top of page
Search

ບ້ານຫົວນໍ້າທຸງ ບ້ານທ່ອງທ່ຽວວັດທະນະທໍາ ແຫ່ງທໍາອິດເຂດພິເສດບໍ່ເຕ່ນ.

  • Writer: Superphil Phil
    Superphil Phil
  • Jun 6, 2020
  • 1 min read

ບ້ານຫົວນໍ້າທຸງ ບ້ານທ່ອງທ່ຽວວັດທະນະທໍາ ແຫ່ງທໍາອິດໃນເຂດເສດຖະກິດບໍ່ເຕ່ນ.

ກຸ່ມບໍລິສັດທ່ອງທ່ຽວວັດທະນະທໍາຈິງລານ ໄດ້ຈັດພິທີເປີດບ້ານຫົວນໍ້າທຸງເປັນບ້ານທ່ອງທ່ຽວວັດທະນະທໍາ ແຫ່ງທໍາອິດໃນເຂດເສດຖະກິດສະເພາະບໍ່ເຕ່ນແດນງາມໃນວັນທີ 18 ທັນວາ 2019 ນີ້ ໂດຍມີ ທ່ານ ນາງ ລີເມີຍ ປະທານກຸ່ມບໍລິສັດທ່ອງທ່ຽວວັດທະນະທໍາຈິງລານ, ທ່ານ ສີວິໄລ ປັນແກ້ວ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງຫຼວງນໍ້າທາ.

ມີອົງການປົກຄອງບ້ານບໍ່ເຕ່ນ, ແຂກຖືກເຊີນຈາກລາວ ແລະ ສປຈີນເຂົ້າຮ່ວມ. ທ່ານນາງ ລີເມີຍ ປະທານກຸ່ມບໍລິສັດທ່ອງທ່ຽວວັດທະນະທໍາຈິງລານໃຫ້ຮູ້ວ່າ: ບ້ານຫົວນໍ້າທຸງ ໃນເມື່ອກ່ອນແມ່ນບ້ານບໍ່ເຕ່ນ ເປັນບ້ານຂອງຊົນເຜົ່າລື້ ເຊີ່ງມີມູນເຊື້ອວັດທະນະທໍາ, ຮີດຄອງປະເພນີອັນດີງາມມາແຕ່ເດິກດໍາບັນ, ມີວິຖີການດໍາລົງຊີວິດອັນເປັນເອກະລັກຂອງເຜົ່າໃນນັ້ນເດັ່ນກວ່າໝູ່ແມ່ນການຕົ້ມເກືອບູຮານມາເປັນເວລາດົນນານ, ພາຍຫຼັງພັກ ແລະ ລັດຖະບານອະນຸມັດໃຫ້ນັກລົງທຶນຕ່າງປະເທດເຂົ້າມາສໍາປະທານພື້ນທີ່ເຂດດັ່ງກ່າວ.

ເບິ່ງເມື່ອງລາວ
ພາບ: ໂທລະໂຄ່ງ

ຫລັງຈາກນັ້ນ, ບ້ານບໍ່ເຕ່ນຈີ່ງຖືກຍົກຍ້າຍລົງມາຕັ້ງຢູ່ເຂດຈັດສັນແຫ່ງໃໝ່, ເພື່ອເປັນການອານຸລັກມູນເຊື້ອໄວ້ໃຫ້ຄົນລຸ້ນໃໝ່ໄດ້ເຫັນ ທາງກຸ່ມບໍລິສັດທ່ອງທ່ຽວວັດທະນະທໍາຈິງລານ ຈິ່ງໄດ້ເຂົ້າພັດທະນາພື້ນທີ່ດັ່ງກ່າວໃຫ້ເປັນແຫຼ່ງທ່ອງທ່ຽວວັດທະນະທໍາໃນເຂດເສດຖະກິດສະເພາະບໍ່ເຕ່ນແດນງາມຂື້ນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ FacebookDoodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page