ທ່ຽວຊົມເຮືອນຊົນເຜົ່າທີ່ອຸທິຍານບາຈຽງ
- Superphil Phil
- Jun 6, 2020
- 1 min read
ມາທ່ຽວຊົມເຮືອນຊົນເຜົ່າໃນອຸທິຍານບາຈຽງກັນ
ອຸທິຍານບາຈຽງ ຕັ້ງຢູ່ເມືອງບາຈຽງຈະເລີນສຸກ ຫ່າງຈາກເທສະບານແຂວງຈຳປາສັກ ໄປທາງທິດຕາເວັນອອກປະມານ 30 ກິໂລແມັດ, ເປັນສະຖານທີ່ທ່ອງທ່ຽວທີ່ມີປ່າໄມ້ຂຽວງາມອຸດົມສົມບູນ, ມີສັດປ່າ ແລະ ສັດນໍ້າອາໄສຢູ່ຢ່າງຫຼວງຫຼາຍ. ແລະ ບ້ານວັດທະນະທຳຊົນເຜົ່າ ເຊິ່ງເປັນອີກໜຶ່ງກິດຈະກໍາຂອງນັກທ່ອງທ່ຽວທີ່ມາຈາກເຂດຕ່າງໆໃນລາວ ລວມເຖິງນັກທ່ອງທ່ຽວຕ່າງປະເທດໃຫ້ຄວາມສົນໃຈເປັນພິເສດ.
ອຸທິຍານບາຈຽງ ເປັນສະຖານທີ່ທ່ອງທ່ຽວໜຶ່ງທີ່ມີຊື່ສຽງຂອງແຂວງຈຳປາສັກ ແລະ ເປັນສະຖານທີ່ທ່ອງທ່ຽວທີ່ມີຄວາມຫຼາກຫຼາຍ ໂດຍສະເພາະແມ່ນທ່ອງທ່ຽວທຳມະຊາດ ແລະ ວັດທະນະທຳ, ອ້ອມຂ້າງຈະມີແຫຼ່ງທ່ອງທ່ຽວສຳຄັນຕ່າງໆ ເຊັ່ນ: ຕາດຜາສ້ວມ, ຕາດໝາກແງວ ລວມເຖິງການທ່ຽວຊົມວິວທຳມະຊາດທີ່ສວຍງາມ, ເຮືອນພັກແຄມຫ້ວຍ ແລະ ຣີສອດແຄມນໍ້າຕົກ ພ້ອມທັງທ່ຽວຊົມວິຖີຊີວິດຂອງບ້ານຊົນເຜົ່າ ເຊິ່ງເປັນເຮືອນແບບບູຮານອັນເປັນເອກະລັກຂອງຊົນເຜົ່າທີ່ບໍ່ມີທີ່ໃດເໝືອນ ແລະ ຊົມຖໍ້າພະຍານາກ.
ການມາທ່ຽວໃນບ້ານຊົນເຜົ່າ ແມ່ນຈະໄດ້ໄປຊື້ປີ້ຢູ່ປະຕູເຂົ້າປະມານ 10 ພັນກີບຕໍ່ຄົນ. ຈາກນັ້ນ, ຈຶ່ງຍ່າງເຂົ້າໄປ, ເມື່ອຍ່າງເຂົ້າໄປໃນບ້ານວັດທະນະທຳຈະເຫັນເຮືອນຫຼັງຕ່າງໆອັນເປັນເອກະລັກຂອງແຕ່ລະເຜົ່າ, ມີເຮືອນເສົາດຽວທີ່ເປັນບ່ອນພົບປະໂອ້ລົມຂອງບ່າວສາວ, ມີຕໍ່າຫູກ, ຫຍິບປັກຖັກແສ່ວ ແລະ ສະແດງດົນຕີພື້ນເມືອງຂອງແຕ່ລະເຜົ່າ ເຊິ່ງສ້າງຄວາມປະທັບໃຈແກ່ນັກທ່ອງທ່ຽວ.
ເຮືອນຊົນເຜົ່າແຕ່ລະຫຼັງຈະເນັ້ນການປຸກສ້າງທີ່ມີເອກະລັກຂອງແຕ່ລະເຜົ່າ ທີ່ບໍ່ເໝືອນກັນຂອງ 8 ເຜົ່າ ແລະ ຈະເປັນເຮືອນທີ່ວາງເສົາເທິງດິນທີ່ສາມາດເຄື່ອນຍ້າຍໄດ້ ເຊັ່ນ: ເຮືອນເຜົ່າກະລ່ຽງເປັນເຮືອນເຕ້ຍໆ, ຫຼັງຄາເຮືອນຈະເປັນຮູບວົງມົນໂຄ້ງ, ພື້ນເຮືອນຈະມີການທໍຜ້າພື້ນເມືອງທີ່ມີເອກະລັກຂອງເຜົ່າໂດຍສະເພາະ ແລະ ນັກທ່ອງທ່ຽວສາມາດຖ່າຍຮູບ ຫຼື ຊື້ເປັນຂອງທີ່ລະນຶກກໍໄດ້.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ FacebookDoodido
Comentários