top of page
Search

ບໍ່ອະນຸຍາດໃຫ້ຄົນເຈັບລາວທີ່ຈະໄປປີ່ນປົວຢູ່ປະ​ເທດໄທໃຊ້ລົດສ່ວນຕົວ

  • Writer: Superphil Phil
    Superphil Phil
  • May 12, 2020
  • 1 min read

Updated: May 14, 2020

ບໍ່ອະນຸຍາດໃຫ້ຄົນເຈັບລາວທີ່ຈະໄປປີ່ນປົວຢູ່ປະ​ເທດ ໄທ ໃຊ້ລົດສ່ວນຕົວ

ທ່ານ ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດ ໄດ້ຖະແຫຼງຂ່າວ ໃນຕອນບ່າຍມື້ນີ້ວ່າ ກໍລະນີຄົນເຈັບລາວ ທີ່ມີຈຸດປະສົງຢາກໄປປີ່ນປົວຢູ່ປະເທດໄທ ແມ່ນບໍ່ອະນຸຍາດໃຫ້ໃຊ້ລົດສ່ວນຕົວ ລາຍລະອຽດກໍ່ຂໍໃຫ້ປະສານງານກັບເຈົ້າໜ້າທີ່ປະຈຳດ່ານ.

ພາບ: ພູນຊັບ

ທຸກຄົນທີ່່ຈະໄປແມ່ນໃຫ້ປະຕິບັດຕາມແຈ້ງການຂອງຜູ້ວ່າລາດຊະການແຂວງໜອງຄາຍ ທີ່ອະນຸຍາດໃຫ້ຄົນເຈັບທີ່ມີຄວາມຈໍາເປັນໄປຕາມແພດນັດ ແລະ ໄປຮັກສາແບບຕໍ່ເນື່ອງ ເຊິ່ງຈະຕ້ອງໄດ້ນັດໝາຍກັບໂຮງໝໍທີ່ຈະໄປປີ່ນປົວກ່ອນ. ສຳລັບນັກສຶກສາລາວ ຫຼື ຄົນລາວ ທີ່ຈະກັບເຂົ້າມາຈາກຕ່າງປະເທດໃນໄລຍະນີ້ຈະຕ້ອງໄດ້ປະຕິບັດຕາມຄຳແນະນຳຂອງຄະນະສະເພາະກິດ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແຈ້ງອອກສະບັບເລກທີ່ 1342/ຕປທ.ສພກ ລົງວັນທີ່ 7 ພຶດສະພາ 2020 ເຊັ່ນວ່າ ກ່ອນຈະເດີນທາງເຂົ້າມາລາວ ກໍ່ຕ້ອງໄດ້ລົງທະບຽນຢູ່ສະຖານກົງສູນຢູ່ປະເທດທີ່ຕົນອາໄສຢູ່ນັ້ນ, ເວລາເຂົ້າມາຮອດປະເທດລາວ ກໍ່ຈະໄດ້ປະຕິບັດມາດຕະການຕ່າງໆເປັນຕົ້ນວ່າ ການກວດຫາເຊື້ອພະຍາດໂຄວິດ-19 ແລະ ການຈຳກັດບໍລິເວນ 14 ວັນ. ຄົນເຈັບລາວທີ່ຈະໄປປີ່ນປົວຢູ່ປະ​ເທດໄທ ບໍ່ອະນຸຍາດໃຫ້ໃຊ້ລົດສ່ວນຕົວ


ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido


 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page