ບຸນຫຼິ້ນຫຸ່ນ, ບຸນປະເພນີທ້ອງຖິ່ນບ້ານກອງລໍ ສືບທອດກັນມາຫລາຍລຸ້ນ
- Superphil Phil
- Mar 21, 2020
- 1 min read
ບຸນຫຼິ້ນຫຸ່ນ ແມ່ນໜຶ່ງບຸນປະເພນີທີ່ຊາວບ້ານກອງລໍ ເມືອງຄູນຄຳ ແຂວງຄຳມ່ວນ ເຊິ່ງຈະກຳນົດເອົາເດືອນ 4 ເພັງ ຂອງແຕ່ລະປີເປັນມື້ຈັດງານ. ເມື່ອໃກ້ຮອດຊ່ວງງານບຸນຊາວບ້ານຈະພາກັນຕົ້ມເຫຼົ້າ ແລະ ກະກຽມອາຫານ ການກິນ ເພື່ອຕ້ອນຮັບສັດທາຈາກພາກສ່ວນຕ່າງໆທີ່ມາຮ່ວມງານ, ໃນມື້ຂຶ້ນ 13 ຄໍ່າເດືອນ 4 ລາວ ຈະເປັນມື້ຫ້າງຫາກະກຽມສະຖານທີ່, ຫໍອຸປະຄຸດ, ບ່ອນຝັງຫຸ່ນ ໂດຍການເອົາກະໂປະຫົວຄວາຍຈຳນວນ 4 ຫົວ ຝັງໄວ້ທັງ 4 ທິດ, ພໍເຖິງເວລາ 4 ໂມງເຊົ້າຂອງມື້ຂຶ້ນ 14 ຄໍ່າ ຊາວບ້ານກໍ່ຈະພາກັນໄປນຳເອົາອຸປະຄຸດ (ຫີນແຮ່-ຫີນຊານຢູ່ພື້ນນໍ້າ) ມາຂຶ້ນຫໍທີ່ໄດ້ກະກຽມໃວ້ ເພື່ອເປັນການປົກປັກຮັກສາຊາວບ້ານ ແລະ ເຮັດໜ້າທີ່ປາບມານຮ້າຍ.

ພາບ: Media Laos (ແຂວງຄໍາມ່ວນ)
ສໍາລັບຕອນກາງຄືນຈະມີການຄົບງັນຕາມຮີດຄອງປະເພນີ, ໃນເວລາ 7 ໂມງເຊົ້າຂອງມື້ຂຶ້ນ 15 ຄໍ່າ ທຸກໆຄອບຄົວ ໄດ້ກະກຽມເຄື່ອງໃສ່ບາດຖວາຍສັງຂະທານ, ເວລາ 14 ໂມງ ຊາວບ້ານກໍ່ຈະແຮ່ອ້ອມບ້ານ ໂດຍແຕ່ລະຄົນຈະແຕ່ງກາຍທີ່ມີຫຼາກຫຼາຍສີສັນແຕກຕ່າງກັນໄປ ມືຖືດາບທີ່ເຮັດຈາກໄມ້ເພື່ອໄລ່ມານຮ້າຍ ພ້ອມທັງຕີກອງເລງ, ກອງຫາງ, ລຳພະຫຍາຍ່ອຍ, ເປົ່າປີ່, ເປົ່າແຄນ ແລະ ອື່ນໆ.
ພໍຮອດເດີ່ນວັດກໍ່ຈະມີຂັນຫ້າເພື່ອເຊີນໃຫ້ໝໍຫຸ່ນ (ເຈົ້າມະເຫສັກ) ມາຫຼິ້ນບຸນຮ່ວມກັບຊາວບ້ານ ແລ້ວມີການແຮ່ອ້ອມວັດ 3 ຮອບ. ຜູ້ເປັນໝໍຫຸ່ນຈະເຮັດໜ້າທີ່ແຕ່ງຕັ້ງຜູ້ຮັບໃຊ້ເຊິ່ງປະກອບມີສັດດົມກິ່ນ ແລະ ທະຫານຈຳນວນໜຶ່ງເພື່ອລໍຖ້າປາບຜີຮ້າຍ.
ພໍຮອດເວລາໝໍຫຸ່ນກໍ່ໃຫ້ຊາວບ້ານເອົານໍ້າມາຫົດຈຸດທີ່ຝັງກະໂປະຫົວຄວາຍ ແລະ ໃຫ້ໝໍສ່ຽງ, ໝໍໂຫນ, ໝໍທວາຍ ສ່ຽງທວາຍ ພ້ອມໃຫ້ສັດດົມກິ່ນກວດວ່າຈຸດໃດມີຫຸ່ນ (ຜີຮ້າຍ) ເມື່ອພົບຫຸ່ນແລ້ວ ໝໍຫຸ່ນຈະມີພິທີສູດເພື່ອເອົາຫຸ່ນອອກ ພ້ອມທັງໃຫ້ຊາວບ້ານລົງເກືອກຂີ້ຕົມໃນຈຸດທີ່ຫຸ່ນຖືກຝັງຢູ່ ແລະ ປະຕິບັດໄປຈົນຄົບ 4 ທິດ ໂດຍເລີ່ມຈາກທິດເໜືອ, ຕາເວັນອອກ, ທິດໃຕ້ ແລະ ທິດຕາເວັນຕົກ.
ຕໍ່ມາກໍ່ໄດ້ມີພິທີປັດກວາດສິ່ງທີ່ບໍ່ດີອອກຈາກບ້ານແລ້ວນຳຫຸ່ນ ແລະ ອຸປະຄຸດລົງສູ່ທ່ານ້ຳ ປ່ອຍໃຫ້ໄຫຼໄປກັບນໍ້າຖືວ່າເປັນການລ້າງຊ່ວຍສິ່ງບໍ່ດີອອກຈາກຮ່າງກາຍ ຈາກນັ້ນກໍ່ໄດ້ ພ້ອມກັນກັບຄືນສູ່ວັດເພື່ອໃຫ້ຄູບາສູດໄຊຍັນໂຕ ແລະ ບາສີສູ່ຂວັນເປັນສິລິມຸງຄຸນ. ເວລາ 14 ໂມງ ຊາວບ້ານກໍ່ນຳເອົາກອງເລງພ້ອມຕົ້ນກາລະພຶກແຮ່ອ້ອມບ້ານອີກຄັ້ງ (ເກັບດູກເຫຼົ້າ) ແລ້ວນຳໄປຖວາຍຕົ້ນກາລະພຶກ ແລະ ປັດໃຈໃສຍະທານຕ່າງໆໃຫ້ແກ່ພຣະພິຂຸສົງສຳມະເນນ ແມ່ນຂັ້ນຕອນສຸດທ້າຍຂອງງານບຸນ.

ພາບ: Media Laos (ແຂວງຄໍາມ່ວນ)
ງານບຸນປະເພນີຫຼິ້ນຫຸ່ນຂອງຊາວບ້ານກອງລໍ ແມ່ນໄດ້ປະຕິບັດສືບຕໍ່ກັນໃນທຸກໆປີມາຫຼາຍຮຸ່ນຄົນ ໂດຍມີ ຄວາມເຊື່ອວ່າ: ການຈັດບຸນປະເພນີຫຼິ້ນຫຸ່ນນີ້ເພື່ອໃຫ້ເຈົ້າຖິ່ນເຈົ້າຖານປົກປັກຮັກສາແກ່ນັກທ່ອງທ່ຽວທີ່ເຂົ້າມາທ່ຽວຊົມໃນຖ້ຳກອງລໍ ແລະ ເພື່ອຄວາມຢູ່ເຢັນເປັນສຸກຂອງຊາວບ້ານ ທັງເປັນການສືບທອດ, ອະນຸລັກຮັກສາດ້ານວັດທະນະທຳ, ຮີດຄອງປະເພນີສະເພາະຂອງທ້ອງຖິ່ນໄວ້ໃຫ້ລູກຫຼານໄດ້ຮູ້ຈັກ ແລະ ສືບຕໍ່ປະຕິບັດໃຫ້ຢູ່ຄູ່ກັບຊາວບ້ານກອງລໍຕະຫຼອດໄປ.

ພາບ: Media Laos (ແຂວງຄໍາມ່ວນ)
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Comments