top of page
Search

ນັກໂທດແຫກຄຸກຈາກຄ້າຍຄຸມຂັງໂພນຕ້ອງ ລົບໜີ 10ກວ່າຄົນ.

  • Writer: Superphil Phil
    Superphil Phil
  • Aug 30, 2020
  • 1 min read

ນັກໂທດແຫກຄຸກຈາກຄ້າຍຄຸມຂັງໂພນຕ້ອງ ລົບໜີ 10ກວ່າຄົນ. ທີ່ຄຸກໂພນຕ້ອງ ນະຄອນຫຼວງວຽງຈັນໃນວັນທີ 24/8/2020 ໄດ້ ມີການປັບປຸງກໍ່ສ້າງໂດຍເປີດປະຕູເອົາລົດຈົກເຂົ້າໄປໃນຄຸກຂຸມຂັງນັກໂທດ, ແຕ່ໄດ້ເກີດເຫດບໍ່ຄາດຝັນຂື້ນເມືອມີນັກໂທດຈຳນວນສິບກວ່າຄົນ ແລ່ນອອກຈາກປະຕູນັ້ນ, ຕຳຫຼວດຫຼາຍໆສະຫາຍໄດ້ພະຍາຍາມຄວບຄຸມ ແຕ່ເອົາບໍ່ຢູ່ຈຳນວນໜຶ່ງໜີໄປໄດ້. ອາດເປັນໄປໄດ້ວ່າມີການວາງແຜນຊ່ວຍເຫລືອຈາກຄົນພາຍນອກໂດຍນຳໃຊ້ ລົດກະບະ ວີໂກ້ ສີປອນ ເປັນພາຫະນະນຳພານັກໂທດ ຫນີ, ສະນັ້ນໃຫ້ບັນດາພໍ່ແມ່ປະຊາຊົນຊ່ວຍເປັນຫູເປັນຕາຊ່ວຍກັນ, ຖ້າຫາທ່ານ ພົບເຫັນຄົນທີ່ຕ້ອງສົງໃສ ຮູບຮ່າງລັກສະນະຄ້າຍຄືນັກໂທດ ທີ່ໂຕນຫນີ ໃຫ້ທ່ານເເຈ້ງຫາເຈົ້າຫນ້າທີ່ດ່ວນ, ຕອນນີ້ຕຳຫຼວດກຳລັງຮີບນຳຈັບ ມາດຳເນີນຄະດີຕາມກົດໝາຍ ແຕ່ທີ່ສຳຄັນໃຫ້ທຸກຄົນມີສະຕິຫຼາຍຂຶ້ນໃຫ້ເຝົ້າລະວັງໃຫ້ຫລາຍກວ່າເກົ່າ.

ພາບ: abclao.com

ຫລ້າສຸດວັນທີ່ 25/8/2020 ໄດ້ມີລາຍງານວ່າຈາກເຈົ້າໜ້າທີ່ຄ້າຍຄຸມຂັງໂພນຕ້ອງ (ຄຸກໂພນຕ້ອງ) ເມືອງ ຈັນທະບູລີ ນະຄອນຫລວງວຽງຈັນ ໄດ້ແຈ້ງວ່າ: ຮອດປັດຈຸບັນນີ້ເຈົ້າໜ້າທີ່ຄ້າຍຄຸມຂັງສາມາດຈັບກຸມນັກໂທດໄດ້ 5 ຄົນແລ້ວ ຍັງ 7 ຄົນ ຈາກນັກໂທດທີ່ໂຕນໜີອອກຈາກຄ້າຍຄຸມຂັງທັງໝົດ 12 ຄົນ ໃນວັນທີ 24 ສິງຫາ 2020​ ທີ່ຜ່ານມາ ຊຶ່ງເປັນນັກໂທດຄະດີຢາເສບຕິດທັງໝົດ. ນັກໂທດ10 ກວ່າຄົນ ແຫກຄຸກໂພນຕ້ອງໜີຕາຍຄະດີຢາເສບຕິດ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido.

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page