top of page
Search

ນ້ຳຕົກຕາດອີ່ຕູ້ ແຫລ່ງທ່ອງທ່ຽວທຳມະຊາດຂອງເມືອງປາກຊ່ອງ.

  • Writer: Superphil Phil
    Superphil Phil
  • Aug 30, 2020
  • 1 min read

Updated: Oct 22, 2020

ແນນອນບ່ອນທ່ອງທ່ຽວພັກຜ່ອນຢ່ອນໃຈຂອງເມືອງປາກຊ່ອງ ແຂວງຈຳປາສັກທີ່ໄດ້ທັງຄວາມສວຍງາມ ແລະ ຄວາມຊຸມເຢັນຂອງສາຍນ້ຳກໍຕ້ອງແມ່ນນ້ຳຕົກຕາດອີ່ຕູ້ນີ້ເລີຍ, ເມືອກ້າວເຂົ້າສູ່ລະດູຝົນໄລຍະນີ້ແນມໄປທາງໃດກໍເຫັນແຕ່ຕົ້ນໄມ້ສີຂຽວເຕັມໄປໝົດ ນໍ້າຕົກຕາດຫຼາຍແຫ່ງເລີ່ມມີຊີວິດຊີວາ ແລະ ກັບມາສວຍງາມອີກເທື່ອໜຶ່ງ ເປັນໄລຍະທີ່ເໝາະແກ່ການໄປທ່ຽວໄປພົບກັບກິ່ນອາຍສາຍຝົນ ອາຍໝອກ, ທຳມະຊາດທີ່ສວຍສົດງົດງາມ ອາກາດດີໆ ນໍ້າຕົກຕາດງາມໆ ມີສາຍຮຸ້ງອອກມາກິນນໍ້າ ອ້ອມຮອບບໍລິເວນໄປດ້ວຍຕົ້ນໄມ້ສີຂຽວອຸ່ມທຸ່ມ.

ພາບ: kuanjailao.com

ນ້ຳຕົກຕາດອີ່ຕູ້ ເປັນຕາດຂະໜາດໃຫຍ່ມີນ້ຳໄຫຼ ຕົກລົງຈາກໜ້າຜາສູງ ເປັນຕາດຊັ້ນດຽວ ບໍລິເວນທາງລຸ່ມຕາດອີ່ຕູ້ເປັນອ່າງເລິກ ແລະໄຫຼລົງມາຢ່າງແຮງ ບັນຍາກາດບໍລິເວນຕາດອີ່ຕູ້ມີບັນຍາກາດຮົ່ມເຢັນ ແຕ່ການເດິນທາງຍ່າງຂຶ້ນຕ້ອງເມື່ອຍແດ່ ເພາະເປັນທາງຂຶ້ນ-ລົງພູ ແຕ່ເປັນຂັ້ນໄດຊີມັງ ຈຶ່ງການເຮັດໃຫ້ການຂຶ້ນລົງສະດວກ ບໍລິເວນດ້ານເທິງຂອງນ້ຳຕົກຕາດອີ່ຕູ້ ມີລີສອດ ຮ້ານອາຫານ ບໍລິການນັກທ່ອງທ່ຽວທີ່ເຂົ້າມາໃຊ້ບໍລິການ ຄົນສ່ວນຫຼາຍຈະມາທ່ອງທ່ຽວໃນວັນພັກການ ເຊັ່ນ ເສົາ-ອາທິດເປັນຕົ້ນ. ແຕ່ກ່ອນອື່ນທີ່ເຮົາຈະໄປຫາປາຍທາງ ນໍ້າຕົກຕາດອີ່ຕູ້ ເຮົາກໍ່ຕ້ອງໄດ້ຜ່ານເສັ້ນທາງ ໃນລະຫວ່າງທາງກ່ອນຈະຮອດເປົ້າໝາຍ ນັ້ນກໍຄືການອອກໄປລ່ານໍ້າຕົກຕາດ ແຕ່ໃນລະຫວ່າງສອງຟາກທາງກ່ອນຈະຮອດນໍ້າຕົກນັ້ນ ເຮົາເຫັນຊາວບ້ານນຳເອົາເຄື່ອງຫັດຖະກຳຕ່າງໆມາວາງຂາຍ ແລະ ໝາກໄມ້ຕາມລະດູການຢ່າງຫຼວງຫຼາຍ ໂດຍສະເພາະໝາກຖົ່ວລຽນ ແລະ ໝາກນັດ. ນ້ຳຕົກຕາດອີ່ຕູ້ ອີກໜຶ່ງແຫລ່ງທຳມະຊາດທີ່ສວຍງາມ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​  Doodido.

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page