top of page
Search

"ປ່າຫີນ"ແຂວງອຸດົມໄຊ ອີກໜື່ງສະຖານທີ່ທ່ອງທ່ຽວ ທີ່ດຶງດູດນັກທ່ອງທ່ຽວໄດ້ເປັນຢ່າງດີ.

  • Writer: Superphil Phil
    Superphil Phil
  • Jun 26, 2020
  • 1 min read

ປ່າຫີນ ເມືອງຮຸນ ອ​ຸ​ດົມ​ໄຊ ອີກໜຶ່ງທ່າແຮງການທ່ອງທ່ຽວ.

ດັ່ງ​ທີ່​ຮູ້​ກັນ​ດີ​ວ່າ​ ອຸ​ດົມ​ໄຊ ກໍ່​ເປັນ​ແຂວງ​ໜຶ່ງ​ທີ່​ມີ​ແຫລ່ງ​ທ່ອງ​ທ່ຽວ​ຫລາຍ, ໃນ​ນັ້ນ ປ່າຫີນກໍ່​ແມ່ນ​ໜຶ່ງ​ໃນ​ແຫລ່ງ​ທ​່ອງ​ທ່ຽວເຊິ່ງເປັນລານຫີນກວ້າງຢູ່ໃນເຂດພື້ນທີ່ເມືອງຮຸນ ແຂວງອຸດົມໄຊ ຫຼາຍຄົນທີ່ໄດ້ໄປເຫັນ ເວົ້າເປັນສຽງດຽວກັນວ່າ: ຖ້າຫັນເອົາເຂດນີ້ພັດທະນາໃຫ້ກາຍເປັນເຂດອຸທິຍານປ່າຫີນງາມ ເພື່ອດຶງດູດນັກທ່ອງທ່ຽວ ແລະ ຍົກໃຫ້ເປັນສະຖານທີ່ທ່ອງທ່ຽວທາງທຳມະຊາດຂອງເມືອງຮຸນ ກໍ່ຄື ແຂວງອຸດົມໄຊ ຈະສາມາດດຶງດູດນັກທ່ອງທ່ຽວໄດ້ເປັນຈຳນວນບໍ່ໜ້ອຍ.

ຈາກລານຫີນທີ່ກວ້າງຂວາງເກີດຈາກການກັດເຊາະເນື້ອດິນ ແລະ ຫີນ ໃນສ່ວນທີ່ຈັບໂຕກັນ ຢ່າງເບົາບາງຫຼຸດອອກໄປ ຫຼາຍເດືອນຫຼາຍປີ ຈຶ່ງເຮັດໃຫ້ເກີດໂຂດຫີນທີ່ມີຮູບຮ່າງລັກສະນະແຕກຕ່າງກັນໄປ​ຫລາຍໆ​ລັກ​ສະ​ນະ ເຊິ່ງເຮັດ​ໃຫ້​ຫີນ​ເຫລົ່າ​ນີ້ມີ​ລວດ​ລາຍ​ງາມ​ເຊິ່ງ​ທຳ​ມະ​ຊາດ​ໄດ້​ສ້າງ​ຂື້ນ​ມາ, ປ່າ​ຫີນ​ເຫລົ່າ​ນີ້ເບິ່ງແລ້ວມີຄວາມງົດງາມ ແລະ ໜ້າອັດສະຈັນ​ຫລາຍ, ໃນປ່າຫີນແຫ່ງ​ນີ້​ຍັງປະກອບດ້ວຍຕົ້ນໄມ້ຫລາກ​ຫລາຍທີ່ແຕກຕ່າງກັນໄປທັງ​ຕົ້ນ​ໄມ້​ໃຫຍ່ ແລະ ນ້ອຍ ຕາມສະພາບພື້ນທີ່ ແລະ ລະດັບຄວາມສູງ​ຂອງ​ມັນ, ໄດ້​ເຫັນ​ແລ້ວ​ຮູ້​ສືກ​ປະ​ທັບ​ໃຈ​ຫລາຍ.​

ພາບຈາກທ່ອງທ່ຽວອຸດົມໄຊ.

ສະຖານທີ່ແຫ່ງນີ້ແມ່ນອຸດົມສົມບູນໄປດ້ວຍທຳມະຊາດ ຖ້າຫາກພັດທະນາເຂດນີ້ ໃຫ້ກາຍເປັນ ແຫຼ່ງທ່ອງທ່ຽວ ພ້ອມທັງສ້າງສິ່ງອຳນວຍຄວາມສະດວກຕ່າງໆ ບໍ່ວ່າຈະເປັນສະຖານທີ່ຈອດລົດ, ເສັ້ນທາງເຂົ້າເຖິງ, ຮ້ານຄ້າ ຮ້ານອາຫານ, ຫ້ອງນ້ຳ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ພ້ອມທັງກິດຈະກຳທີ່ສາມາດດຶງດູໃຫ້ຜູ້ຄົນເຂົ້າມາ ຮັບຮອງວ່າ ປ່າຫີນ ແຫ່ງນີ້ ຈະກາຍເປັນອີກສະຖານທີ່ ໜຶ່ງ ທີ່ສ້າງລາຍໄດ້ໃຫ້ກັບຂະແໜງການທ່ອງທ່ຽວ ແລະ ປະຊາຊົນບໍລິເວນນັ້ນ.

ປ່າຫີນ ຈະກາຍເປັນແຫຼ່ງທ່ອງທ່ຽວທີ່ສຳຄັນທາງທຳມະຊາດອີກແຫ່ງໜຶ່ງຂອງເມືອງຮຸນ ມີຄວາມສວຍງາມເປັນເອກະລັກສະເພາະທີ່ທຳມະຊາດສ້າງຂຶ້ນ ທີ່ຍັງຄົງຮັກສາຄວາມອຸດົມສົມບູນ ຂອງທຳມະຊາດ ໄວ້ເປັນຢ່າງດີ.


ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ FacebookDoodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page