top of page
Search

ບໍ ແລະ ບໍ່ ກັບຄວາມ​ໝາຍ​ທີ່​ແຕກ​ຕ່າງ ແລະ ຄ້າຍ​ຄື​ກັນ​ຂອງ

  • Writer: Superphil Phil
    Superphil Phil
  • Apr 24, 2020
  • 1 min read

ອະ​ທິ​ບາຍ​ຄວາມ​ໝາຍ​ຂອງຄຳ​ວ່າ ບໍ ແລະ ບໍ່.

ຄວາມ​ຈິງ​ແລ້ວທັງສອງຄຳມີຄວາມໝາຍຄ້າຍຄືກັນ ແລະ ໃຊ້ໃນປະໂຫຍກດຽວກັນ ແຕ່ກໍມີການໃຊ້ຫຼາຍໃຊ້ໜ້ອຍແຕກຕ່າງກັນໄປ ແລ້ວ​ແຕ່​ວ່າ​ເຮົາ​ຈະ​ນຳ​ໄປ​ໃຊ້​ໃນ​ປະ​ໂຫຍກ​ແບບ​ໃດ ຫລື ສະ​ຖາ​ນະ​ການ​ແບບ​ໃດ​ໃນ​ແຕ່​ລະ​ຄວາມ​ໝາຍ​ມັນ​ຈະ​ແຕກ​ຕ່າງ​ໄປ​ເລັກ​ນ້ອຍດັ່ງນີ້


#ບໍ ໃຊ້ກັບປະໂຫຍກຄຳຖາມ ໃນພາສາເວົ້າທີ່ມີລັກສະນະຜ່ອນສຽງເຊັ່ນ: ແມ່ນຢູ່ບໍ ?, ມາແທ້ບໍ ?, ບໍ່ມາບໍ ?, ບໍ່ໄປບໍ ? …

ນອກຈາກນີ້ #ບໍ ຍັງແປວ່າ ບໍ່ສົມປະກອບ, ບໍ່ເຕັມ ຄຳນາມ ເຊັ່ນ ຄົນບໍ່ເຕັມ, ຄົນສະຕິບໍ່ດີ ເອີ້ນວ່າ ບ້າບໍ, ບ້າໆບໍໆ….

ຫລື ການ​ນຳ​ມາ​ໃຊ້​ໃນ​ລັກ​ສະ​ນະ​ໝູ່​ຄູ່​ຢອກ​ກັນ​ທີ່​ໄດ້​ດັດ​ແກ້​ຂື້ນໆ​ລົງໆ ເຊັ່ນ​: ເຮັດ​ໄດ້​ຢູ່​ບໍ, ບໍ່​ແມ່ນ​ເຮັດ​ບໍ່​ເປັນ​ບໍ, ຮູ້​ແທ້​ຢູ່​ບໍ,…

ສຽງຂອງຄຳວ່າ #ບໍ ບາງຄັ້ງອອກສຽງເປັນ ບໍ່, ບໍ້, ເບາະ ຕາມຈັງຫວະການເນັ້ນສຽງເຊັ່ນ: ເອົາມັນສາບໍເນາະ?, ເອົາມັນສາບໍ່ນໍ? ເອົາມັນສາເບາະຫຶ ?

#ບໍ່ ໃຊ້ກັບປະໂຫຍກປະຕິເສດເຊັ່ນ: ບໍ່ແມ່ນ, ບໍ່ເປັນ, ບໍ່ໄດ້, ບໍ່ກິນ, ບໍ່ເອົາ ….

ໃຊ້ກັບປະໂຫຍກຄຳຖາມເຊັ່ນ: ເຈົ້າເຄີຍໄປວັງວຽງ ຫຼືບໍ່ ?, ຊິເອົາບໍ່ ?, ໄປນຳຂ້ອຍບໍ່ ? ….

ນອກຈາກນີ້ຄຳວ່າ …

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Commentaires


© 2023 by NOMAD ON THE ROAD. Proudly created with Wix.com

bottom of page