top of page
Search

ນໍ້າຕົກຕາດ​ຜາ​ສ້ວມ​ແຫຼ່ງ​ທ່ອງ​ທ່ຽວ​ທີ່​ມີຊື່​ຂອງ​ ແຂວງ​ຈຳປາ​ສັກ

  • Writer: Superphil Phil
    Superphil Phil
  • Mar 31, 2020
  • 1 min read

ແຫຼ່ງ​ທ່ອງ​ທ່ຽວ​ນ້ຳຕົກ​ຜາ​ສ້ວມ ແມ່ນ​ໜຶ່ງ​ໃນ​ແຫຼ່ງ​ທ່ອງ​ທີ່​ມີ​ຊື່ສຽງ​ຂອງ​ ແຂວງ​ຈຳປາ​ສັກ ຖ້າໃຜ​ມີ​ໂອກາດ​ໄດ້​ໄປ​ຢ້ຽມຢາມ​ສະຖານ​ທີ່​ແຫ່ງ​ນີ້​ ​ກໍ​ຈະ​ໄດ້​ສຳຜັດ​ກັບ​ຄວາມ​ງົດ​ງາມ​ຂອງ​ນ້ຳຕົກຕາດຜາ​ສ້ວມ, ຕາດ​ໝາກ​ແງວ, ຊົມ​ວິວ​ທິວ​ທັດ, ເຮືອນ​ພັກ​ແຄມ​ຫ້ວຍ ແລະ ຣີ​ສອດ​ແຄມ​ນ້ຳຕົກ, ພ້ອມທັງຊົມ​ບ້ານ​ວັດທະນະທຳ​ບັນດາເຜົ່າ ແລະ ທ່ຽວ​ຊົມ​ຖ້ຳ​ພະຍາ​ນາກ.

ພາບ: fastfollownews.com


ອຸດທະຍານ​ບາ​ຈຽງ ນ້ຳຕົກຜາ​ສ້ວມ​ ແຫ່ງ​ນີ້ ​ຕັ້ັງ​ຢູ່​ເມືອງ​ບາ​ຈຽງຈະເລີນ​ສຸກ ຫ່າງ​ຈາກ​ເທສະ​ບານ​ແຂວງ​ຈຳປາ​ສັກ ໄປ​ທາງ​ທິດຕາເວັນອອກ​ປະມານ 30 ກິໂລແມັດ, ອີງ​ຕາມ ​ທ່ານ ທຳ​ຜາ​ສຸກ ຈີ​ປຣູ ແຈະ​ກຣຽງ ເຜົ່າ​ກຣຽງ ຜູ້​ປະຊາສຳພັນ​ນຳ​ທ່ຽວ​ປະຈຳ​ແຫຼ່ງ​ທ່ອງ​ທຽວ​ແຫ່ງ​ນີ້ ​ໃຫ້​ຮູ້​ວ່າ:

ກ່ອນ​ໜ້າ​ນີ້​ຫຼາຍ​ສິບ​ປີ, ​ຕອນ​ທີ່​ຂ້າພະເຈົ້າ​ບໍ່​ທັນໄດ້​ມາ​ຢູ່​ບໍລິເວນ​ແຫ່ງ​ນີ້ ມັນເປັນ​ພື້ນ​ທີ່​ປ່າ​ຊຸດໂຊມ ພາຍຫຼັງ​ທີ່​ ທ່ານ ວິມົນ​ ກິດ​ບຳລຸງ ​ນັກ​ລົງທຶນ​ຊາວ​ໄທ ​ໄດ້​ຮັບ​ການ​ສຳ​ປະທານ​ພັດ​ທະນາ​ເປັນ​ແຫຼ່ງ​ທ່ອງ​ທ່ຽວ​ທຳ​ມະ​ຊາດ ​ຕິດ​ພັນ​ກັບ​ ວັດທະນະທຳ​ເຊີງອະນຸ​ຮັກ​ພື້ນ​ທີ່​ປ່າໄມ້​ ໃນ​ບໍລິເວນ​ແຫ່ງ​ນີ້​ປະມານ 2 ກິ​ໂລ​ຕາ​ແມັດ ຈຶ່ງ​ໄດ້​ຮັບ​ການ​ຟື້ນ​ຟູ​ໃຫ້​ຂຽວງາມ, ອຸດົມສົມບູນ, ມີ​ນົກ​ໜູ​ປູ​ປາ​ນາ​ນ້ຳ, ມີ​ການ​ພັດທະນາ​ໃຫ້​ມີ​ຮ້ານ​ອາຫານ, ກິດຈະກຳ​ຍ່າງ​ປ່າ ແລະ ຍັງມີ​ບ້ານ​ຊົນເຜົ່າ ​ທີ່​ສະແດງ​ເຖິງ​ວັດທະນະທຳ ຮີດຄອງ​ປະເພນີ​ອັນ​ດີງາມ​ຂອງ​ບັນດາເຜົ່າ​ລາວ​ເຮົາ ເພື່ອ​ຕ້ອນຮັບ​ແຂກ​ມາ​ທ່ຽວ​ຊົມ. ທ່ານ ທຳ​ຜາ​ສຸກ ອະທິບາຍ​ກ່ຽວ​ກັບ​ ຄວາມ​ໝາຍ​ຂອງ​ນ້ຳຕົກ​ຜາ​ສ້ວມ ​ສູ່​ຟັງ​ວ່າ:

‘‘ສ້ວມ” ໃນ​ພາສາ​ລາວ ແມ່ນ​ໝາຍ​ເຖິງ ຫ້ອງ​ນອນ ຮີດຄອງ​ປະເພນີ​ລາວ​ແຕ່ດຶກ​ດຳ​ບັນ​ ໃນ​ເວລາ​ບ່າວ-ສາວແຕ່ງດອງ​ເປັນ​ຄູ່​ຜົວ-ເມຍ​ກັນ​ ຈະ​ມີ​ຜູ້​ເຖົ້າ​ຜູ້​ແກ່​ເປັນ​ຜູ້​ຈູງ​ແຂນ​ເຂົ້າ​ສ້ວມ.

ການ​ທີ່​ນ້ຳຕົກ​ແຫ່ງ​ນີ້​ ມີ​ຊື່ວ່າ:

ນ້ຳຕົກ​ຜາ​ສ້ວມ​ນັ້ນ ກໍ​ຍ້ອນ​ວ່າ ບໍລິເວນ​ທີ່​ນ້ຳ​ຕົກລົງ​ສູງ​ປະມານ​ເກືອບ 10 ແມັດ​ ລຽນ​ລ້ອມ​ໄປ​ດ້ວຍ​ຝາ​ຜະໜັງ​ຫີນ ​ຕັ້ງ​ຊື່​ຄື​ກັນ​ກັບ​ໄມ້​ແປ້ນ​ແອ້ມ​ຝາ​ເຮືອນ ແລະ ເປັນ​ວົງ​ກົມ​ລັກສະນະ​ຄື​ກົ້ນ​ຫວີງ.

ພາບ: fastfollownews.com


ຢູ່​ສະຖານທີ່​ແຫ່ງ​ນີ້ ຈຸດ​ທຳ​ອິດທີ່​ພວກ​ເຮົາ​ໄປ​ທ່ຽວ​ຊົມ ​ກໍ່ແມ່ນ ນ້ຳຕົກ​ຜາ​ສ້ວມ ເຊິ່ງ​ເມື່ອ​ໄດ້​ສຳຜັດ​ຕົວ​ຈິງ​ກໍ​ເຫັນ​ວ່າ ​ສວຍ​ງາມ​ດັ່ງ​ຄຳ​ຊ່າ​ລື​ອີ່ຫຼີ, ບົນ​ສາຍ​ນ້ຳ​ຈາກ​ພັກ​ເບື້ອງ​ເທິງ ນ້ຳ​ແຍກ​ກັນ​ເປັນ​ສາຍ​ທະຍານ​ຕົກລົງ​ສູ່​ດ້ານ​ລ່າງ​ຕາມ​ຝາ​ຜະໜັງ​ຫີນ​ແຕກ​ກະຈາຍ ຂາວ​ຄື​ປຸຍ​ຝ້າຍ, ອ້ອມ​ຮອບ​ລຽນ​ລ້າຍ​ໄປ​ດ້ວຍ​ແມກ​ໄມ້​ໃບ​ຂຽວ​ຖິ້ມ​ຮົ່ມ​ເງົາ​ປູ​ຕາມ​ໜ້ານ້ຳ ເຮັດ​ໃຫ້​ທົ່ວບໍລິເວນ​ມີ​ຄວາມ​ສົດຊື່ນ, ເມື່ອ​ໄດ້​ສຳຜັດ ​ຮູ້ສຶກ​ເຢືອກ​ເຢັນ​ໃນ​ສາຍຕາ ແລະ ຊຸ່ມ​ຊື່ນ​ໃນ​ຫົວໃຈ.

ຈາກ​ບໍລິເວນ​ນ້ຳຕົກ​ຜາ​ສ້ວມ ພວກ​ເຮົາ​ຍ່າງເລາະ​ມາ​ທາງ​ຮ້ານ​ອາຫານ, ຮ້ານ​ຂາຍເຄື່ອງ​ທີ່​ລະນຶກ ຜ່ານ​ຂົວ​ເຫຼັກ​ ແລ້ວ​ຍ່າງ​ຊົມ​ປ່າໄມ້ ຣີ​ສອດ​ທີ່​ປຸກ​ຕາມ​ແບບ​ຕ່າງໆ, ຊົມນ້ຳຕົກ​ໝາກ​ແງວ ແລ້ວ​ເຂົ້າ​ສູ່​ບ້ານ​ວັດທະນະທຳ​ບັນດາເຜົ່າ, ຢູ່ທີ່​ນີ້​ໄດ້​ເຕົ້າໂຮມ​ເອົາ​ເຮືອນ​ບູຮານ​ຂອງ 8 ຊົນເຜົ່າ​ຈາກ 4 ແຂວງ​ພາກ​ໃຕ້ ແລະ ໄດ້​ຈັດ​ຕັ້ງ​ຫໍ​ຜະລິດຕະ​ພັນ​ຊົນເຜົ່າ​ໄວ້​ຄອຍ​ຕ້ອນຮັບນັກ​ທ່ອງ​ທ່ຽວ.

ພາບ: fastfollownews.com


ພາຍ​ໃນ​ບ້ານ​ວັດທະນະທຳ​ບັນດາ​ເຜົ່າ ​ມີ​ການ​ປຸກ​ສ້າງ​ເຮືອນ​ທີ່​ມີຮູບ​ແບບ​ເອກະລັກ​ຂອງ​ແຕ່​ລະເຜົ່າ, ໃຈ​ກາງຂອງ​ບ້ານ ​ມີ​ສາລາ​ທີ່ເປັນ​ບ່ອນ​ເຕົ້າໂຮມ​ເຮັດ​ພິທີກຳ​ຕ່າງໆ, ມີ​ເຮືອນ​ເສົາ​ດຽວ​ທີ່​ເປັນບ່ອນ​ພົບ​ປະ​ໂອ້​ລົມ​ກັນ​ຂອງ​ບ່າວ-ສາວ, ມີ​ການ​ຕ່ຳຫູກ​ທໍ​ໄໝ, ຫຍິບ, ປັກ​ຖັກ​ແສ່ວ ແລະ ສະແດງ​ເຄື່ອງດົນຕີ​ພື້ນເມືອງ​ຂອງ​ຊົນເຜົ່າ ເຊິ່ງໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່ນັກ​ທ່ອງ​ທຽວ ​ທີ່​ເຂົ້າ​ມາ​ທຽວ​ຊົມ ຢ່າງ​ບໍ່​ມີ​ວັນ​ລືມ.

ພາບ: fastfollownews.com


ສະຖານທີ່​ທ່ອງ​ທ່ຽວ ​ອຸທະຍານ​ບາ​ຈຽງ ນ້ຳຕົກ​ຜາ​ສ້ວມ ເປັນທີ່​ຮູ້ຈັກ​ກັນ​ດີ​ຂອງ​ນັກ​ທ່ອງ​ທ່ຽວ ພາຍ​ໃນ 4 ແຂວງ​ພາກ​ໃຕ້ ແລະ ນັກ​ທ່ອງ​ທຽວ​ຊາວ​ໄທ, ແຕ່​ລະ​ວັນ ແຫຼ່ງ​ທ່ອງ​ທ່ຽວ​ແຫ່ງ​ນີ້ ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ຈາກ​ສາລະ​ທິດ ທີ່ມາ​ເບິ່ງ​ມາ​ຊົມ​ ຢ່າງ​ບໍ່​ຂາດ​ສາຍ.

ນາງ ໃສ ພະນັກງານ​ເກັບ​ເງິນຄ່າ​ປີ້​ເຂົ້າ​ທ່ຽວ​ຊົມ ​ບອກ​ວ່າ:

ປົກກະຕິ ​ນັກ​ທ່ອງ​ທ່ຽວ​ມາ​ຫຼາຍ​ແມ່ນ ວັນ​ເສົາ ແລະ ວັນ​ອາທິດ, ແຕ່​ມາຫຼາຍ​ກວ່າ​ໝູ່​ແມ່ນ ​ວັນ​ບຸນ​ຕ່າງໆ ເປັນຕົ້ນ ວັນ​ບຸນປີໃໝ່​ລາວ, ວັນແມ່ຍິງ​ສາກົນ… ເຊິ່ງ​ປະລິມານລົດ​ແມ່ນ​ມີ​ເຖິງ 300-400 ຄັນ, ສຳລັບ​ຄ່າ​ເຂົ້າ​ທ່ຽວ​ຊົມ ​ຄົນ​ລາວ 5.000 ກີບ ຄົນ​ຕ່າງປະເທດ 10.000 ກີບ​ຕໍ່​ຄົນ, ຄ່າ​ຝາກ​ລົດໃຫຍ່ 5.000 ກີບ ແລະ ລົດຈັກ 2.000 ກີບ​ຕໍ່​ຄັນ.

ພາບ: fastfollownews.com


ຖ້າ​ໃຜ​ໄດ້​ໄປ​ພາກ​ໃຕ້​ ກໍ​ຢ່າ​ລືມ​ໄປແວ່​ຊົມ ​ອຸທະຍານ​ບາ​ຈຽງ​ ນ້ຳຕົກຜາ​ສ້ວມ ຮັບຮອງ​ວ່າ ​ທ່ານ​ຈະ​ມີ​ຄວາມ​ປະ​ທັບ​ໃຈ​ໃນ​ທຳ​ມະ​ຊາດ​ທີ່​ສວຍ​ງາມ ແລະ ຊື່ນ​ຊົມ​ຕື່ນ​ຕາຕື່ນ​ໃຈ​ກັບ ​ວັດທະນະທຳ​ຂອງ​ບັນດາ​ເຜົ່າ​ ທີ່​ອຸດົມສົມບູນ ແລະ ມີຫຼາຍ​ສິ່ງ​ຫຼາຍ​ຢ່າງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

ແຫລ່ງ​ທີ່​ມາ: fastfollownews.com

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page