ປິດສະໜາທົ່ງໄຫຫີນສະຖານທີ່ທ່ອງທ່ຽວຊຽງຂວາງ
- Superphil Phil
- Apr 21, 2020
- 1 min read
ທົງໄຫຫີນ ອະລິຍະທໍາທາງປະຫວັດສາດ ແລະ ຍັງຄົງຮັກສາເງື່ອນງໍາທີ່ປິດສະໜາຢູ່
ດັ່ງທີ່ເຮົາໄດ້ຮູ້ໄດ້ເຫັນກັນມາແລ້ວ, ທັງໄດ້ໄປສຳພັດຕົວຈິງ ແລະ ໃນຮູບພາບ ຫລື ໃນສື່ຕ່າງໆ, ທົ່ງໄຫຫີນ ແມ່ນອີກສະ ຖານທີ່ທ່ອງທ່ຽວສໍາຄັນໜຶ່ງ ທີ່ ແລະ ມີ ປະຫວັດສາດອັນຍາວ ນານ ແລະ ສ້າງຄວາມງຶດງໍ້ ອັດ ສະຈັນໃຫ້ແກ່ມະນຸດເຮົາ.
ພາບ: laophattananews.com
ທົ່ງໄຫຫີນປະກອບມີ ສາມ ກຸ່ມດ້ວຍກັນເຊັ່ນ: ກຸ່ມທີໜຶ່ງ ຕັ້ງຢູ່ຫ່າງຈາກຕົວເມືອງ ໂພນ ສະຫວັນ ໄປທາງທິດຕາເວັນ ຕົກ ປະມານ 8 ກິໂລແມັດ ,
ໂດຍ ມີໄຫຫີນໃຫຍ່-ນ້ອຍຢັງຢາຍຢູ່ 334 ໜ່ວຍ ແລະ ໜ່ວຍທີ່ ໃຫຍ່ ທີ່ສຸດຕັ້ງຢູ່ເທິງໂນນພູ ດ້ານຂວາມື,
ແລະ ອອ້ມຮອບບໍລິເວນທົ່ງ ໄຫຫີນແຫ່ງ ນີ້ມີທິວທັດທໍາມະ ຊາດອັນສວຍສົດງົດງາມ,ເຊິ່ງ ແນມໄປເຫັນ ສະໜາມບິນ, ກອງ ບັນຊາການກອງທັບອາກາດ ແລະ ຕົວເມືອງໂພນສະຫວັນ ຢ່າງຈະແຈ້ງ.ສ່ວນດ້ານ ຂວາມື ຈະມີຂັ້ນໄດຍ່າງລົງໄປຫາທົ່ງ ໄຫຫີນອີກຈຸດໜຶ່ງ, ເຊິ່ງຢູ່ທາງ ດ້ານຊ້າຍມືກໍຈະເຫັນໄຫຫີນ ຢັງຢາຍກັນຢູ່ຕາມທົ່ງຫຍ້າຢ່າງຫຼວງຫຼາຍ.
ຖັດລົງມາທາງດ້ານ ຊ້າຍມືກໍຈະເຫັນຖໍ້າສູງປະມານ 60 ແມັດ, ແຕ່ບໍ່ເລິກປານໃດ ສາມາດບັນຈຸຄົນໄດ້ປະມານ 50-60ຄົນ, ເຊິ່ງເມື່ອກ່ອນເຄີຍ ເປັນບ່ອນລີ້ໄພສົງຄາມຂອງ ຊາວເມືອງຊຽງຂວາງ ແລະ ເປັນຄັງສາງເກັບມ້ຽນອາວຸດ ແລະ ເຊື້ອເພີງ.
ຢູ່ບໍລິເວນ ອອ້ມເດີ່ນທົ່ງໄຫຫີນແຫ່ງນີ້ ຈະເຫັນຮ່ອງຮອຍການຂຸດ ຂຸມຄອງລີ້ໄພເພື່ອປ້ອງກັນ ການໂຈມຕີທາງອາກາດ ແລະ ມີຂຸມລະເບີດ ຂະໜາດ ໃຫຍ່ຫຼາຍຂຸມຕະຫຼອດຮອດ ໄຫຫີນທີ່ຖືກແຕກກະແຈກ ກະຈາຍຈາກລູກລະເບີດ ຂອງເຮືອບິນສັດຕູໃນສະໄໝ ສົງຄາມ.
ກຸ່ມທີສອງ ແມ່ນທົ່ງໄຫຫີນ ທີ່ຕັ້ງຢູ່ຖັດຈາກເມືອງໂພນສະ ຫວັນລົງມາທາງທິດໃຕ້ປະ ມານ 25 ກິໂລແມັດ, ເຊິ່ງໄດ້ ກວມ ເອົາໂນນພູສອງໜ່ວຍ ແລະ ເຮົາສາມາດແນມເຫັນ ໄຫຫີນຢັງຢາຍໄປເຕັມທົ່ງ ຫຍ້າມີເຖິງ 92 ໜ່ວຍ. ອອ້ມ ຮອບບໍລິເວນແຫ່ງນີ້ ມີປ່າໄມ້ ອັນຂຽວສົດງົດງາມ ແລະ ຮົ່ມເຢັນດີ ເຮັດໃຫ້ອາກາດເຂດ ນີ້ປອດໂປ່ງສົດໃສ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
留言