top of page
Search

ປະ​ຫວັດຄວາມເປັນມາ​ຂອງ​ພະ​ທາດ​ປູມ​ປຸກ ເມືອງຫຼວງນ້ຳທາ

  • Writer: Superphil Phil
    Superphil Phil
  • May 12, 2020
  • 1 min read

Updated: May 13, 2020

ປະ​ຫວັດ​ຂອງ​ພະ​ທາດ​ປູມ​ປຸກ ພະ​ທາດ​ທີ່​ເກົ່າ​ແກ່​ທີ່​ສຸດ ທີ່​ຫລວງ​ນ້ຳ​ທາ.

ພະທາດປູມປຸກ ແມ່ນພະທາດທີ່ເກົ່າແກ່ທີ່ສຸດ ຂອງເມືອງຫຼວງນ້ຳທາ, ສ້າງຂຶ້ນ ໃນປີ ຄສ 1628 ເພື່ອເປັນສັນຍາລັກແຫ່ງມິດຕະພາບ ລະຫວ່າງ ເມືອງຫົວທາ ແລະ ເມືອງຊຽງແສນ. ພະທາດດວງເກົ່າໄດ້ຖືກຍົນ ອາເມລິກາ ຖິ້ມລະເບີດທຳລາຍ ໃນປີ 1966. ປະຈຸບັນ ຍັງມີຮ່ອງຮອຍເສດເຫຼືອຢູ່ ຂ້າງພະທາດດວງໃໝ່.

ພາບ: ​: laogov.gov.la

ອິງຕາມປະຫວັດສາດ ເມືອງຫຼວງຫົວທາ ບັນທຶກໄວ້ວ່າ: ມາເຖິງເດືອນ 6 ອອກໃໝ່ 13 ຄ່ຳ ປີ ເປິກສີ ຈສ 990 ຄສ 1628 ກົງກັບປີ ພສ 2171 ແມ່ນພະຍານາແລຕາໄຟທີ່ປົກຄອງເມືອງຊ້າຍ ຈັນທະບູລີ ແລະ ພະຍາ ສີສຸໂທທະນະ ທຳມີກະລາຊາ ແຫ່ງເມືອງຊຽງແສນ ໄດ້ຕົກລົງ ເຫັນດີນຳກັນ ໄດ້ນຳເອົາໄພ່ພົນ ທັງສອງເມືອງມາເມືອງຫຼວງຫົວທາ ເພື່ອກໍ່ສ້າງ ພະທາດຜູກໄມຕີກັນຂຶ້ນ 2 ດວງຄື:ດວງທີ 1: ສ້າງຂຶ້ນຢູ່ເທິງພູ ທາງທິດຕາເວັນຕົກສຽງເໜືອ ຂອງເມືອງຫຼວງຫົວທາ;ພະທາດດວງນີ້ ແມ່ນສ້າງຂຶ້ນໂດຍ ພະຍາສີສຸໂທທະນະ ທຳມີກະລາຊາ ເຈົ້າຜູ້ປົກຄອງ ເມືອງຊຽງແສນ ແລະ ຕັ້ງນາມພະທາດດວງນີ້ວ່າ “ພະທາດພູກຸກ ຫຼື ພະທາດພູປຸກ” ແຕ່ມາໃນໄລຍະຕໍ່ມາ ເອີ້ນວ່າ “ພະທາດປູມປຸກ ອິນທະລົງກາຣາຊາທະນີ” ມາຈົນເຖິງປະຈຸບັນ.ດວງທີ 2: ແມ່ນສ້າງຂຶ້ນຢູ່ເທີງພູ ທີ່ມີຊື່ວ່າ “ພູຜາສາດ” ຕັ້ງຢູ່ ທາງທິດຕາເວັນອອກສ່ຽງເໜືອ ຂອງເມືອງຫຼວງຫົວທາ, ປະຈຸບັນ ບໍລິເວນດັງກ່າວ ແມ່ນຫ່າງຈາກ ບ້ານນ້ຳທຸງ 2 ກິໂລແມັດ ພະທາດດວງນີ້ ແມ່ນສ້າງຂຶ້ນໂດຍ ພະຍານາແລຕາໄຟ ຜູ້ປົກຄອງ ເມືອງຊ້າຍຈັນທະບຸລີ ແຫ່ງອານາຈັກລ້ານຊ້າງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page