top of page
Search

ນ້ອງໆ​ພ້ອມ​ແລ້ວ​ບໍ່! ຈະຮັບນັກສຶກສາ 9 ພັນກວ່າຄົນສຳ​ລັບມະຫາວິທະຍາໄລແຫ່ງຊາດ.

  • Writer: Superphil Phil
    Superphil Phil
  • Sep 6, 2020
  • 1 min read

ນ້ອງໆ​ພ້ອມ​ແລ້ວ​ບໍ່! ຈະຮັບນັກສຶກສາ 9 ພັນກວ່າຄົນສຳ​ລັບມະຫາວິທະຍາໄລແຫ່ງຊາດ. ໃນ​ສົກ​ຮຽນ​ໃໝ່​ທີ່​ຈະ​ມາ​ເຖິງ​ນີ້, ມະຫາວິທະຍາໄລ ແຫ່ງຊາດ (ມຊ) ຈັດການສອບເສັງຄັດເລືອກ ເອົານັກສຶກສາເຂົ້າຮຽນສົກສຶກສາ 2020-2021 ຢ່າງເປັນທາງການ ໃນວັນທີ 29 ສິງຫາ 2020 ທີ່ຜ່ານມາ, ໂດຍມີນັກສຶກສາມາສອບເສັງທັງໝົດ 14.300 ກວ່າຄົນ ແລະ ຈາກ​ຕົວ​ເລກ​ທີ່ຈະຮັບເອົາຕົວຈິງ​ແມ່ນ​ປະ​ມານ 9 ພັນກວ່າຄົນ. ໃນນັ້ນລວມທັງນັກສຶກສາໃນແຜນ ແລະ ລະບົບຕໍ່ເນື່ອງ ເຂົ້າໃນລະບົບປະລິນຍາຕີ (ຮຽນປົກກະຕິ) ທັງໝົດ 107 ສາຂາ, ລະບົບອະນຸປະລິນຍາ 4 ສາຂາ ເຊິ່ງນອນໃນ 13 ຄະນະ ເຊິ່ງຄະນະວິຊາ ທີ່ນັກຮຽນໃຫ້ຄວາມສົນໃຈ ລົງທະບຽນເຂົ້າສອບເສັງຫລາຍກວ່າໝູ່ ແມ່ນຄະນະອັກສອນສາດ (ສາຍພາສາຈີນ, ພາສາອັງກິດ), ຄະນະເສດຖະ ສາດ ແລະ ບໍລິຫານທຸລະກິດ (ສາຍວິຊາບໍລິຫານທຸລະກິດ, ການເງິນການທະນາຄານ ແລະ ການບັນຊີ).

ພາບ: Thanunsen Khamvixay

ທ່ານ ຄໍາຜົງ ນາມມະວົງມີໄຊ ຮອງອະທິການບໍດີ ມຊ, ຜູ້ຊີ້ນໍາວຽກງານວິຊາການ ລາຍງານໃຫ້ຮູ້ວ່າ: ການສອບເສັງໃນປີນີ້, ມີ 1 ສູນສອບເສັງໃຫຍ່ ຄື (ວິທະຍາເຂດດົງໂດກ), ໂດຍໄດ້ແບ່ງອອກເປັນ 17 ຈຸດສອບເສັງ, ມີ 600 ກວ່າຫ້ອງ ແລະ ໄດ້ສອບເສັງໃນ 8 ວິຊາຄື: ວິຊາຄະນິດສາດ, ຟີຊິກສາດ, ເຄມີສາດ, ຊີວະສາດ, ພາສາລາວ-ວັນນະຄະດີ, ພູມສາດ ແລະ ວິຊາປະຫວັດສາດ. ນອກນັ້ນ ຍັງມີຈຸດສອບເສັງສຳຮອງ ເພື່ອຮອງຮັບນັກຮຽນ ທີ່ຫລົງຫ້ອງ, ຫລົງຈຸດ ສອບເສັງ, ພາຍຫລັງສອບເສັງສຳເລັດແລ້ວ ຄາດວ່າຈະປະກາດຜົນການສອບເສັງ ພາຍໃນ 30 ວັນ ເຊິ່ງນັກສຶກສາ ສາມາດຕິດຕາມຜົນການສອບເສັງ ຜ່ານທາງເວັບໄຊ ຂອງ ມຊ (https://entrance.nuol.edu.la ແລະ http://www.nuol.edu.la, ເຟດບຸກເພຈ: ຂ່າວສານ ມຊ NUoL News, ວິທະຍຸຄື້ນ 103.7 MHz ອອກອາກາດເວລາ 10:30–11:00 ໂມງ ຂອງທຸກໆວັນອາທິດ), ຕິດປະກາດຢູ່ທີ່ສະໂມສອນໃຫຍ່ ມຊ ແລະ ພະແນກສຶກສາທິການ ແລະ ກິລາແຂວງ ໃນຂອບເຂດທົ່ວປະເທດ. ການລົງທະບຽນເຂົ້າຮຽນຂອງນັກສຶກສາຜູ້ທີ່ເສັງໄດ້ ແມ່ນຈະເລີ່ມ ແຕ່ມື້ປະກາດຜົນສອບເສັງ ເປັນຕົ້ນໄປ ແລະ ຈະເປີດການຮຽນ-ການສອນ ຊັ້ນຮຽນ ປີທີ 1 ໃນວັນທີ 12 ຕຸລາ 2020. ທ່ານ ຄໍາຜົງ ນາມມະວົງມີໄຊ ໃຫ້ຮູ້ອີກວ່າ: ເພື່ອຮັກສາຄວາມໂປ່ງໃສ່ ໃນການສອບເສັງ ມະຫາວິທະຍາໄລແຫ່ງຊາດ ໄດ້ມີນິຕິກຳແຕ່ລະຂັ້ນຕອນ ໃນການກະກຽມ, ຈັດຕັ້ງສອບເສັງ ແລະ ກວດກາຕ່າງໆ, ໄດ້ນຳໃຊ້ລະບົບດີຈິຕອນ ຫລື ລະບົບຄອມພິວເຕີ ເຂົ້າໃນການກວດບົດສອບເສັງ ແລະ ສັບຊ້ອນ ປະກາດຜົນການສອບເສັງ. ມະຫາວິທະຍາໄລແຫ່ງຊາດ ຈະຮັບນັກສຶກສາກວ່າ 9 ພັນຄົນ

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido.

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page