top of page
Search

ບໍ່ແກ້ວແຈ້ງແຮງງານມຽນມາທີ່ກັບຄືນປະເທດກວດພົບໂຄວິດ-19.

  • Writer: Superphil Phil
    Superphil Phil
  • Jul 12, 2020
  • 1 min read

ບໍ່ແກ້ວແຈ້ງແຮງງານມຽນມາທີ່ກັບຄືນປະເທດກວດພົບໂຄວິດ-19.

ຫລັງ​ຈາກ​ໂຄວິດ19ໄດ້​ງຽບ​ໄປ​ໄລ​ຍະ​ໜຶ່ງ​ໃນ ສ​ປ​ປ ລາວ ກໍ່​ກັບ​ມາ​ຮື​ຮາ​ກັນ​ອີກ​ຄັ້ງ​ຫລັງ​ຈາກຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ແຂວງບໍ່ແກ້ວ ແຈ້ງການກ່ຽວກັບການຈັດສົ່ງແຮງງານມຽນມາທີ່ເຂົ້າມາອອກແຮງງານ ຢູ່ເຂດເສດຖະກິດສາມຫຼ່ຽມຄໍາກັບຄືນປະເທດແລ້ວກວດພົບເຊື້ອພະຍາດໂຄວິດ-19 ຢູ່ນະຄອນຢາງກຸ້ງ ສ.ມຽນມາ ຕາມເວັບໄຊກະຊວງສາທາລະນະສຸກ ສ.ມຽນມາ.

ພ​າບ: laoedaily.com.la

ອີງຕາມແຈ້ງການສະບັບເລກທີ 279/ສພກ.ບກ, ລົງວັນທີ 10 ກໍລະກົດ 2020 ຂອງຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ໃນວັນທີ 24 ມິຖຸນາ 2020 ຄະນະຄຸ້ມຄອງເຂດເສດຖະກິດພິເສດສາມຫຼ່ຽມຄໍາ ໄດ້ຈັດສົ່ງແຮງງານມຽນມາທີ່ເຂົ້າມາອອກແຮງງານຢູ່ເຂດເສດຖະກິດພິເສດສາມລ່ຽມຄໍາກັບຄືນປະເທດຈໍານວນ 184 ຄົນ, ຍິງ 66 ຄົນ. ຜ່ານການມອບ-ຮັບຢ່າງເປັນທາງການ ໂດຍຊ້ອງໜ້າເຈົ້າໜ້າທີ່ທັງສອງຝ່າຍ ທີ່ດ່ານສາບ້ານມອມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ. ຫຼັງຈາກນັ້ນຝ່າຍມຽນມາກໍ່ໄດ້ນໍາຕົວແຮງງານທັງໝົດ ກັກບໍລິເວນ ຕາມມາດຕະການທາງການມຽນມາກໍານົດ ຢູ່ເມືອງກໍາມະຍຸດ ນະຄອນຢາງກຸ້ງ ສ.ມຽນມາ ຈົນຮອດວັນທີ 4 ກໍລະກົດ 2020 ພະແນກການຕ່າງປະເທດແຂວງບໍ່ແກ້ວ ໄດ້ຮັບຂໍ້ມູນຈາກທາງການມຽນມາວ່າ: ມີແຮງງານທີ່ກັບຈາກເຂດເສດຖະກິດພິເສດສາມຫຼ່ຽມຄໍາ ຕິດເຊື້ອໂຄວິດ-19 ຊື່ ທ້າວ ອຸມິນມິນ ອາຍຸ 43 ປີ ຮ່ວມກັບຜູ້ກັກຕົວຢູ່ສູນດຽວກັນ ທີ່ເດີນທາງມາຈາກຫຼາຍປະເທດຄື: ແຮງງານທີ່ກັບຈາກປະເທດໄທຕິດເຊື້ອຕິດເຊື້ອ 1ຄົນ, ປະເທດສິງກະໂປຕິດເຊື້ອ 1ຄົນ, ປະເທດບັງກາລາເທດ ຕິດເຊື້ອ 3 ຄົນ ແລະ ປະເທດອິນເດຍຕິດເຊື້ອ 1 ຄົນ ແລະ ກັບຈາກປະເທດລາວ 1ຄົນ ລວມທັງໝົດເປັນ 7 ຄົນ. ຂ່າວ​ດ່ວນ! ແຮງງານມຽນມາທີ່ກັບຄືນປະເທດກວດພົບໂຄວິດ-19 ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

댓글


© 2023 by NOMAD ON THE ROAD. Proudly created with Wix.com

bottom of page