top of page
Search

ບຸນແຂ່ງ​ເຮືອ ຫລື ບຸນຊ່ວງ​ເຮືອ ບູນ​ປະ​ເພ​ນີທີ່​ຈັດ​ຂື້ນ​ທຸກໆ​ປີ

  • Writer: Superphil Phil
    Superphil Phil
  • May 26, 2020
  • 1 min read

ບູນ​ປະ​ເພ​ນີ​ທີ່​ຈັດ​ຂື້ນ​ທຸກໆ​ປີ​ເຮົາ​ຈະ​ໃຊ້​ຄຳ​ວ່າ ແຂ່ງ​ເຮືອ ຫລື ຊ່ວງ​ເຮືອ.

ແຂ່ງ​ເຮືອ ແລະ ຊ່ວງ​ເຮືອ, ສອງຄຳສັບຂ້າງເທິງນີ້ມີຄວາມໝາຍທີ່ຄ້າຍຄືກັນ ໂດຍມີເປົ້າໝາຍອັນດຽວກັນຄື ເຮັດໃຫ້ໄດ້ຮັບໄຊຊະນະ ແຕ່ກໍມີຈຸດແຕ່ງຕ່າງກັນຢູ່ບໍ່ໜ້ອຍ ແລະ ມີການໃຊ້ສະເພາະຂອງມັນ.

ດັ່ງ​ທີ່​ເຮົາ​ເຄີຍ​ໄດ້​ຍິນ​ໄດ້​ເວົ້າ​ກັນ​ມາ​ຕະ​ຫລອດ​ໃນ​ຮີດ​ຄອງ​ປະ​ເພ​ນີ​ຂອງ​ເຮົາ​ກໍ່​ໄດ້​ມີ​ການ​ຈັດ​ຂື້ນ​ທຸກ​ປີ​ທັງ​ສອງ​ຝັງ​ແມ່​ນ້ຳຂອງທີ່​ມີ​ຮີດ​ຄອງ​ປະ​ເພ​ນີ​ທີ່​ຄ້າຍ​ຄື​ກັນ​

ແລະ ມີ​ການ​ຮ່ວມ​ກັນ​ຈັດ​ງາ​ນ​ເພື່ອ​ເປັນ​ມິດ​ຕະ​ພາບ​ລະ​ຫວ່າງ ສ​ປ​ປ ລາວ ແລະ ປະ​ເທດ​ໄທ, ໂດຍ​ສະ​ເພາະ​ກໍ່​ແມ່ນ​ປະ​ເພ​ນີລາວ​ທີ່​ເອີ້ນ​ວ່າ ບຸນຊ່ວງ​ເຮືອ.

ຫລື ພາ​ສາ​ໄທ​ຈະ​ໃຊ້ ประเพณีแข่งเรือ ສະ​ນັ້ນ​ເຮົາ​ຈະ​ມາ​ອະ​ທິ​ບາຍ​ຄຳ​ທີ່​ອາດ​ຈະ​ມີ​ການ​ໃຊ້​ທີ່​ບໍ່​ຖືກ​ແບບໃນ​ພາ​ສາ​ລາວ​ກັນ​ເຊັ່ນ ຄຳ​ວ່າ ແຂ່ງ ແລະ ຊ່ວງ. ແຂ່ງ ໝາຍເຖິງການເຮັດໃຫ້ຊະນະດ້ວຍເຫື່ອແຮງ ແລະ ສະຕິປັນຍາ ມັກໄປກັບຄຳວ່າ “ແຂ່ງຂັນ” ເຊັ່ນ: ແຂ່ງຂັນເວົ້າ, ແຂ່ງລົດ, ແລ່ນແຂ່ງກັນ…. ຊ່ວງ ໝາຍເຖິງການເຮັດໃຫ້ໄດ້ຮັບໄຊຊະນະ ດ້ວຍການອອກເຫື່ອແຮງ ດ້ວຍພາຫະນະໃດໜຶ່ງ ໂດຍສະເພາະໃຊ້ກັບເຮືອ ແລະ ແພ ເຊັ່ນ: ຊ່ວງເຮືອ, ຊ່ວງແພ ຄຳວ່າ “ຊ່ວງ” ມັກໄປກັບຄຳວ່າ “ຊ່ວງຊີງ, ຊ່ວງເສັງ”

ບູນປະເພນີທີ່ຈັດຂື້ນທຸກໆປີເຮົາຈະໃຊ້ຄຳວ່າ ແຂ່ງເຮືອ ຫລື ຊ່ວງເຮືອ. ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page