ບັ້ງໄຟພະຍານາກປະກົດການລຶກລັບຄືນເດືອນເພັງ 15 ຄໍ່າເດືອນສິບເອັດ.
- Superphil Phil
- Jul 17, 2020
- 1 min read
Updated: Oct 31, 2020
ບັ້ງໄຟພະຍານາກປະກົດການລຶກລັບຄືນເດືອນເພັງ 15 ຄໍ່າເດືອນສິບເອັດ.
ດັ່ງທີ່ເຮົາເຄີຍໄດ້ຍິນໄດ້ຟັງ ແລະ ໄດ້ຮູ້ມາຫລາຍໆຍຸກຫລາຍສະໄໝແລ້ວໃນແຕ່ລະປີຂອງມື້ອອກພັນສາປະຊາຊົນທັງສອງຝັງ ສປປ ລາວ ແລະ ຝັງປະເທດໄທທີ່ແລບຕາມລຳແມ່ນ້ຳຂອງລ້ວນແລ້ວແຕ່ຮັບຮູ້ເລື່ອງລາວອັນລືກລັບນີ້ ແລະ ເປັນປະເພນີບູຊາສືບຖອດກັນມາຈົນເຖິງທຸກວັນນີ້ກໍຄືບັ້ງໄຟພະຍານາກອັນເປັນປະກົດການລຶກລັບຂອງລຳນ້ຳຂອງ.
ໃນທຸກໆປີໃນຄືນເດືອນເພັງ 15 ຄໍ່າເດືອນ 11 ລາວ ຊຶ່ງກົງກັບມື້ອອກພັນສາ ປະວໍລະນາ ຂອງຊາວລາວໃນທົ່ວປະເທດ ໄດ້ເກີດປະກົດການ ທຳມະຊາດ ເຫັນແລ້ວ ໜ້າອັດສະຈັນ ແລະ ຍັງບໍ່ສາມາດຫາຄໍາຕອບໄດ້ຢ່າງຊັດເຈນ ມີພຽງຄໍາບອກເລົ່າ ລຸ້ນຕໍ່ລຸ້ນ ສືບສານກັນມາຫຼາຍຮ້ອຍ ຫຼາຍພັນປີ ວ່າ: ປະກົດການດັ່ງກ່າວຄື: ບັ້ງໄຟພະຍາແຖນ ຫຼື ບັ້ງໄຟພະຍານາກ, ສ່ວນຫລາຍປະກົດການນີ້ມັກຈະເກີດຂຶ້ນໃນເວລາປະມານ 18ໂມງຫາ 20ໂມງ ຢູ່ສອງສະຖານທີ່ຄື: ບ້ານໂພນສັນ ແລະ ບ້ານເວີນທາດ, ເມືອງທ່າພະບາດ,ແຂວງບໍລິຄໍາໄຊ ລຽບຕາມລຳແມ່ນໍ້າຂອງ. ບັ້ງໄຟພະຍານາກ ແມ່ນເປັນສິ່ງໜຶ່ງທີ່ລຶກລັບ ແລະ ມະຫັດສະຈັນ ທີ່ບໍ່ມີໃຜຈະພິສູດໄດ້. ຕາມການໃຫ້ຂໍ້ມູນຂອງພຣະອາຈານ, ຜູ້ອະວຸໂສ ຢູ່ເຂດນັ້ນບອກຂານຕໍ່ກັນມາວ່າ ເມື່ອເຖິງວັນເພັງ 15ຄໍ່າ ເດືອນ 11 ຂອງທຸກໆປີ ໃນເວລາພ້ອມໆກັບທີ່ຄູບາອາຈານ ແລະ ອອກຕົນຍາດໂຍມຊາວພຸດທັງຫຼາຍ ກຳລັງເຮັດພິທີທາງ ສາສະໜາຢູ່ຕາມວັດ, ວຽນທຽນ, ຕີຄ້ອງ, ຕີກອງ,ໄຫຼເຮືອໄຟ ໃນມື້ບຸນປະວໍລະນາ ອອກພັນສາ,ຈະມີແສງ ຮຸ່ງເປັນປະກາຍ ເໝືອນບັ້ງໄຟດອກ ພົ້ນຂຶ້ນມາຈາກໜ້ານ້ຳ ລອຍຂຶ້ນໄປອາກາດສູງ ປະມານ 10-15 ແມັດ. ບັ້ງໄຟພະຍານາກໃນຄືນເດືອນເພັງ 15 ຄໍ່າເດືອນສິບເອັດ
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
Comments