top of page
Search

ທະນາຄານແຫ່ງ ສປປ ລາວ ຈະສຸມໃສ່ ມາດຕະການຮັກສາສະຖຽນລະພາບເງິນຕາ.

  • Writer: Superphil Phil
    Superphil Phil
  • Jul 4, 2020
  • 1 min read

ທະນາຄານແຫ່ງ ສປປ ລາວ ຈະສຸມໃສ່ ມາດຕະການຮັກສາສະຖຽນລະພາບເງິນຕາ.

ຕາມ​ລາຍ​ງານ​ສຳ​ນັກຂ່າວ​ສານ​ປະ​ເທດ​ລາວ​ ໃຫ້​ຮູ້​ວ່າ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ລະບຸວ່າ ຈະປະຕິບັດນະໂຍບາຍເງິນຕາ ແລະ ອັດຕາແລກປ່ຽນ ໃຫ້ໄດ້ຕາມແຜນທີ່ກໍານົດໄວ້ ເພື່ອຮັບປະກັນໃຫ້ປະລິມານເງິນຂະຫຍາຍຕົວຢູ່ໃນຈັງຫວະທີ່ເສດຖະກິດສາມາດຮັບໄດ້, ບໍ່ສ້າງແຮງກົດດັນໃຫ້ເງິນເຟີ້ເພີ່ມຂຶ້ນ, ທັງສາມາດປະກອບສ່ວນຊຸກຍູ້ການຂະຫຍາຍຕົວຂອງເສດຖະກິດ.

ຕາມການຕີລາຄາຂອງທະນາຄານແຫ່ງ ສປປ ລາວ, ນັບແຕ່ທ້າຍປີ 2018 ເປັນຕົ້ນມາ, ການຮັກສາສະຖຽນລະພາບເງິນຕາແຫ່ງຊາດຂອງ ສປປ ລາວ ໄດ້ປະເຊີນໜ້າກັບສິ່ງທ້າທາຍຫລວງຫລາຍມາຢ່າງຕໍ່ເນື່ອງ, ໂດຍສະເພາະໄລຍະທີ່ຄ່າເງິນໂດລາ ແລະ ບາດ ແຂງຄ່າ ຢ່າງຕໍ່ເນື່ອງໃນຕະຫລາດສາກົນ, ໃນຂະນະທີ່ພື້ນຖານເສດຖະກິດພາຍໃນ ຍັງອາໄສການນໍາເຂົ້າສິນຄ້າ ແລະ ການບໍລິການຈາກຕ່າງປະເທດໃນລະດັບສູງ ບວກກັບປັດໄຈອື່ນໆ.

ພາບ: ສຳ​ນັກ​ຂ່າວ​ສານ​ປະ​ເທດ​ລາວ

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VIII ກ່ຽວກັບສະພາບເງິນຕາຕ່າງປະເທດ, ອັດຕາແລກປ່ຽນ, ອັດຕາເງິນເຟີ້ ແລະ ມາດຕະການແກ້ໄຂ ໃນອາທິດທີ່ຜ່ານມາ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປລາວ ໄດ້ລະບຸແຈ້ງ ຈະຈັດຕັ້ງປະຕິບັດນະໂຍບາຍເງິນຕາ ແລະ ອັດຕາແລກປ່ຽນ ໃຫ້ໄດ້ຕາມແຜນທີ່ກໍານົດໄວ້ ຊຶ່ງຖ້າໄລ່ລຽງຕາມການຊີ້ແຈງຂອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ​ສັງ​ລ​ວມ​ມາ​ດັ່ງ​ນີ້.

1. ຈະຈັດຕັ້ງບັນດາມາດຕະການກະຕຸ້ນເສດຖະກິດ ດ້ວຍການສະໜອງທຶນຜ່ານລະບົບທະນາຄານທຸລະກິດ ເພື່ອປ່ອຍຕໍ່ໃຫ້ບຸກຄົນ ຫລື ນິຕິບຸກຄົນ ທີ່ເຮັດແທ້ທໍາຈິງ ໃຫ້ສາມາດເຂົ້າຫາແຫລ່ງທຶນ ທີ່ມີຕົ້ນທຶນຕໍ່າ ໄດ້ສະດວກຍິ່ງຂຶ້ນຢ່າງເປັນຮູບປະທໍາ ເປັນຕົ້ນ ການ ປູກຝັງ, ລ້ຽງສັດ, ການຜະລິດ ແລະ ປຸງແຕ່ງຜະລິດຕະ ພັນກະສິກໍາ-ອຸດສາຫະກໍາ, ຜະລິດສິນຄ້າອຸປະໂພກ-ບໍລິໂພກ, ຂະແໜງການທ່ອງທ່ຽວ-ການບໍລິການທີ່ປິ່ນອ້ອມ, ຫັດຖະກໍາ ແລະ ທຸລະກິດອື່ນທີ່ສົ່ງເສີມການຜະລິດ ແລະ ສົ່ງອອກ. 2. ຈະຮີບຮ້ອນໃຫ້ສາມາດປະຕິບັດກົນໄກແລກປ່ຽນສະກຸນເງິນທ້ອງຖິ່ນ ກີບ/ຢວນ ກັບທະນາຄານກາງຂອງ ສປ ຈີນ ແລະ ເສີມຂະຫຍາຍໄປສູ່ທະນາຄານກາງປະເທດຄູ່ຄ້າເພີ່ມເຕີມ ເພື່ອສ້າງເງື່ອນໄຂ ເພີ່ມສະພາບຄ່ອງດ້ານເງິນຕາຕ່າງປະເທດໃຫ້ແກ່ປະເທດ ແລະ ຫລຸດຜ່ອນແຮງກົດດັນຈາກການເອື່ອຍອີງເງິນຕາຕ່າງປະເທດສະກຸນໃດໜຶ່ງ ໃນອັດຕາສ່ວນທີ່ຫລາຍ. 3. ສືບຕໍ່ປະສານຂໍຄວາມຮ່ວມມືກັບທຸກພາກສ່ວນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ຢ່າງເຂັ້ມງວດ ເພື່ອຄຸ້ມຄອງກະແສເງິນ ເຂົ້າ-ອອກປະເທດ ໃຫ້ໄດ້ດີຍິ່ງຂຶ້ນ 4. ຈະປະສານສົມທົບກະຊວງການເງິນ ເພື່ອໃຫ້ກະຊວງການເງິນອອກພັນທະບັດຄັງເງິນ ໂດຍຜ່ານການປະມູນຢູ່ທະນາຄານແຫ່ງ ສປປ ລາວ ເພື່ອດຸນດ່ຽງງົບປະມານ. 5. ຈະສືບຕໍ່ປະສານສົມທົບ ແລະ ເຮັດວຽກຢ່າງເປັນປົກກະຕິ ກັບພາກສ່ວນທີ່ຮັບຜິດຊອບ ເປັນຕົ້ນ ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງກະສິກໍາ ແລະ ປ່າໄມ້, ນະຄອນຫລວງວຽງຈັນ, ກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ ເພື່ອຮ່ວມກັນແກ້ໄຂບັນຫາທີ່ຕິດພັນກັບການຮັກສາສະຖຽນລະພາບທາງດ້ານລາຄາ ໃຫ້ໄດ້ຢ່າງມີປະສິດທິຜົນ ແລະ ທັນສະພາບ. 5 ມາດຕະການເພື່ອຮັກສາສະຖຽນລະພາບເງິນຕາແຫ່ງຊາດ ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page