top of page
Search

ທ່ານ​ໝໍລາວສາມາດຜ່າຕັດປ່ຽນວາວຫົວໃຈ ແລະ ແຍ່ເສັ້ນເລືອດຫົວໃຈໄດ້ແລ້ວ.

  • Writer: Superphil Phil
    Superphil Phil
  • Sep 12, 2020
  • 1 min read

ທ່ານ​ໝໍລາວສາມາດຜ່າຕັດປ່ຽນວາວຫົວໃຈ ແລະ ແຍ່ເສັ້ນເລືອດຫົວໃຈໄດ້ແລ້ວ. ໃນ​ຍຸກ​ນີ້​ນະ​ວັດ​ຕະ​ກຳ​ໃໝ່ໆ​ອອກ​ມາ​ຢ່າງ​ຫລວງ​ຫລາຍ ແລະ ບຸກ​ຄະ​ລາ​ກອນ​ການ​ແພດ​ ແລະ ວິ​ຊາ​ການ​ຕ່າງ​ໆ​ກໍ່​ມີ​ຄວາມ​ທັນ​ສະ​ໄໝ ແລະ ນັບ​ມື້​ນັບ​ເກັ່ງ​ຂື້ນໃນ​ທົ່ວ​ໂລກ, ໃນ ສ​ປ​ປ ລາວ ເອງ​ກໍ​ເຊັ່ນ​ດຽວ​ກັນ, ໄດ້​ມີ​ການ​ພັດ​ທະ​ນາ​ເປັນ​ລຳ​ດັບ​ຂື້ນ​ໄປ​ເລື້ອຍໆ​ຢ່າງ​ຕໍ່​ເນື່ອງ ແລະ ລ້າ​ສຸດຢູ່​ລາວ​ເຮົາ​ກໍ​ສາ​ມາດ​ຜ່າ​ຕັດ​ປ່ຽນ​ວາວ​ຫົວ​ໃຈ ແລະ ເສັ້ນ​ເລືອດ​ຫົວ​ໃຈ​ໄດ້​ແລ້ວ.  ຕາມ​ການ​ລາຍ​ງານ​ຂອງກະຊວງສາທາລະນະສຸກໃຫ້ຮູ້ວ່າ : ການຜ່າຕັດພະຍາດຕ່າງໆ ຫຼື ການປິ່ນປົວພະຍາດຕ່າງໆ ຂອງທ່ານໝໍລາວຢູ່ບັນດາໂຮງໜໍໃຫ່ຍໃນນະຄອນຫລວງວຽງຈັນ ສາມາດຜ່າຕັດປ່ຽນວາວຫົວໃຈ, ແຍ່ເສັ້ນເລືອດຫົວໃຈ ແລະ ພະຍາດຫລາຍໆ​ຢ່າງອື່ນໆອີກທີ່ຮັກສາຢາກໄດ້ແລ້ວ ໂດຍການນຳໃຊ້ເຄື່ອງມືທີ່ທັນສະໄໝ ເຊິງ​ຈະ​ເປັນ​ສິ່ງ​ທີ່​ດີ​ທີ່​ປະ​ຊາ​ຊົນ​ລາວ​ເຮົາ ແລະ ຄົນ​ເຈັບ​ຫລາຍໆ​ຄົນ​ສາ​ມາດ​ປິ່ນ​ປົວ​ພາຍ​ໃນ​ປະ​ເທດ​ລາວ​ໄດ້​ຢ່າງ​ສະ​ດວກໂດຍ​ບໍ່​ຈຳ​ເປັນ​ຕ້ອງ​ໄປ​ຕ່າງ​ປະ​ເທດ​ອີກ​ແລ້ວ.

ພາບ: ວຽງຈັນທາຍ

    ທ່ານຮອງສາດສະດາຈານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ໃຫ້ສຳພາດໃນບໍ່ດົນມານີ້ວ່າ ການແພດລາວສາມາດເວົ້າໄດ້ວ່າທຽບເທົ່າສາກົນແລ້ວ ເພາະມີເຄື່ອງມືທີ່ທັນສະໄໝທີ່ສາມາດປິ່ນປົວພະຍາດທີ່ປິ່ນປົວຍາກໆໄດ້ແລ້ວ ໂດຍສະເພາະພະຍາດທີ່ກ່ຽວກັບຫົວໃຈ ເຊັ່ນ: ການຜ່າຕັດປ່ຽນວາວຫົວໃຈ, ໃສ່ຈັກກະຕຸ້ນຫົວໃຈ, ແຍ່ເສັ້ນເລືອດຫົວໃຈ ນອກນັ້ນຍັງສາມາດຜ່າຕັດສະໝອງ, ຜ່າຕັດກະດູກສັນຫຼັງ, ກະດູກຫົວກົກຂາ, ຜ່າຕັດຄໍ່, ເອັນຫົວເຂົ່າ, ການໝາກຟອກໄຂ່ຫຼັງ, ຟອກຕັບ, ການຜ່າຕັດຜ່ານທໍ່ ແລະ ມີອຸປະກອນດ້ານວິເຄາະ-ລັງສີ, ປິ່ນປົວພະຍາດມະເຮັງດ້ວຍການສາຍແສງ ແລະ ການປິ່ນປົວດ້ວຍຢາພື້ນເມືອງ ແລະ ອື່ນໆ ແຕ່ສາມາດປິ່ນປົວພະຍາດດັ່ງກ່າວ ສະເພາະຢູ່ ບັນດາໂຮງໜໍໃຫ່ຍຢູ່ຂັ້ນສູນກາງ ຫຼື ຢູ່ສະເພາະຢູ່ໂຮງໝໍໃນນະຄອນຫລວງເທົ່ານັ້ນ. ລາວສາມາດຜ່າຕັດປ່ຽນວາວຫົວໃຈ ແລະ ແຍ່ເສັ້ນເລືອດຫົວໃຈໄດ້ແລ້ວ

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido.

 
 
 

コメント


© 2023 by NOMAD ON THE ROAD. Proudly created with Wix.com

bottom of page