ປະເທດເພືອນບ້ານຊ່ວຍເຫຼືອອຸປະກອນການແພດ ຕ້ານໂຄວິດ-19 ແກ່ລາວ
- Superphil Phil
- Apr 8, 2020
- 1 min read
ສສ ຫວຽດນາມ ຊ່ວຍເຫຼືອອຸປະກອນການແພດ ຕ້ານພະຍາດໂຄວິດ-19 ແກ່ລາວ
ໃນວັນທີ 4 ເມສາ 2020 ທີ່ສະໜາມບິນສາກົນວັດໄຕ ນະຄອນຫລວງວຽງຈັນ ໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫຼືອອຸປະກອນການແພດ ຈາກລັດຖະບານ ແລະ ປະຊາຊົນ ຫວຽດນາມ ໃຫ້ແກ່ລັດຖະບານ ແລະ ປະຊາຊົນລາວ ເພື່ອປ້ອງກັນ ແລະ ຕ້ານພະຍາດໂຄວິດ-19 ຢູ່ພາຍໃນປະເທດ.
ເຄື່ອງຊ່ວຍເຫຼືອດັ່ງກ່າວປະກອບມີ: ຜ້າອັດປາກ 330.000 ອັນ, ຊຸດກັນພະຍາດ 1.000 ຊຸດ, ເຄື່ອງຈັກທີ່ຈຳເປັນ 3 ເຄື່ອງ ແລະ ອຸປະກອນການແພດອື່ນໆ ລວມມູນຄ່າຫຼາຍກວ່າ 300.000 ໂດລາສະຫະລັດ.

ພາບ: targetlaos.com
ໃຫ້ກຽດຕາງໜ້າມອບໂດຍ ທ່ານ ຫງວຽນ ບ່າ ຮຸ່ງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສສ. ຫວຽດນາມ ປະຈຳ ສປປ ລາວ ແລະ ຕາງໜ້າຮັບໂດຍ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19.
ເຄື່ອງຊ່ວຍເຫຼືອດັ່ງກ່າວ ໄດ້ມາຮອດສະໜາມບິນສາກົນວັດໄຕ ຫຼັງທ່ຽງຄືນຂອງວັນທີ 3 ເມສາ 2020 ໂດຍສາຍການບິນພິເສດຂອງຫວຽດນາມ, ທັງໝົດນີ້ ເປັນການປະກອບສ່ວນອັນສໍາຄັນໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສປປ ລາວ ແລະ ສສ. ຫວຽດນາມ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ. ຫວຽດນາມ ຊ່ວຍເຫຼືອອຸປະກອນການແພດ ຕ້ານໂຄວິດ-19 ແກ່ລາວ
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Comments