top of page
Search

ບູນ​ທາດ​ຫລວງ​ປີ​ນີ້​ 3 ມື້​ກໍ​ພໍຕາມ​ຂໍ້​ກຳ​ນົດ​ຂອງ​ສຳ​ນັກ​ງານ​ນາຍ​ົກ​ລັດ​ຖະ​ມົນ​ຕີ.

  • Writer: Superphil Phil
    Superphil Phil
  • Oct 26, 2020
  • 1 min read

ບູນ​ທາດ​ຫລວງ​ປີ​ນີ້​ 3 ມື້​ກໍ​ພໍຕາມ​ຂໍ້​ກຳ​ນົດ​ຂອງ​ສຳ​ນັກ​ງານ​ນາຍ​ົກ​ລັດ​ຖະ​ມົນ​ຕີ. ອີງຕາມແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເລື່ອງ ທິດຊີ້ນໍາກ່ຽວກັບການຈັດງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2020 ສະບັບເລກທີ 1132/ຫສນຍ; ລົງວັນທີ 15 ຕຸລາ 2020 ເຖິງເຈົ້າຄອງນະຄອນຫຼວງວຽງຈັນໃຫ້ຮູ້ວ່າ:

ພາບ: Image by 41330 from Pixabay

1. ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເຫັນດີໃຫ້ຈັດງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2020 ແຕ່ການຈັດງານບຸນປີນີ້ ແມ່ນໃຫ້ຖືເອົາປະເພນີເປັນຕົ້ນຕໍ. ສ່ວນການຈັດຕະຫຼາດນັດ ວາງສະແດງສິນຄ້າ ແລະ ການຂາຍເຄື່ອງດື່ມ(ທີ່ມີທາດເຫຼົ້າ) ແລະ ງານບັນເທີງຕ່າງໆ ແມ່ນໃຫ້ໂຈະກ່ອນ. ສໍາລັບຮ້ານຂາຍອາຫານ, ເຄື່ອງດື່ມ(ທີ່ບໍ່ມີທາດເຫຼົ້າ), ຮ້ານຂາຍດອກໄມ້, ທູບ-ທຽນ ເພື່ອບູຊາ ແມ່ນເຫັນດີໃຫ້ວາງຂາຍ ໂດຍໃຫ້ເວັ້ນໄລຍະຫ່າງ ແລະ ມີຫຼາຍຈຸດ. 2. ສໍາລັບວັນ ແລະ ເວລາ ແມ່ນເຫັນດີໃຫ້ຈັດໃນລະຫວ່າງວັນທີ 29-31 ຕຸລາ 2020 (ກໍານົດໃຫ້ 3ວັນ) ຕາມການສະເໜີ, ລາຍລະອຽດມີດັ່ງນີ້:

  • ມື້ຂຶ້ນ 13 ຄໍ່າ ເດືອນ 12 ລາວ ກົງກັບວັນທີ 29 ຕຸລາ 2020: ພິທີຄອບໄຄວ່ ແລະ ແຫ່ຜາສາດເຜິ້ງ.

  • ມື້ຂຶ້ນ 14ຄໍ່າ ເດືອນ 12ລາວ ກົງກັບວັນທີ 30 ຕຸລາ 2020 ພິທີແຫ່ລູກຄີ ແລະ ແຂ່ງຂັນປະເພນີຕີຄີ.

  • ມື້ຂຶ້ນ 15 ຄໍ່າ ເດືອນ 12 ລາວ ກົງກັບວັນທີ 31ຕຸລາ 2020 ພິທີຕັກບາດ ແລະ ວຽນທຽນ. ສ່ວນຮູບແບບການຕັກບາດໃນຕອນເຊົ້າ ແມ່ນໃຫ້ຈໍາກັດ ແລະ ຈັດຢູ່ສະເພາະແຕ່ເດີ່ນສະໜາມຫຼວງ ໂດຍກໍາກັບການວາງບາດຄູບາໃຫ້ມີໄລຍະຫ່າງທີ່ເໝາະສົມ.

3. ມອບໃຫ້ຄະນະສະເພາະກິດ ໂຄວິດ-19 ຂັ້ນນະຄອນຫຼວງວຽງຈັນ ເອົາໃຈໃສ່ກໍາກັບການປະຕິບັດຄາມມາດຕະການປ້ອງກັນການແຜ່ລະບາດຂອງພະຍາດ ທີ່ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ວາງອອກຢ່າງເຂັ້ມງວດ. ພ້ອມທັງຖືເອົາໂອກາດນີ້ເປັນການໂຄສະນາປະຊາສໍາພັນໃຫ້ປະຊາຊົນ ແລະ ມວນຊົນ ທີ່ມາຮ່ວມງານ ຮັບຮູ້ ແລະ ເຂົ້າໃຈ ພ້ອມກັນຈັດຕັ້ງປະຕິບັດໃຫ້ມີບັນຍາກາດ ແລະ ຮັບປະກັນຄວາມສະຫງົບປອດໄພ. ​ຍັງ​ໄດ້​ທ່ຽວຢູ່! ບູນ​ທາດ​ຫລວງ​ປີ​ນີ້​ກຳ​ນົດ​ຈັດ​ພຽງ​ແຕ່ 3 ມື້​ເທົ່າ​ນັ້ນ. ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page