top of page
Search

ທອ່ງທຽ່ວຫຼາຍແຫ່ງ​ໃນ​ເມືອງ​ຫິນ​ບູນຈະຖືກພັດທະນາໃຫ້​ດີກວ່າ​ເກົ່າ.

  • Writer: Superphil Phil
    Superphil Phil
  • Sep 5, 2020
  • 1 min read

ທອ່ງທຽ່ວຫຼາຍແຫ່ງ​ໃນ​ເມືອງ​ຫິນ​ບູນຈະຖືກພັດທະນາໃຫ້​ດີກວ່າ​ເກົ່າ.

ເມຶອງ ຫິນບູນ ເປັນເມືອງໜື່ງທີ່ມີທ່າແຮງ ແລະ ເງື່ອນໄຂໃນການພັດທະນາການທ່ອງທ່ຽວ ເພາະທີ່ຕັ້ງຂອງເມືອງສວ່ນຫຼາຍແມ່ນຕັ້ງລຽບຕາມ ສາຍພູ, ຫວ້ຍນໍ້າໃຫ່ຍ, ອິງ​ຕາມ​ຂ່າວ​ຂອງວຽງ​ຈັນ​ທາຍ​ໃຫ້​ຮູ້​ວ່າ ຕາມການສໍາຫລວດມີ 8 ຈຸດທີ່ຈະມີການ ພັດທະນາສະຖານທີ່ທອ່ງທຽ່ວ ແລະ ທາງເມືອງກໍ່ໄດ້ເອົາໃຈໃສ່ຊຸກຍູ້ສະໜັບສະໝູນ ສົ່ງເສີມ ໃນຫຼາຍດ້ານເພື່ອດຶງດູດນັກລົງທຶນເຂົ້າມາສໍາປະທານພັດທະນາເພື່ອເຮັດໃຫ້ວຽກງານການພັດທະນາການທອ່ງທຽ່ວໄດ້ຮັບການຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ.

ree
ພາບ: ວຽງຈັນທາຍ

ທ່ານ ຄໍາສີງ ອໍລະ ວັນ ເ​ຈົ້າເມືອງ ຫິນບຸນ ແຂວງ ຄໍາມວ່ນ ໄດ້ກ່າວຕໍ່ທີມງານວຽງຈັນທາຍເມື່ອບໍ່ດົນມານີ້ກ່ຽວ ກັບວຽກງານການທ່ອງທ່ຽວພາຍໃນເມືອງຫິນບູນວ່າ:

ສະຖານທີ່ ຂຸນກອງແລງ ບ້ານ ນາຄື ແມ່ນ 1 ໃນ 8 ຈຸດທີ່ໄດ້ມີການພັດທະນາເປັນແຫຼ່ງທ່ອງທ່ຽວ ເພາະສະ ຖານ ທີ່ແຫ່ງນີ້ມີຄວາມອຸດົມສົມບູນທີ່ເຕັມໄປດ້ວຍຕົ້ນ ໄມ້ພຶດພັນທັນຍາຫານ ແລະ ສັດສາວາສິ່ງຕ່າງໆ ຊຶ່ງ ແມ່ນ ບໍລິສັດ ອິນທຣາໂຄໂປເຣຊັນ ຈໍາກັດຜູ້ດຽວ ໄດ້ເຂົ້າມາສໍາປະທານເພື່ອລົງທືນ ພັດທະນາສະຖານ ທີ່ແຫ່ງນີ້ໃຫ້ມີຄວາມສວຍ ງາມ ແລະ ມີກິດຈະກໍາ ຫຼາຍຢ່າງເພື່ອດືງດຸດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.

ທ່ານ ພັນທະຈິດ ອິນທິລາດ ປະທານບໍລິສັດ ອິນທຣາໂຄໂປເຣຊັນ ຈໍາກັດຜູ້ດຽວ ກໍໄດ້ກ່າວຕໍ່ທີມງານວຽງຈັນທາຍກ່ຽວກັບ ໂຄງການພັດ ທະນາສະຖານທີ່ທອ່ງທຽ່ວຂຸນກອງແລງ ວ່າ: ໄດ້ເລີ່ມ ພັດທະນາມາແຕ່ປີ 2019 ເປັນຕົ້ນມາ ໂດຍສຸມໃສ່ພັດ ທະນາພື້ນຖານໂຄງລ່າງ ເຊັ່ນ: ເສັ້ນທາງ, ກິດຈະກໍາການ ທ່ອງທ່ຽວເປັນຕົ້ນບັນດາເຮືອນພັກທີ່ມີຫຼາຍຮູບແບບ ທີ່ປຸກລຽບຕາມແຄມຫ້ວຍນໍ້າ, ການຂີ່ເຮືອກາຍັກ, ການຂີ່ສະລິງ ແລະ ອື່ນໆ.


ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido.

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page