top of page
Search

ບຸນຊ່ວງເຮືອທ່າວັດຈັນຈັດພາຍໃຕ້ເງືອນໄຂຂໍ້ກຳນົດຈ່ຳນວນໜຶ່ງ.

  • Writer: Superphil Phil
    Superphil Phil
  • Sep 27, 2020
  • 1 min read

ບຸນຊ່ວງເຮືອທ່າວັດຈັນຈັດພາຍໃຕ້ເງືອນໄຂຂໍ້ກຳນົດຈ່ຳນວນໜຶ່ງ. ເພື່ອຮັກສາ ແລະ ສົ່ງເສີມຮີ່ຄອງປະເພນີອັນດີງາມຂອງລາວເຮົາກໍຄືວຽງຈັນທີ່ສືບຖອດກັນມາແຕ່ສະໄໝປູ່ຍາຕາຍາຍກ່ຽວກັບງານບຸນປະເພນີຊ່ວງເຮືອທ່າວັດຈັນເພື່ອໃຫ້ຊາວລາວຍັງມີໄວ້ປະຕິບັດກັນຕໍ່ໄປ ແລະ ອັນເນືອງຈາກສະພາບປະຈຸບັນການລະບາດຂອງໂຄວິດຍັງຄົງຕ້ອງໄດ້ລະມັດລະວັງກັນຢູ່ສະນັ້ນການຈັດງານຄັ້ງນີ້ຕ້ອງເປັນໄປດ້ວຍຄວາມລະມັດລະວັງ.  ຕາມຂ່າວໃຫ້ຮູ້ວ່າງານບຸນຊ່ວງເຮືອທ່າວັດຈັນປີນີ້ ຈະບໍ່ໄດ້ຈັດໃຫຍ່ຄືປີທີ່ຜ່ານມາ ເນື່ອງຈາກວ່າມີສະພາບການແຜ່ລະບາດຂອງພະຍາດໂຄວິດ 19 ເຮັດໃຫ້ມີພື້ນທີ່ການຈັດງານບຸນ, ການຂາຍຜະລິດຕະພັນຕ່າງໆໃຫ້ກະທັດຮັດທີ່ສຸດ ຊຶ່ງຈະໄດ້ກຳນົດຂາຍພາຍໃນຂອບເຂດສວນເຈົ້າອານຸວົງ ແລະ ຂອບເຂດນອກຈຳນວນໜຶ່ງ. ສ່ວນງານການແຂ່ງຂັນເຮືອຊ່ວງນັ້ນ ຈະມີເຮືອພຽງແຕ່ 10 ລຳໃນການແຂ່ງຂັນ, ແລະ ແຕ່ລະລຳກຳນົດໃຫ້ມີພຽງແຕ່ 12 ສີພາຍເທົ່ານັ້ນ.

ພາບ: targetlaos.com

ທ່ານ ບຸນໜາ ຜາທຸມມະວົງ ເຈົ້າເມືອງຈັນທະບູລີ ທັງເປັນປະທານຈັດງານບຸນອອກພັນສາ ປະວໍລະນາ ປະຈຳປີ 2020 ທີ່ທ່າວັດຈັນ ໄດ້ຈັດພິທີຖະແຫຼງຂ່າວ ຕໍ່ສື່ມວນຊົນລາວ ໃນວັນທີ 22 ກັນຍາ ນີ້ວ່າ: ກ່ຽວກັບການຈັດງານບຸນສະເຫຼີມສະຫຼອງງານບຸນອອກພັນສາ ປະວໍລະນາ ປະຈຳປີ 2020 ທີ່ທ່າວັດຈັນປີນີ້ ຈະໄດ້ຈັດຂຶ້ນລະຫວ່າງວັນທີ 1-3 ຕຸລາ 2020 ທີ່ຈະມາເຖິງນີ້ ເພື່ອເປັນການຮັກສາ ແລະ ເສີມຂະຫຍາຍງານບຸນປະເພນີ ທີ່ເຄີຍສືບທອດກັນມາແຕ່ບູຮານນະການ ໃຫ້ດຳລົງຄົງຢູ່ນຳຊາວລາວຕະຫຼອດໄປ. ທ່ານ ບຸນໜາ ຍັງໄດ້ກ່າວຕື່ມອີກວ່າ: ນອກຈາກຈະເປັນການສະເຫຼີມສະຫຼອງບຸນອອກພັນສາປະວໍລະນາແລ້ວ ຍັງເປັນການສົ່ງເສີມໂຄສະນາວາງສະແດງຈຳໜ່າຍສິນຄ້າ ເພື່ອເຮັດໃຫ້ຜະລິດຕະພັນ ສິນຄ້າພາຍໃນ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຢ່າງກວ້າງຂວາງ ແລະ ມີໂອກາດເສີມຂະຫຍາຍທ່າແຮງບົ່ມຊ້ອນຂອງສິນຄ້າດັ່ງກ່າວ ເພື່ອໃຫ້ປະຊາຊົນລາວບັນດາເຜົ່າ ທີ່ມາທ່ຽວງານໄດ້ຊຶື້ – ໄດ້ຂາຍ ທັງແລກປ່ຽນຜະລິດຕະພັນພາຍໃນ ແລະ ເປັນການສົ່ງເສີມການທ່ອງທ່ຽວພາຍໃນ ຫຼື ລາວທ່ຽວລາວ. ໄດ້ເຮ! ບຸນຊ່ວງເຮືອທ່າວັດຈັນຈັດໄດ້ພ້ອມຂໍ້ກຳນົດເງືອນໄຂ ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido.

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page