top of page
Search

ປີ 2020 ບໍລິສັດ ເພັດສະຫວ່າງ ຕັ້ງເປົ້າສົ່ງອອກກາເຟປີນີ້ 9 ພັນກວ່າໂຕນ

  • Writer: Superphil Phil
    Superphil Phil
  • May 16, 2020
  • 1 min read

ບໍລິສັດ ເພັດສະຫວ່າງ ຕັ້ງເປົ້າສົ່ງອອກກາເຟປີນີ້ 9 ພັນກວ່າໂຕນ

ຕາມ​ການ​ລາຍ​ງານ​ໜັ່ງ​ສື​ພິມ​ເສດ​ຖະ​ກິດ​ໃຫ້​ຮູ້​ວ່າຕະຫຼາດກາເຟໂລກ ນັບແຕ່ທ້າຍປີ 2019 ຈົນເຖິງປັດຈຸບັນເຫັນວ່າມີບັນຍາກາດດີຫຼາຍສົມຄວນ ເຮັດໃຫ້ມີຄວາມຕ້ອງການເພີ່ມຂຶ້ນໃນຕະຫຼາດອາຊີ ແລະ ເອີຣົບ ໄດ້ສົ່ງຜົນດີຕໍ່ກັບຜູ້ປະກອບການຂອງລາວທີ່ເປັນຜູ້ຜະລິດ ແລະ ສົ່ງອອກ ເຊິ່ງ ບໍລິສັດ ເພັດສະຫວ່າງ ຮ່ວມພັດທະນາກາເຟ ກໍເປັນໜຶ່ງໃນບໍລິສັດຜູ້ສົ່ງອອກລາຍໃຫຍ່ຂອງລາວ.

ທ່ານ ສີສຸກ ວົງພັກດີ ຜູ້ອໍານວຍການ ບໍລິສັດ ເພັດສະຫວ່າງ ຮ່ວມພັດທະນາກາເຟ, ທັງເປັນຄະນະບໍລິຫານງານກາເຟລາວ ໃຫ້ສໍາພາດວ່າ: ປັດຈຸບັນ ກາເຟລາວ ເປັນທີ່ຕ້ອງການຫຼາຍຈາກຕ່າງປະເທດ ເຊິ່ງຄົນລາວເຮົາກໍສາມາດຜະລິດກາເຟຄຸນນະພາບ ສາມາດຈຳໜ່າຍໃນຕະຫຼາດໂລກໄດ້ ເນື່ອງຈາກມີຕະຫຼາດຮອງຮັບຢູ່ແລ້ວ ເຊິ່ງການລົງທຶນໃສ່ການປູກກາເຟອາດຈະໃຊ້ເວລາ 3 ປີເປັນຢ່າງຕໍ່າ ຈຶ່ງສາມາດເກັບຂາຍໄດ້. ເວົ້າສະເພາະ ສວນກາເຟຂອງບໍລິສັດພວກເຮົາມີເນື້ອທີ່ທັງໝົດ 300 ເຮັກຕາ ແລະ ມີເນື້ອທີ່ຂອງປະຊາຊົນທີ່ເຮົາສົ່ງເສີມປູກອີກຫຼາຍຮ້ອຍເຮັກຕາ. ໃນປີ 2019 ຜ່ານມາ ພວກເຮົາສາມາດສົ່ງອອກກາເຟໄດ້ທັງໝົດ 1.721 ໂຕນ ຄິດເປັນມູນຄ່າເທົ່າກັບ 3.343.220 ໂດລາ.

ໃນນີ້, ສົ່ງອອກໄປກໍາປູເຈຍ ຈໍານວນ 1.220 ໂຕນ ມູນຄ່າ 2.496.000 ໂດລາ, ສົ່ງອອກໄປ ສສ ຫວຽດນາມ 467 ໂຕນ ມູນຄ່າ 752.300 ໂດລາ, ສົ່ງອອກໄປ ສ.ເກົາຫຼີ ຈໍານວນ 34 ໂຕນ ມູນຄ່າ 94 ພັນໂດລາ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page