ນັກທ່ອງທຽວກ່ຳລັງນິຍົມໄປທ່ຽວ ຜາກະຕ່າຍ ຜາສູງຊັນແຂວງຄຳມ່ວນ.
- Superphil Phil
- May 20, 2020
- 1 min read
ນັກທ່ອງທຽວກ່ຳລັງນິຍົມໄປທ່ຽວ ຜາກະຕ່າຍ ຜາສູງຊັນແຂວງຄຳມ່ວນ. ນັກທ່ອງທ່ຽວຫລາຍໆທ່ານທີ່ເຄີຍໄປທ່ຽວ ຜາກະຕ່າຍ ລ້ວນແລ້ວແຕ່ປະທັບໃຈກັບການໄດ້ໄປທ່ຽວຊົມຜາກະຕ່າຍ ແລະ ບອກໄດ້ເລີຍວ່າຖ້າຈະໄປທ່ຽວທຳມະຊາດຕ້ອງໄປທ່ຽວຊົມຜາກະຕ່າຍແລ້ວຈະໄດ້ຮັບຄວາມປະທັບໃຈ ແລະ ຄວາມຊົງຈຳກັບບ້ານໄປຢ່າງແນນອນ.
ຜາກະຕ່າຍຈຸດຊົມວິວ 360 ອົງສາ ຕັ້ງຢູ່ເມືອງຍົມມະລາດ ແຂວງຄຳມ່ວນ(ເສັ້ນທາງໄປເຂື່ນນ້ຳເທີນ2) ເຊີ່ງຕິດກັບທາງເລກທີ 12 ມີຄວາມສູງຈາກລະດັບນ້ຳທະເລ 260m ແລະເສັ້ນທາງຢ່າງຂຶ້ນໄປຮອດຈຸດຊົມວິວຍາວ 750m ເປັນຈຸດຊົມວິວທິວທັດເທິງຈອມຜາທີ່ສູງທີ່ສຸດ ແລະສວຍງາມທີ່ສຸດແຫ່ງໜຶ່ງຂອງປະເທດລາວ. ການໄຕ່ຂັ້ນໄດເທິງຈອມຜາ ນັກທ່ອງທ່ຽວຈະຮູ້ສຶກວ່າຕົນເອງກຳລັງບິນເຫາະເຫີນຢູ່ເທິງຈອມຜາ ເຊິ່ງສາມາດເບິ່ງເຫັນທັງວິວຫາງເຂື່ອນໄຟຟ້ານໍ້າເທີນສອງທີ່ສວຍງາມ, ທຳມະຊາດ, ຈອມຜາທີ່ເປັນຊໍ່ແຊງສະຫຼັບຊັບຊ້ອນ, ຕົ້ນໄມ້ທີ່ຂຽວງາມ ແລະທົ່ງກວ້າງ ທີ່ຈະເຮັດໃຫ້ນັກທ່ອງທ່ຽວໄດ້ປ່ອຍສາຍຕາໄປໄກ ເພີດເພີນກັບຈິນຕະນາການອັນຫາທີ່ປຽບໄດ້ຍາກ. ຜາກະຕ່າຍ ຜາສູງຊັນທີ່ກ່ຳລັງເປັນທີ່ນິຍົມຂອງນັກທ່ອງທຽວ ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Comments