top of page
Search

ປະຫວັດຄວາມເປັນມາ ພະທາດຕຸມພະວັງ

  • Writer: Superphil Phil
    Superphil Phil
  • Mar 30, 2020
  • 1 min read

ພຣະທາດຕຸມພະວັງ ປະດິດສະຖານຢູ່ ວັດບ້ານນາວາງໃຫ່ຍ ເມືອງໜອງບົກ ແຂວງຄຳມ່ວນ ຫ່າງຈາກຕົວເທດ ສະບານເມືອງທ່າແຂກ ໄປທາງໃຕ້ລຽບທາງແຄມຂອງປະມານ 27 ກິໂລແມັດ ເຊິ່ງວັດບ້ານນາວາງແມ່ນຕັ້ງຢູ່ຕິດແຄມນ້ຳເຊບັ້ງໄຟ.

ພາບ: xadlaos.com


ທຸກໆປີຂອງບຸນເຂົ້າຈີ່ ເດືອນສາມເພັງ ບຸນມາຄະບູຊາ ຊາວບ້ານຊາວເມືອງ ຈະເຕົ້າໂຮມກັນເຮັດບຸນນະມັດ ສະ ການພຣະທາຕຸຕຸມພະວັງ ແຫ່ງນີ້ ພ້ອມກັບບຸນນະມັດສະການພຣະທາຕຸສີໂຄດຕະບອງ (ຄຳມ່ວນ) , ພຣະທາຕຸພະນົມ ( ຈັງຫວັດນະຄອນພະນົມ) , ພຣະທາຕຸໂຜ່ນ (ສະຫວັນນະເຂດ) , ທາຕຸນາງລາວ ( ສະຫວັນນະເຂດ) , ທາຕຸນາດູ່ ( ສາລະວັນ) ແລະຜາສາດຫິນວັດພູຈຳປາສັກ

ທາດຕູມພະວັງ ” ເຊິ່ງມີຄວາມໝາຍວ່າ: “ສະພາບທີຊົງໄວ້” ໃນອົງພຣະທາຕຸຕຸມພະວັງ ນີ້ແມ່ນມີ “ອັດຖິ” ຂອງພຣະອໍຣະຫັນຕະທາຕຸຢູ່ 4 ອົງ , ( 3 ອົງ=ໜ່ວຍຫມາກທັນ ສີຂາວໆ, ອີກອົງຫນຶ່ງ=ເມັດສາລີ )

ນອກນັ້ນຝຸ່ນອັດຖິທາຕຸຢູ່ໃນອູບຄຳນັ້ນອີກດ້ວຍ ນອກນີ້ຍັງມີພຸດທະຮູບທີສິ່ງສັກສິດ ທີ່ຢູ່ໃນອົງທາຕຸແຫ່ງນີ້ຫຼາຍໆຢ່າງ

ສ່ວນພຣະທາຕຸຕູມພະວັງ ຕັ້ງຫຍັບຂຶ້ນມາຈາກ ອານາຈັກສີໂຄດຕະບອງ ບໍເຖິງ 10 ກິໂລແມັດ ບາງເທື່ອອາດແມ່ນສ້າງສະໄຫມດຽວກັນ ຍ້ອນວ່າ ຕັ້ງຢູ່ໃກ້ກັບພຣະທາຕຸພະນົມ ບໍເຖິງ 10 ກີໂລແມັດ

ພາບ: xadlaos.com


ຕາມຄວາມເຊື່ອ ໃນສະໄຫມແຕ່ກ່ອນນັ້ນແມ່ນມີ ຜູ້ທີ່ນຳເອົາ ອັດຖິທາຕຸ-ອໍຣະຫັນຕະທາຕຸມາ ( ອັດຖິທາຕຸສ່ວນຫົວອົກຂອງພຣະສັມມາສັມພຸທທະເຈົ້າ ມາປະດິດສະຖານຕັ້ງໄວ້ທີ່ ພູກຳພ້າ ປັດຈຸບັນນີ້ເອີ້ນວ່າ: “ພຣະທາດພະນົມ” ສ່ວນອັດຖິທາຕຸຂອງພຣະອໍລະຫັນຕະທາຕຸ ແມ່ນເພິ່ນໄດ້ຖວາຍມອບໃຫ້ ອຸບາສົກ-ອຸບາສີກາ ຜູ້ມີສັດທາໄປຊ່ວຍສ້າງພຣະທາຕຸພະນົມໃນຄາວນັ້ນ ໃຫ້ນຳມາກໍ່ສ້າງພຣະທາຕຸກວາມໄວ້ທີ່ເຄິ່ງເມືອງຕຸມພະວັງ ເຊິ່ງປັດຈຸບັນນີ້ແມ່ນບ້ານນາວາງ ເມືອງຫນອງບົກ ແຂວງຄຳມ່ວນ

ກ່ອນສ້າງທາຕຸຕຸມພະວັງ ອົງນີ້ ຍັງມີອຸປາສົກ-ອຸປາສີກາ ຈາກຊາວບ້ານດົງເທິງ ແລະ ບ້ານດົງທ່າ, ເມືອງຄັນທະບູລີ, ແຂວງສະຫວັນນະເຂດ ໄດ້ ປ່າວເຕືອນກັນ ເພື່ອໄປຊ່ວຍສ້າງທາດພະນົມ ເມື່ອຕົກລົງປົງໃຈກັນແລ້ວ ຈຶ່ງໄດ້ພາກັນອອກຈາກບ້ານແລ້ວ ກໍ່ຢ່າງລົງມາຫາທ່າຂ້າມເຊບັ້ງໄຟມາແວ່ ເຊົາທີ່ບ້ານນາວາງ ເພື່ອເວລາຈະອອກເດີນທາງຕໍ່ໄປ ສູ່ທ​າຕຸພະນົມນັ້ນ ຈຶ່ງໄດ້ປ່າວເຕືອນ ຊັກຊວນເຖົ້າແກ່ອຸບາສົກ, ອຸບາສີກາທັງຫຼາຍໃນບ້ານນີ້ໄປ ຊ່ວຍສ້າງທາຕຸນຳພຣະຍາທັງ 5 ເມື່ອໄປເຖິງແລ້ວ ກໍ່ໄດ້ພາກັນຊ່ວຍຂົນຫີນແຮ່, ຫີນຊາຍ, ດິນໜຽວ, ປັ້ນດິນຈີ່, ເຜົາດິນຈີ່, ຂົນດິນຈີ່ ແລະ ປູນຂາວ ນ້ຳແຊ່ໜັງ, ແຊ່ຢາງໂບງ, ອອກກຳລັງກາຍຊ່ວຍສ້າງພຣະທາດພະນົມ ພໍສົມຄວນແກ່ກຳລັງເຫື່ອແຮງແລ້ວ ກໍ່ໄດ້ອຳລາພາຈາກເພື່ອນ ຝູງມິດສະຫາຍ ທີ່ມາຈາກ ສາລະທິດ ເພື່ອຊ່ວຍສ້າງພະທາດພະນົມນັ້ນ ຂ້າມຂອງຄືນເມືອເຊົາຢູ່ບ້ານນາວາງ ອັນເປັນບ່ອນເຄີຍພັກເຊົາໄປມາ.

ພາບ: xadlaos.com


ໃຜໄດ້ໄປຄຳມ່ວນໃນໄລຍະບຸນມາຄະບູຊາ ຢ່າລືມໄປຂາບໄຫວ້ ທັງ 3 ແຫ່ງ ຄື : ພຣະທາຕຸສີໂຄດຕະບອງ , ພຣະທາຕຸຕຸ້ມພະວັງ ແລະພຣະທາຕຸພະນົມ ເພື່ອເປັນສິຣິມຸງຄຸລແກ່ຕົນເອງ ຄອບຄົວ ເພື່ອນມິດ ແລະບ້ານເມືອງ ເພາະພຣະທາຕຸທັງສາມແມ່ນຢູ່ໃກ້ໆກັນ ໄປມາສະດວກສະບາຍ…

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

ແຫລ່ງ​ທີ່​ມາ: xadlaos.com

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page