top of page
Search

ທ່ຽວຊົມເຮືອນ​ວັດ​ທະ​ນະ​ທຳ ເຮືອນຊົນເຜົ່າຕຣຽງ ແຂວງເຊກອງ.

  • Writer: Superphil Phil
    Superphil Phil
  • Jun 20, 2020
  • 1 min read

ທ່ຽວຊົມເຮືອນ​ວັດ​ທະ​ນະ​ທຳ ເຮືອນຊົນເຜົ່າຕຣຽງ ແຂວງເຊກອງ. ປະ​ເທດ​ລາວ​ເຮົາ​ມີ​ຫລາຍ​ຊົນ​ຊາດ​ຊົນ​ເຜົ່າ ແຕ່​ລະ​ຊົນ​ເຜົ່າ​ກໍ່​ມີ​ຮີດ​ຄອງ​ປະ​ເພ​ນີ ແລະ ວັດ​ທ​ະ​ນະ​ທຳ​ທີ່​ແຕກ​ຕ່າງ​ກັນ​ອອກ​ໄປ​ບໍ່​ວ່າ​ຈະ​ເປັນ​ວິ​ຖີ່​ຊິ​ວິດ, ການ​ກິນ​ການ​ຢູ່, ປະ​ເພດ​ເຮືອນ​ຊານ​ບ້ານ​ຊອງ​ທີ່​ມີ​ຄວາມ​ເປັນ​ເອ​ກະ​ລັກ​ຂອງ​ຕົນ​ເອງ, ເຜົ່າ​ຕ​ຣຽງ​ກໍ່​ແມ່ນ​ອີກ​ເຜົ່າ​ໜຶ່ງ​ທີ່​ມີ​ເອ​ກະ​ລັກ​ຕ່າງ​ຈາກ​ເຜົ່າ​ອື່ນໆ​ໂດຍ​ສະ​ເພາະ​ແມ່ນ​ເຮືອນ​ຊານ​ຂອງ​ພວກ​ເຂົາ​ທີ່​ສ້າງ​ດ້ວຍ​ຄວາມ​ປາ​ນີດ ແລະ ມີ​ຄວາມ​ໜາ​ແໜ້ນ​ສວຍ​ງາມເປັນ​ເອ​ກະ​ລັກ​ຂອງ​ເຜົ່າ​ຕ​ຣຽງ​ເລີຍ. ​ຖ້າ​ຈະ​ເວົ້າ​ແລ້ວ ດາດຈຶງ ເມືອງຊາຍແດນ ລາວ-ຫວຽດນາມ ຢູ່ທີ່ແຂວງເຊກອງ ເມືອງດາກຈຶງເປັນອີກເມືອງໜຶ່ງຊຶ່ງຈະເປັນເມືອງເອກຂອງເຊກອງໃນອະນາຄົດ. ເມືອງດັກຈຶງ ທີ່ມີຄົນເວົ້າເຖິງພາສາດັກກັງ ທີ່ເປັນພາສາປະຈຳເຜົ່າຕຣຽງ ຊາວຕຣຽງທີ່ມີຢູ່ຫຼາຍ ທີ່ແຂວງເຊກອງ, ເຊິງ​ພາ​ສາ​ຂອງ​ເຜົ່າ​ຕ​ຣຽງ​ນີ້​ຍັງ​ຄົງ​ຮັກ​ສາ​ໄວ້ ແລະ ຍັງ​ມີ​ການ​ນຳ​ໃຊ້​ຕາມ​ປົກ​ກະ​ຕິ​ຢູ່ ໂດຍສະເພາະແມ່ນເມືອງດັກຈຶງ ຖ້າ​ຈະ​ແປ​ຄວາມ​ໝາຍ​ໃນ​ພາ​ສາ​ລາວ ຄຳວ່າ: ດັກ ແປວ່ານ້ຳ. ເມືອງດາກຈຶງ ຢູ່ຫ່າງຈາກເມືອງລະມາມແຂວງເຊກອງປະມານ 100 ກິໂລແມັດ.

ພາບ: hotsia.com

ການດຳລົງຊີວິດ ແລະ ການຕັ້ງບ້ານເຮືອນຂອງຕຣຽງ ໃນສະໄໝກ່ອນຮູບແບບຂອງ ການປຸກສ້າງເຮືອນສ່ວນຫຼາຍເປັນຮູບ 4 ແຈສາກໃຫຍ່ ເຊິ່ງເປັນບ່ອນໄວ້ເຄື່ອງໃຊ້ສອຍໄວ້ຫ້ອງດຽວກັນບໍ່ວ່າຈະເປັນຫ້ອງນອນ, ຫ້ອງແຕ່ງ­ກິນ, ຖ້າແນມມາແຕ່ໄກຈະເຫັນແຕ່ຫຼັງຄາມີຮູບຮ່າງຄ້າຍຄືດອກເຫັດ ແຕ່ບໍ່ມົນຂ້ອນຂ້າງຍາວ ເຊິ່ງເປັນເອກະລັກສະເພາະຂອງຊົນຕຣຽງ. ເຮືອນຊົນເຜົ່າຕຣຽງ ບ້ານດາກມວນ ເມືອງດາກຈຶງ ແມ່ນເຮືອນທີ່ເປັນເອກະລັກ ຂອງຊົນເຜົ່າຕະລຽງ ທີ່ເຮັດດ້ວຍວັດຖຸທຳມະຊາດ ຫ່າງຈາກເທດສະບານແຂວງ 108 ກິໂລແມັດ ຈາກເທດສະບານເມືອງດາກຈຶງ 8 ກິໂລແມັດ ເຮືອນດັ່ງກ່າວ ແມ່ນເປັນເອກະລັກມີມາແຕ່ດັ່ງເດີມຂອງເຜົ່າ ເຊິ່ງນຳໃຊ້ວັດຖຸຈາກທຳມະຊາດລ້ວນໆ ເຂົ້າໃນການປຸກສ້າງ ແລະ ດ້ວຍຄວາມສາມັກຄີ ຂອງປະຊາຊົນທັງໝົດໃນບ້ານຊ່ວຍກັນສ້າງ ໃນແຕ່ລະຫຼັງຄາເຮືອນ. ເຮືອນ​ຊົນ​ເຜົ່າ​ຕ​ຣຽງ ເຮືອນ​ວັດ​ທະ​ນະ​ທຳ ​ຂອງແຂວງ​ເຊກອງ. ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page