top of page
Search

ທ່ານຮອງນາຍົກ ລົງຕິດຕາມໂຄງການທາງດ່ວນ ວຽງຈັນ – ວັງວຽງ.

  • Writer: Superphil Phil
    Superphil Phil
  • Jul 11, 2020
  • 1 min read

ທ່ານຮອງນາຍົກ ລົງຕິດຕາມໂຄງການທາງດ່ວນ ວຽງຈັນ – ວັງວຽງ.

ໂຄງການ​ກໍ່​ສ້າງທາງ​ດ່ວນວຽງ​ຈັນ – ວັງ​ວຽງ​ໄດ້​ສ້າງ​ມາ​ໄລ​ຍະ​ໜຶ່ງ​ແລ້ວ, ເຊິງ​ໂຄງ​ການ​ດັ່ງ​ກ່າວ​ນີ້​ຄາດ​ວ່າ​ຈະ​ໃຫ້​ສຳ​ເລັດ​ໃນ​ທ້າຍ​ປະ 2020 ນີ້, ແລະ ເປັນ​ໂອ​ກາດ​ອັນ​ດີ​ທີ່​ທາງ​ລັດ​ຖະ​ບານ ກໍ່​ຄື​ປະ​ຊາ​ຊົນ​ລາວ​ທຸກ​ຄົນ ກໍ່​ມີ​ຄວາມ​ຕ້ອງ​ການ​ຢາກ​ຮັບ​ຮູ້​ເຖິງ​ຄວາມ​ຄືບ​ໜ້າ​ຂອງ​ການ​ກໍ່​ສ້າງ​ເສັ້ນ​ທາງ​ນີ້ ແລະ ຫາກ​ສຳ​ເລັດ​ຕາມ​ແຜນ​ການ​ທີ່​ວ່າ​ໄວ້​ຄິດ​ວ່າ​ປະ​ຊາ​ຊົນ​ຫລາຍໆ​ຄົນ​ກໍ​ຄົງ​ຍິນ​ດີ ແລະ ດີ​ໃຈ​ທີ່​ຈະ​ໄດ້​ນຳ​ໃຊ້​ເສັ້ນ​ທາງ​ໃໝ່​ນີ້.

ພ​າບ: laoedaily.com.la

ເນື່ອງ​ໃນ​ໂອ​ກາດ​ນີ້ ທາງ​ດ້ານ​ລັດ​ຖ​ະ​ບານ ສ​ປ​ປ ລາວ, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ພ້ອມຄະນະ ໄດ້ລົງຢ້ຽມຢາມຕິດຕາມຄວາມຄືບໜ້າໂຄງການກໍ່ສ້າງທາງດ່ວນ   ນະຄອນຫຼວງວຽງຈັນ – ວັງວຽງ ເມື່ອວັນທີ 6 ກໍລະກົດ ຜ່ານມາເພື່ອຊຸກຍູ້ການຈັດຕັ້ງປະຕິບັດໂຄງການ ເປັນ​ກ່ຳ​ລັງ​ແຮງ​ໃຈ​ໃຫ້​ການ​ກໍ່​ສ້າງ​ໂຄງ​ການ​ດັ່ງ​ກ່າວ​ໄດ້​ຮັບ​ຜົນ​ສຳ​ເລັດ​ດ້ວຍ​ຄວາມ​ຈົບ​ງາມ,ໂດຍການຕ້ອນຮັບຂອງປະທານກຸ່ມບໍລິສັດກໍ່ສ້າງ – ລົງທຶນ ແລະ ຖືຫຸ້ນຈຳກັດ ແຂວງຢູນນານ ສປ ຈີນ ( ເປັນຜູ້ລົງທຶນ ).

ເສັ້ນທາງດັ່ງກ່າວແລ່ນຜ່ານ 65 ບ້ານ 4 ເມືອງ ຂອງແຂວງວຽງຈັນ ແລະ ນະຄອນຫຼວງວຽງຈັນ ເຊິ່ງເປັນໄລຍະທີ 1 ມີຄວາມຍາວປະມານ 109 ກິໂລແມັດ ມູນຄ່າລົງທຶນປະມານ 1,3 ຕື້ໂດລາສະຫະລັດ, ການອອກແບບອີງຕາມມາດຕະຖານເຕັກນິກທາງດ່ວນຂອງ ສປ ຈີນ, ມີ 4 ຄອງລົດແລ່ນ, ອຸມົງ 1 ແຫ່ງ ຍາວ 875 ແມັດ, ຂົວ 45 ແຫ່ງ ຄວາມຍາວປະມານ 2.400 ແມັດ, ຄວາມໄວອອກແບບ 100 – 120 ກິໂລແມັດຕໍ່ຊົ່ວໂມງ. ລັດ​ຖະ​ບານລົງຕິດຕາມໂຄງການທາງດ່ວນ ວຽງຈັນ – ວັງວຽງ

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comentarios


© 2023 by NOMAD ON THE ROAD. Proudly created with Wix.com

bottom of page