top of page
Search

ນາຍົກລົງກວດວຽກຢູ່ສະຖານີຄ່ຽນຖ່າຍສິນຄ້າທາງລົດໄຟ ແລະ ເຂດວຽງຈັນໂລຈິດສະຕິກ.

  • Writer: Superphil Phil
    Superphil Phil
  • Aug 9, 2020
  • 1 min read

ນາຍົກລົງກວດວຽກຢູ່ສະຖານີຄ່ຽນຖ່າຍສິນຄ້າທາງລົດໄຟ ແລະ ເຂດວຽງຈັນໂລຈິດສະຕິກ. ໃນວັນທີ 30 ກໍລະກົດ 2020ທີ່ຜ່ານມາ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ລົງເຄື່ອນໄຫວຢ້ຽມຢາມກວດກາ ແລະ ເຮັດວຽກ ທີ່ສະຖານີຄ່ຽນຖ່າຍສິນຄ້າທາງລົດໄຟ ຢູ່ເຂດທ່ານາແລ້ງ (CY) ແລະ ເຂດວຽງຈັນໂລຈິດຕິກ ນະຄອນຫຼວງວຽງຈັນ. ຕາມການລາຍງານໃຫ້ຮູ້ວ່າ: ໂຄງການດັ່ງກ່າວ ຈະສ້າງເຂດໂລຈິດສະຕິກ ທີ່ເປັນຕົວເມືອງສີຂຽວ ເນັ້ນທໍາມະຊາດເປັນສ່ວນຫຼາຍ, ເປັນຕົວເມືອງທີ່ທັນສະໄໝ ແລະ ສີວິໄລ ເຊິ່ງແຜນແມ່ບົດລວມຂອງໂຄງການດັ່ງກ່າວ ຍັງມີການສ້າງສະຖານີຄ່ຽນຖ່າຍສິນຄ້າ ທ່າບົກ-ທ່ານາແລ້ງ ທີ່ເຊື່ອມຈອດກັບທາງລົດໄຟລາວ – ຈີນ ແລະ ທາງລົດໄຟ ລາວ-ໄທ ໂດຍມີພາລະກິດຫລັກໃນການແກ້ໄຂບັນຫາຄວາມແອອັດ, ຂັ້ນຕອນຫຍຸ້ງຍາກໃນການຂົນສົ່ງສິນຄ້າຂ້າມແດນ ເພື່ອໃຫ້ເປັນພື້ນຖານໂຄງລ່າງແຫ່ງຊາດລະດັບສາກົນ.

ພາບ: ກອງຄຸ້ມຄອງທາງລົດໄຟ

ໂຄງການທ່າບົກ ທ່ານາແລ້ງ ແລະ ເຂດໂລຈິດສະຕິກ ປັດຈຸບັນແມ່ນສຳເລັດການສຳຫລວດ ແລະ ຈະເລີ່ມກໍ່ສ້າງສໍານັກງານຫ້ອງການ ໃນເດືອນສິງຫານີ້, ຄາດວ່າຈະເລີ່ມໃຫ້ບໍລິການໃນເດືອນມີນາ 2021. ສ່ວນການພັດທະນາເຂດໂລຈິດສະຕິກ ນະຄອນຫລວງວຽງຈັນ ທີ່ຈະກາຍເປັນຕົວເມືອງໃໝ່ນັ້ນ ຄາດວ່າຈະເລີ່ມໃຫ້ບໍລິການໃນເດືອນຕຸລາ 2021. ພ້ອມດຽວກັນນີ້, ທ່ານ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມຊົມເຊີຍຕໍ່ກັບການສ້າງແຜນລວມຂອງໂຄງການໄດ້ສຳເລັດ ແລະ ໄດ້ເນັ້ນໃຫ້ບໍລິສັດວຽງຈັນ ໂລຈິດສະຕິກ ພຣາກ ກັບ ບໍລິສັດທາງລົດໄຟ ລາວ – ຈີນ ສືບຕໍ່ເຮັດວຽກຮ່ວມກັນໃຫ້ກົມກ່ຽວ, ຊ່ວຍເຫລືອເຊິ່ງກັນ ແລະ ກັນ, ເຊິ່ງໂຄງການນີ້ ຈະເປັນສູນກາງທາງດ້ານໂລຈິດສະຕິກ ທີ່ໃຫຍ່ທິ່ສຸດ ຕ້ອງສ້າງສິ່ງອື່ນໆມາຊ່ວຍໜູນເປັນຕົ້ນແມ່ນຮ້ານຄ້າ, ຮ້ານອາຫານ, ການບໍລິການອື່ນໆ ຖ້າບໍ່ມີໂຄງການແມ່ນຈະບໍ່ສາມາດສໍາເລັດໄດ້ ແລະ ຕ້ອງສ້າງເຂດໂລຈິດສະຕິກ ຕາມແຜນແມ່ບົດທີ່ຈະມີຕົວເມືອງໃໝ່ ທີ່ເປັນຕົວເມືອງສີຂຽວ, ທັນສະໄໝ, ສີວິໄລໄດ້ຢ່າງຖືກຕ້ອງ. ສຳລັບຢູ່ສະຖານີລົດໄຟ ນະຄອນຫລວງວຽງຈັນ, ທ່ານ ສ້ຽວ ຊຽນເຫວິນ (Xiao Qianwen) ຜູ້ອໍານວຍການໃຫຍ່ ບໍລິສັດທາງລົດໄຟ ລາວ – ຈີນ ໄດ້ລາຍງານໃຫ້ຮູ້ ກ່ຽວກັບຄວາມຄືບໜ້າຂອງການກໍ່ສ້າງທາງລົດໄຟ ລາວ-ຈີນ,ມາຮອດປັດຈຸບັນ ໄດ້ສຳເລັດການເຈາະອຸໂມງ 71 ອຸໂມງ ຈາກທັງໝົດ 75 ອຸໂມງ, ສໍາເລັດການກໍ່ສ້າງຂົວ 88%, ທາງ 100%, ການວາງລາງລົດໄຟ ສໍາເລັດ 21,4%. ຄາດວ່າທ້າຍປີນີ້ ຈະວາງລາງຮອດແຂວງຫລວງພະບາງ ແລະ ສຳເລັດການຕິດຕັ້ງເສົາໄຟແຮງສູງ 57,4% ແຕ່ຍັງມີບາງສະຖານີ ທີ່ຍັງບໍ່ທັນໄດ້ລົງມືກໍ່ສ້າງ ຍ້ອນຖືກຜົນກະທົບອັນໜັກໜ່ວງຈາກການລະບາດຂອງພະຍາດໂຄວິດ-19 ແລະ ມີບາງພື້ນທີ່ຍັງຢູ່ໃນຂັ້ນຕອນໄກ່ເກ່ຍກັບປະຊາຊົນ. ນາຍົກລົງກວດກາວຽກຢູ່ສະຖານີຄ່ຽນຖ່າຍສິນຄ້າທາງລົດໄຟ

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido.

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page