top of page
Search

ທຳມະຊາດຕາດໄພວັນ ໄຊຈຳພອນ, ແຂວງບໍລິຄຳໄຊ

  • Writer: Superphil Phil
    Superphil Phil
  • Apr 6, 2020
  • 1 min read

ຕາດທຳມະຊາດໄພວັນ ເມືອງໄຊຈຳພອນ, ແຂວງບໍລິຄຳໄຊຕາດ​ທີ່​ມີ​ທຳ​ມະ​ຊາດ​ທີ່​ສວຍ​ງາມ

ໄຊຈຳພອນເປັນອີກເມືອງໜຶ່ງຂອງແຂວງບໍລິຄຳໄຊ ທີ່ມີທ່າແຮງທາງດ້ານຊັບພະຍາກອນທຳມະຊາດ ແລະ ສິງແວດລ້ອມ ເພາະວ່າເປັນເມືອງພູດອຍທີ່ຍັງຄົງມີຄວາມອຸດົມສົມບູນຂອງປ່າໄມ້ທີ່ຕືບໜ້າ ເຮັດໃຫ້ເກີດມີແຫຼ່ງທ່ອງທ່ຽວທຳມະຊາດທີ່ມີຄວາມເປັນເອກະລັກ ແລະ ສວຍງາມຫຼາຍແຫ່ງ ທີ່ພ້ອມຈະຕ້ອນຮັບນັ້ກທ່ອງທ່ຽວເຂົ້າໄປຢ້ຽມຢາມ.

ຕາດໄພວັນ ຕັ້ງຢູ່ບ້ານໂພນເມືອງ ຫ່າງຈາກເທດສະບານເມືອງໄປຫາຕາດ 40 ກິໂລແມັດ ແຕ່ວ່າຫ່າງຈາກບ້ານໂພນເມືອງໄປປະມານ 7 ກິໂລແມັດ, ຕາມຕາມເສັ້ນທາງຊາຍແດນ ດ່ານເວວ (ຊາຍແດນລາວ-ຫວຽດນາມ) ເຊິ່ງເປັນດ່ານປະເພນີຂອງເມືອງໄຊຈຳພອນ. ຕາດດັ່ງກ່າວມີຄວາມສູງ 100 ກວ່າແມັດ, ມີຄວາມກວ້າງສຸດ 8-9 ແມັດ (ໃນລະດູຟົນ) ນໍ້າຕົກຕາດເປັນນໍ້າທີ່ໄຫຼມາຈາກສາຍຫວ້ຍນໍ້າຈໍ້າ ແລະ ສາຍນໍ້າທີ່ໄຫຼລົງຈາກຮອ່ມພູນັ້ນ ຜ່ານໂງ່ນຫີນທີ່ເກາະກ່າຍກັນເປັນຊັ້ນໆ ຈິ່ງເຮັດໃຫ້ນໍ້າຕົກຕາດໄພວັນ ເປັນນໍ້າຕົກຕາດທີ່ມີຫຼາຍຊັ້ນສະລັບລຽງລາຍກັນ, ສຽງຂອງນ້ຳທີ່ໄຫຼທີ່ຕົກລົງມາຈາກໜ້າຜາ ລົງສູ່ອ່າງນ້ຳທີ່ກວ້າງໃຫ່ຍຢູ່ດ້ານລຸ່ມ ເຮັດໃຫ້ເກີດເປັນລະອອງນ້ຳຟຸ້ງກະຈາຍໄປທົ່ວບໍລິເວັນອ້ອມຮອບ ແລະ ເມື່ອໄດ້ປະສານກັບແສງແດດທີ່ສາດສອ່ງລົງມາ ຈະເກີດແສງເຫຼື້ອມລະຍິບລະຍັບຄ້າຍຄືກັບສາຍຮຸ້ງທີ່ງົດງາມໜ້າສະອອນໃຈ.

ຕິດຕາມ​ການ​ເຄືອນ​ໄຫວ​ເຫດ​ການເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ FacebookDoodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page