ ກຸ່ມຄົນນີ້ຢູ່ດິນເມືອງຊຽງດົງຊຽງທອງມາດົນນານໂດຍປະປົນກັບພວກລາວະ ຕໍ່ມາໄດ້ມີບົດບາດການເມືອງຂຶ້ນພາຍ ຫລັງຂຸນລໍມາຕີເອົາເມືອງຊວາເມື່ອປະມານ ສະຕະວັດທີ່ VIII.

ພາບ: xadlaos.com


ຈາກຕຳນານບູຮານຄືພື້ນຂຸນບໍຣົມ ພົງສາວະດານຫລວງພະບາງແລະ ຫນັງສືອຸຣັງຄະທາດ ກ່າວວ່າ ເມືອງຫລວງພະບາງ ເດີມແທ້ນັ້ນຊື່ວ່າເມືອງຊວາ ຫລື ຊະວາ ຕາມວົງກະສັດອົງ 1 ຊື່ວ່າ ນັນທາ ໄດ້ເປັນໃຫຍ່ປົກຄອງເປັນຄັ້ງທຳອິດເຊີ່ງເລື່ອງເລົ່າກັນມາມີດັ່ງນີ້:

ມີຍັກຕົນໜຶ່ງ ຊື່ວ່າ ນັນທາ ມາຈາກເມືອງລົງກາໄດ້ເປັນໃຫຍ່ຍູ່ເມືອງຊວາ ຕໍ່ມາເມື່ອນັນທາຕາຍແລ້ວ ເມັຍນັນທາຊື່ວ່າ ນາງ ພາລາເທວີ ໄດ້ໄປແຕ່ງດອງກັບເຈົ້າ ອິນທະປັດຖານະຄອນແລະນາງ ກາງຮີ ລູກສາວນາງພາລາເທວີ ໄດ້ໄປເອົາກັບທ້າວພຸດທະເສນ ລູກຊາຍຂອງເຈົ້າພະຍາເມືອງອິນທະປັດຖານະຄອນແລ້ວມາເປັນໃຫຍ່ຢູ່ເມືອງຊວາສືບມາ.

ພາບ: xadlaos.com


ພາຍຫລັງວົງກະສັດ”ນັນທາ“ທີ່ເປັນໃຫຍ່ຢູ່ເມືອງຊວາສີ້ນສຸດລົງແລ້ວ ວົງກະສັດທີ່ 2 ແມ່ນ ວົງ”ພະຍານາກ” ໄດ້ຂຶ້ນມາເປັນໃຫຍ່ຢູ່ເມືອງຊວາສືບມາ ວົງພະຍານາກນີ້ກໍ່ສືບເນື່ອງມາ ຈາກວົງນັນທາຕຳນານອຸຣັງຄະທາດກ່າວວ່າ ວົງຕະກູນພະຍານາກນີ້ມີຖິ່ນຖານດັ່ງເດີມຢູ່ບໍລິເວນ ຫນອງກະແສແສນຍ່ານກໍ່ຄືຕາມໂຫລ້ງແມ່ນຳ້ຂອງແລະສາຂາແມ່ນຳ້ຂອງ ແມ່ນຳ້ຂອງແມ່ນບໍລິເວນ ”ພູກາງສີ” ພູສີແຂວງຫລວງພະບາງ ສີໂຄດຕະບອງ ຫນອງຫານຫລວງ (ສາກົນນະຄອນ) ແລະຫນອງຫານນ້ອຍ (ອຸດອນທານີ).

ເມື່ອວົງພະຍານາກສີ້ນສຸດລົງ ວົງ ”ຈັນທະພານິດ” ໄດ້ເປັນໃຫຍ່ຍູ່ເມືອງຊວາແທນ ຈາກພົງສາວະດານເມືອງຫລວງພະບາງໄດ້ກ່າວໄວ້ວ່າ ຈັນທະພານິດ ແມ່ນພໍ່ຄ້າ ຂື້ນໄປຈາກວຽງ ຈັນ ໄດ້ເປັນໃຫ່ຍ ປົກຄອງເມືອງຊວາຕໍ່.

ພາບ: xadlaos.com


ພະຍາລັງທິລາດເປັນຜູ້ທີ່ 23 ຄອງບັນລັງລະຫວ່າງປິ 1271-1316

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

ແຫລ່ງ​ທີ່​ມາ: xadlaos.com

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page