top of page
Search

ນາກາຍ-ນໍ້າເທີນ ເຂົ້າເປັນບັນຊີຂຽວຂອງອົງການອະນຸລັກຊັບພະຍາກອນທໍາມະຊາດສາກົນ.

  • Writer: Superphil Phil
    Superphil Phil
  • Sep 12, 2020
  • 1 min read

Updated: Oct 22, 2020

ນາກາຍ-ນໍ້າເທີນ ເຂົ້າເປັນບັນຊີຂຽວຂອງອົງການອະນຸລັກຊັບພະຍາກອນທໍາມະຊາດສາກົນ.

ຄະນະກໍາມະການ ບໍລິຫານ ອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນທີ່ ໄດ້​ຈັດກອງປະຊຸມສະໄໝສາມັນ ຄັ້ງທີ XVII ຫວ່າງບໍ່ດົນມານີ້ ຢູ່ນະຄອນຫຼວງວຽງຈັນ, ໄດ້ມີການສົນທະນາກັນ ກ່ຽວກັບການທີ່ຈະນໍາສະເໜີ ເອົາອຸທິຍານ ແຫ່ງ ຊາດ ນາກາຍ-ນໍ້າເທີນ ເຂົ້າເປັນມໍລະດົກທາງ ທໍາ ມະຊາດ ຂອງໂລກ, ຊຶ່ງໄດ້ກໍານົດຢູ່ໃນແຜນ ຈັດສັນ ຂອງອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ຄຳ​ມວນ ສ​ປ​ປ ລາວ.

ພາບ: ວຽງຈັນທາຍ

    ຕາມ​ລາຍ​ງານ​ຂອງ​ໜັງ​ສື​ພິມ​ວຽງ​ຈັນ​ທາຍ​ໃຫ້​ຮູ້​ວ່າ: ການນໍາສະເໜີເອົາອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ເຂົ້າເປັນບັນຊີຂຽວ ຂອງອົງການ ອະນຸລັກຊັບພະຍາກອນທໍາມະຊາດສາກົນ ກໍ່ແມ່ນ ບາດກ້າວລິເລີ່ມ, ຊຶ່ງຜ່ານການສັງລວມດ້ານຕັ້ງໜ້າ ຂອງການເຂົ້າເປັນບັນຊີຂຽວ ຂອງອົງການອະນຸລັກ ຊັບພະຍາກອນທໍາມະຊາດສາກົນຈະມີຜົນດີ ຫຼາຍ ຢ່າງ ເຊັ່ນ :

– ເປັນແບບຢ່າງນໍາໜ້າ ຂອງສປປ ລາວ ແລະ ຂອງພາກພື້ນ ເພື່ອນໍາສະເໜີເຂົ້າເປັນມາດຕະຖານ ສາກົນ ຊຶ່ງຖືວ່າເປັນພື້ນທີ່ ທີ່ມີຜົນສໍາເລັດທາງ ດ້ານການອະນຸລັກຊັບພະຍາກອນທໍາມະຊາດ ແລະ ອາດເວົ້າໄດ້ວ່າ ອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ຈະກາຍເປັນພື້ນທີ່ແຫ່ງທໍາອິດຢູ່ໃນອາຊີຕາເວັນ ອອກສ່ຽງໃຕ້ ທີ່ຈະໄດ້ຮັບການຢັ້ງຢືນ ແລະ ກາຍເປັນ 1 ໃນ 100 ແຫ່ງ ທີ່ມີຢູ່ໃນທົ່ວໂລກ ໃນປັດຈຸບັນ. – ເປັນໂອກາດອັນ​ດີທີ່ອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ຈະໄດ້ຮັບການຊຸກຍູ້ ສະໜັບສະໜູນທາງດ້ານ ເຕັກນິກວິຊາການ ຈາກຊ່ຽວຊານທັງພາຍໃນ, ພາກພື້ນ ແລະ ສາກົນ ລວມທັງຊ່ຽວຊານດ້ານການອະນຸລັກຊັບພະຍາກອນທໍາມະຊາດ ຈາກຄະນະກໍາມະການ ປ່າສະຫງວນໂລກ ແລະ ຊ່ຽວຊານ ຈາກຄະນະກໍາມະການອື່ນໆ ໃນການດໍາເນີນການຈັດຕັ້ງປະຕິບັດວຽກງານ ການປົກປັກຮັກສາສິ່ງແວດລ້ອມ ແລະ ສັງຄົມ ຢູ່ໃນພື້ນທີ່ໃຫ້ມີໂສມໜ້າໃໝ່. ນາກາຍ-ນໍ້າເທີນ ຈະກາຍເປັນມໍລະດົກທາງທໍາມະຊາດ ຂອງໂລກ

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​  Doodido.

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page