top of page
Search

ທາງລົດໄຟຄືບໜ້າໄວກວ່າແຜນກຳ​ລັງສ້າງສະຖານີໃຫຍ່ຕາມແຂວງຕ່າງໆ.

  • Writer: Superphil Phil
    Superphil Phil
  • Jun 27, 2020
  • 1 min read

ທາງລົດໄຟຄືບໜ້າໄວກວ່າແຜນກຳ​ລັງສ້າງສະຖານີໃຫຍ່ຕາມແຂວງຕ່າງໆ. ອີງຕາມການລາຍງານການກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງ ມາຮອດປະຈຸບັນແມ່ນສຳເລັດແລ້ວປະ​ມານ 90% ຂອງໜ້າວຽກທັງໝົດ ເຊິ່ງລື່ນແຜນການທີ່ວາງໄວ້ ໃນເບື້ອງຕົ້ນ ແລະບັນດາບໍລິສັດຮັບເໝົາພວມເລັງໃສ່ກໍ່ສ້າງສະຖານີໃຫຍ່ ຢູ່ບັນດາແຂວງທີ່ມີທາງລົດໄຟຜ່ານ ເພື່ອໃຫ້ທຸກໜ້າວຽກແລ້ວຕາມແຜນ ແລະສາມາດເປີດໃຊ້ຕາມວັນເວລາທີ່ກຳນົດໄວ້. ດັ່ງ​ທີ່​ເຮົາ​ຮູ້​ກັນ​ດີ​ແລ້ວ​ວ່າ​ເສັ້ນ​ທາງ​ລົດ​ໄຟ​ ລາວ-ຈີນ ກ່ຳ​ລັງ​ມີ​ການ​ກໍ່​ສ້າງ​ຢ່າງ​ຕໍ່​ເນືອງ, ແລະ ໂຄງການເສັ້ນ​ທາງລົດໄຟຄວາມໄວສູງລາວ-ຈີນ ນັບຈາກຊາຍແດນລາວ-ຈີນຫາສະຖານີສຸດທ້າຍນະຄອນຫຼວງວຽງຈັນ ແມ່ນມີຄວາມຍາວທັງໝົດ 409 ກິໂລແມັດ ໂດຍແລ່ນຜ່ານ 5 ແຂວງຄື: ຫຼວງນ້ຳທາ, ອຸດົມໄຊ, ຫຼວງພະບາງ, ແຂວງວຽງຈັນ ແລະນະຄອນຫຼວງວຽງຈັນ ປະກອບມີທັງໝົດ 32 ສະຖານີ ໃນນີ້ມີ 11 ສະຖານີໂດຍສານ ແລະ ສິນຄ້າ ນອກນັ້ນແມ່ນສະຖານີຫຼີກກັນ ຫຼື ຈອດລໍຖ້າ, ເຊິ່ງ​ປະ​ຈະ​ບັນ​ກ່ຳ​ລັງ​ມີ​ການ​ກໍ່​ສ້າງ​ໄປ​ໄດ້​ຫລາຍ​ເຕີບ​ແລ້ວ.

ພາບ: www.laothai.net

ອີງຕາມຂໍ້ມູນລາຍງານຈາກກອງປະຊຸມຄົບຄະນະຊີ້ນຳ ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໄດ້ຈັດຂຶ້ນໃນວັນທີ 22 ມິຖຸນາ 2020 ນີ້ ຢູ່ສະໂມສອນໃຫຍ່ຂອງຫ້ອງວ່າການປົກຄອງແຂວງຫຼວງພະບາງ ໂດຍເປັນປະທານຂອງ ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະຊີ້ນໍາໂຄງການກໍ່ສ້າງທາງລົດໄຟລາວ-ຈີນ, ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ມີຮອງລັດຖະມົນຕີກະຊວງກ່ຽວຂ້ອງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ຮອງເຈົ້າແຂວງທີ່ມີແລວທາງລົດໄຟຜ່ານ, ພ້ອມດ້ວຍຄະນະຊີ້ນນໍາໂຄງການຂັ້ນສູນກາງ ແລະທ້ອງຖິ່ນເຂົ້າຮ່ວມ ນັ້ນໃຫ້ຮູ້ວ່າ: ຄວາມຄືບໜ້າ ຂອງໂຄງການກໍ່ສ້າງ ມາຮອດວັນທີ 31 ພືດສະພາ 2020 ປະຕິບັດໄດ້ 89,43% ລື່ນແຜນການ 0,23% ຂອງວຽກງານກໍ່ສ້າງພື້ນຖານໂຄງລ່າງ. ​ການ​ສ້າງ​ທາງ​ລົດ​ໄຟ​ໄວເກີນ​ຄາດ​ໝາຍ ກຳ​ລັງ​ສ້າງ​ສະ​ຖາ​ນີ​ແຂວງ​ຕ່າງໆ ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page