top of page
Search

ນໍ້າຕົກຕາດຫ້ວຍໝາກມື ແຫ່ງເມືອງລອງ ແຂວງຫຼວງນ້ຳທາ

  • Writer: Superphil Phil
    Superphil Phil
  • May 23, 2020
  • 1 min read

ແຫຼ່ງທ່ອງທ່ຽວທໍາມະຊາດ ນໍ້າຕົກຕາດຫ້ວຍໝາກມື ແຫຼ່ງທ່ອງທ່ຽວທຳມະຊາດນໍ້າຕົກຕາດຫ້ວຍໝາກມື ໄດ້ຮັບການສໍາຫຼວດຈາກພາກສ່ວນລັດ ຈໍານວນ 3 ຄັ້ງຄື: ປີ 2014, 2016 ແລະ ຄັ້ງທີ່ 3 2017 ພາຍຫຼັງທີ່ໄດ້ຮັບການສໍາຫຼວດ ຈັບຈຸດພິກັດ (GPS) ພ້ອມທັງກໍານົດຂອບເຂດ ແຫຼ່ງທ່ອງທ່ຽວ ເປັນຕົ້ນມາ ທາງອົງການປົກຄອງເມືອງ ນັ້ນກໍ່ຄືຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ

ພາບ​: Muanglong Tourism

ຈີ່ງໄດ້ກໍານົດເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ ນັ້ນກໍ່ຄືແຜນພັດທະນາການທ່ອງທ່ຽວ ພ້ອມທັງໄດ້ຈັດໃຫ້ເປັນບູລິມະສິດ ໃນການສ້າງໃຫ້ກາຍເປັນສະຖານທີ່ທ່ອງທ່ຽວແຫ່ງທີ່ 2 ຂອງເມືອງຖັດຈາກແຫຼ່ງທ່ອງທ່ຽວທໍາມະຊາດພູຜາຄໍາ; ເປັນຫຍັງຈື່ງເອີ້ນວ່ານໍ້າຕົກຕາດຫ້ວຍໝາກມື? ກໍ່ຍ້ອນວ່າ ໃນເມື່ອກ່ອນບໍລິເວນຫ້ວຍແຫ່ງນີ້ມີຕົ້ນໝາກມືຫຼາຍທີ່ສຸດຢູ່ລຽບຕາມຫ້ວຍ ປະຊາຊົນໃນເມື່ອກ່ອນເລີຍພາກັນເອີ້ນວ່າ ຫ້ວຍໝາກມື ເຊີ່ງນໍ້າຕົກຕາດແຫ່ງນີ້ແມ່ນເອີ້ນຕາມສາຍນໍ້າຫ້ວຍຄື: ນໍ້າຕົກຕາດຫ້ວຍໝາກມື ມາຈົນເຖີ່ງເທົ່າທຸກວັນນີ້. ນໍ້າຕົກຕາດຫ້ວຍໝາກມື ຕັ້ງຢູ່ບ້ານຈ່າຄໍາປິງ ທິດເໜືອ ແລະ ທິດຕາເວັນອອກຕິດກັບ ຂອບເຂດທໍາການຜະລິດຂອງ ບ້ານສີວິໄລ, ທິດຕາເວັນຕົກ ແລະ ທິດໃຕ້ ຕິດກັບຂອບເຂດທໍາການຜະລິດບ້ານຈ່າຄໍາປິງ ແລະ ປ່າສະຫງວນຂອງບ້ານ ຫ່າງຈາກເທດສະບານເມືອງລອງ 8 ກິໂລແມັດ ແຫຼ່ງທ່ອງທ່ຽວທໍາມະຊາດ ນໍ້າຕົກຕາດຫ້ວຍໝາກມື ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page