top of page
Search

ນະຄອນຫລວງວຽງຈັນເຂົ້າເປັນສະມາຊິກອົງການສົ່ງເສີມການທ່ອງທ່ຽວບັນດານະຄອນອາຊີ-ປາຊີຟີກແລ້ວ.

  • Writer: Superphil Phil
    Superphil Phil
  • Sep 27, 2020
  • 1 min read

ນະຄອນຫລວງວຽງຈັນເຂົ້າເປັນສະມາຊິກອົງການສົ່ງເສີມການທ່ອງທ່ຽວບັນດານະຄອນອາຊີ-ປາຊີຟີກແລ້ວ.

ອົງການສົ່ງເສີມການທ່ອງທ່ຽວບັນດານະ ຄອນອາຊີ-ປາຊີຟີກ Tourism Promotion Organizaion for Asia Pacific Cities (TPO) ໄດ້ບັນຈຸນະຄອນຫລວງວຽງຈັນເຂົ້າເປັນສະມາຊິກຂອງບັນດານະຄອນອາຊີ-ປາຊີຟີກທີ່ມີສະມາຊິກທັງໝົດ 25 ນະຄອນ ຈາກ 13 ປະ​ເທດ ຢ່າງ ເປັນທາງການ ໃນວັນທີ 9 ກັນຍາຜ່ານມານີ້. ໃນການທີ່ໄດ້ເຂົ້າເປັນສະມາຊິກຂອງບັນດານະຄອນອາຊີ-ປາຊີຟີກນີ້ຄາດວ່າ​ ສປປ ລາວ ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກການ​ເຂົ້າ​ເປັນ​ສະມາຊິກອົງການຢ່າງຫລວງຫລາຍ ​​ເປັນ​ຕົ້ນ​ແມ່ນວຽກງານ​ການທ່ອງທ່ຽວຢູ່ນະຄອນຫລວງ​ວຽງຈັນຈະຂະ ຫຍາຍຕົວ​ໄວ​ຂຶ້ນ ​ແລະ ​ຈະ​ໄດ້​ຮັບ​ການ​ເຊື່ອມ​ໂຍງ​ກັບ​ສາກົນ​ກວ້າງຂວາງ​ກວ່າ​ເກົ່າ ນັບ​ທັງ​ການຮ່ວມມື ແລະ ການແລກປ່ຽນບົດຮຽນ​ຕ່າງໆ ລະຫວ່າງບັນດານະຄອນອາຊີ-ປາຊີຟິກດ້ວຍ​ກັນເພື່ອປັບປຸງໃຫ້ດີຍິງໆຂື້ນ.


https://doodido.com/
ພາບ: www.freepik.com

    ໜັງສືພິມລາຍວັນລາວພັດທະນາໄດ້ລາຍງານໃຫ້ຮູ້ວ່າ ໃນວັນທີ 9 ກັນຍາຜ່ານມານີ້ໄດ້ມີການຈັດ​ພິທີ​ຖະ​ແຫລ​ງຂ່າວທີ່ນະຄອນຫລວງວຽງຈັນ, ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫລວງວຽງຈັນ ​ຖະແຫລງໃຫ້​ຮູ້ວ່າ: ອົງການ​ສົ່ງ​ເສີມ​ການທ່ອງທ່ຽວບັນດານະຄອນຫລວງ ຫລື TPO ​​ແມ່ນ​ເຄືອ​ຂ່າຍ​ລະຫວ່າງ​ຕົວ​ເມືອງ​ ໂດຍ​ມີ​ບົດບາດສົ່ງ​ເສີມ​ສະມາຊິກ​ເຮັດ​ວຽກຮ່ວມ​ກັນ ​ເພື່ອ​ສ້າງ​ອຸດ​ສາ​ຫະກຳ​ການທ່ອງທ່ຽວ, ການ​ແລກປ່ຽນຂໍ້​ມູນ​ຂ່າວສານ​ດ້ານ​ການ​ຕະຫລາດທ່ອງ​ທ່ຽວ,​ ການ​ພັດທະນາ​ຜະລິດ​ຕະພັນ​ໃໝ່ໆ ກໍ​ຄືການ​ພັດທະນາ​ຊັບພະຍາກອນ​ມະນຸດ​ໃນດ້ານ​ການທ່ອງທ່ຽວ ​ແລະ ອື່ນໆ. ປັດຈຸບັນ​ອົງການ​ດັ່ງກ່າວມີສະມາຊິກທັງໝົດ 25 ນະຄອນ ຈາກ 13 ປະ​ເທດ. ການເຂົ້າຮ່ວມເປັນສະມາຊິກອົງການສົ່ງເສີມການທ່ອງທ່ຽວນີ້ຈະເປີດໂອກາດໃຫ້ແກ່ນະຄອນຫລວງວຽງຈັນ ມີບົດບາດສຳຄັນໃນເວທີສາກົນທາງດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ການແລກປ່ຽນວັດທະນະທໍາ ສ້າງຄວາມເຂັ້ມແຂງໃນການລວມກຸ່ມ​ເພື່ອສົ່ງເສີມການທ່ອງທ່ຽວເຊັ່ນ: ການສະໜອງຂໍ້ມູນຂ່າວສານ, ການເດີນທາງທ່ອງທ່ຽວ ແລະ ມີໂຄງສ້າງພື້ນຖານທີ່ຈຳເປັນເພື່ອສະໜັບສະໜູນການເປີດກວ້າງການທ່ອງທ່ຽວທີ່ນຳໄປສູ່ການພັດທະນາ ແລະ ມີທ່າອ່ຽງຂະຫຍາຍຕົວທາງດ້ານການທ່ອງທ່ຽວຂອງອົງກອນ ກໍຄືນະຄອນຫລວງວຽງຈັນ.

TPO ຮັບຮອງນະຄອນຫລວງວຽງຈັນເປັນສະມະຊິກແລ້ວ ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido.

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page