top of page
Search

ທ່ຽວຊົມທຳມະຊາດເມືອງບໍ່ນ້ຳຮ້ອນ ຂອງແຂວງຊຽງຂວາງ

  • Writer: Superphil Phil
    Superphil Phil
  • May 16, 2020
  • 1 min read

ທ່ຽວຊົມທຳມະຊາດເມືອງບໍ່ນ້ຳຮ້ອນທຳມຊາດຂອງແຂວງຊຽງຂວາງ

ໃນ​ແຂວງ ຊຽງ​ຂວາງ, ເມືອງຄໍາ ກໍ່ແມ່ນອີກ ເມືອງ ໜຶ່ງເຊິ່ງອຸດົມສົມສົມບູນ ໄປດ້ວຍວັດວາອາຮາມ, ປູລິຍະ ນິສະຖານອັນສັກສິດ ແລະ ສັກ ກາລະບູຊາທາງດ້ານປະຫວັດສາດ ແລະ ວັດທະນະທໍາອັນ ດີງາມແລ້ວ ຍັງມີພູຜາປ່າໄມ້ ແລະ ທໍາມະຊາດອັນຂຽວງາມ ດົກໜາ, ແລະ ແຫລ່ງ​ທ່ອງ​ທຽວ​ຫລາຍ​ແຫ່ງ​ທີ່​ສວຍ​ງາມ.

ໃນ​ນັ້ນ​ທີ່ມີຊື່​ສຽງ​ແດ່​ກໍ່​ແມ່ນແຫຼ່ງທ່ອງ ທ່ຽວບໍ່ນໍ້າຮ້ອນບ້ານນາທອງ ແລະ ບໍ່ນໍ້າຮ້ອນບ້ານຊາງ, ເຊິ່ງ ເປັນບໍ່ນໍ້າຮ້ອນຈາກທໍາມະຊາດທີ່ກໍາລັງໄດ້ຮັບຄວາມນິຍົມ ຈາກບັນດານັກທ່ອງທ່ຽວທັງ ພາຍໃນ ແລະ ຕ່າງປະເທດທີ່ ເຂົ້າ ມາທ່ຽວຊົມຢ່າງຫຼວງຫຼາຍ. ບໍ່ນໍ້າຮ້ອນບ້ານນາທອງ, ເຊິ່ງຕັ້ງຢູ່ຫ່າງຈາກເທສະບານ ເມືອງ ພຽງ 800 ແມັດ, ເປັນ ບໍ່ນໍ້າຮ້ອນທີ່ເກີດຈາກຫຼືບຫີນ ມີນໍ້າໃສສະອາດໄຫຼອອກມາ ຕະຫຼອດປີ ໃນອຸນຫະພູມປະ ມານ 45-50 ອົງສາ, ເຊິ່ງປັດ ຈຸບັນ, ບໍ່ນໍ້າຮ້ອນແຫ່ງນີ້ໄດ້ຮັບ ການປັບປຸງ ແລະ ປົວແປງໃຫ້ ເປັນສະຖານທີ່ທ່ອງທ່ຽວແລ້ວ ດ້ວຍການມີສ່ວນຮ່ວມຈາກ ປະຊາຊົນເຂດດັ່ງກ່າວໃນ ການສ້າງເປັນອ່າງສໍາລັບ ອາບນໍ້າໃນລະດູໜາວ ແລະ ເໝາະສໍາລັບການລົງແຊ່ ເພື່ອປິ່ນປົວພະຍາດໂລຄາ ຕ່າງໆ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

コメント


© 2023 by NOMAD ON THE ROAD. Proudly created with Wix.com

bottom of page