top of page
Search

ບົດຄວາມຊວນຄິດວ່າ​ດ້ວຍ​ຊື່​ເມືອງ: ເສດຖາ ຫຼື ເຊດຖາ ?

  • Writer: Superphil Phil
    Superphil Phil
  • Mar 18, 2020
  • 1 min read

ບົດຄວາມຊວນຄິດວ່າ​ດ້ວຍ​ຊື່​ເມືອງ: ເສດຖາ ຫຼື ເຊດຖາ ? ໄຊເສດຖາ ຫຼື ໄຊເຊດຖາ ? ສອງຄໍານີ້ສັງເກດເຫັນເລີ່ມມີອາການສະກົດປະປົນກັນ. ເມື່ອກ່ອນ ແມ່ນ ໄຊເສດຖາ ແລະປັດຈຸບັນທີ່ໃຊ້ເປັນທາງການກໍອາດຈະຍັງໃຊ້ ໄຊເສດຖາ ຕາມເດີມ, ແຕ່ໄລຍະ 4-5 ປີມານີ້ ເລີ່ມມີນັກປາດອາຈານບາງທ່ານຄົ້ນພົບຫຼັກຖານບູຮານໃນສີລາລືກບາງແຫ່ງທີ່ມີຊື່ເຈົ້າໄຊເສດຖາສະກົດ ແບບໄຊເຊດຖາ ກໍເລີຍສ້າງເປັນປະເດັນສຶກສາຄົ້ນຄວ້າ ແລະ ຕັ້ງຄໍາຖາມ

ວ່າ ໃນການສະກົດ ເຊດຖາ ອາດຈະແມ່ນເປັນການສະກົດດັ້ງເດີມ. ຕໍ່ປະເດັນດັ່ງກ່າວ ພາໃຫ້ສັງຄົມເກີດສັບສົນເຮັດໃຫ້ບາງພາກສ່ວນໃນສັງຄົມເປັນຕົ້ນສື່ມວນຊົນປ່ຽນການສະກົດຈາກເສດຖາມາເປັນເຊດຖາແບບຕາມໃຈມັກ.

ບົດຄວາມນີ້ຈະບໍ່ຂໍກ່າວເຖິງ ການສະກົດແບບໃດຖືກ ຫຼື ຜິດ ເພາະຈຸດປະສົງແມ່ນຢາກໃຫ້ຄົ້ນຄວ້າ ແລະສຶກສາກັນຕໍ່ໄປ. ແຕ່ຈະຂໍຍົກເອົາສອງຄໍາສັບມາໃຫ້ສັງເກດເບິ່ງເນາະ, ທັງສອງຄໍາມີເຄົ້າຈາກປາລີ:

  1. ເສດຖາ ແປວ່າ ປະເສີດ ດີເລີດ, ໄຊເສດຖາ ແປວ່າ ຜູ້ມີໄຊຊະນະຢ່າງເປັນເລີດ, ໄຊ ມາຈາກ ໄຊຊະນະ

  2. ເຊດຖາ ແປວ່າ ອ້າຍ, ຜູ້ເປັນອ້າຍ, ຜູ້ເກີດກ່ອນ, ຜູ້ຍິ່ງໃຫຍ່, ຜູ້ໃຫຍ່ກວ່າ. ໄຊເຊດຖາ ອາດແປໄດ້ວ່າ ຜູ້ເປັນອ້າຍທີ່ມີໄຊຊະນະ ຫຼື ຜູ້ໄດ້ຮັບໄຊຊະນະທີ່ຍິ່ງໃຫຍ່

ສະຫຼຸບກໍຄື: ເລືອກການສະກົດໃດໜຶ່ງໃຫ້ສອດຄ່ອງກັບຫລັກຖານ, ຂໍ້ມູນທີ່ເຮົາມີ ແລະຕາມປະເພນີ. ຖ້າຈະປ່ຽນເປັນເຊດຖາ ກໍຂໍໃຫ້ໃຊ້ເຫດຜົນທີ່ເໝາະສົມ ບໍ່ແມ່ນຈະຄິດເອົາງ່າຍໆແບບອ້າງເຫດຜົນວ່າ ເພື່ອບໍ່ຢາກໃຫ້ມີຄໍາວ່າ ເສດ ເຊິ່ງໄປຕີເອົາຄວາມຫມາຍວ່າເປັນ ເສດເຫລືອ ຫລືເສດຂີ້ເຫຍື້ອ ເລີຍພາກັນປ່ຽນການສະກົດເສດ ເປັນ ເຊດ. ເຫດຜົນແບບນັ້ນບໍ່ແມ່ນຫຼັກວິຊາການ. ຄໍາສັບທຸກຄໍາສັບມັນມີຮາກມີເຄົ້າ ຂອງມັນ. ຄົ້ນຄວ້າໃຫ້ເລິກເຊິ່ງ ກ່ອນຈະປ່ຽນຄໍາສັບໃດໜຶ່ງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page