top of page
Search

ທ່ານ ສຸກກະເສີມ ແສນພູມີ ຄົນ​ລາວ​ຄົນ​ທ​ຳ​ອິດໄດ້ຮັບໃບຢັ້ງຢືນອະນຸສິດທິບັດ “ລົດອີ່ແຕນ-ຊິ້ງ” .

  • Writer: Superphil Phil
    Superphil Phil
  • Oct 29, 2020
  • 1 min read

ທ່ານ ສຸກກະເສີມ ແສນພູມີ ຄົນ​ລາວ​ຄົນ​ທ​ຳ​ອິດໄດ້ຮັບໃບຢັ້ງຢືນອະນຸສິດທິບັດ “ລົດອີ່ແຕນ-ຊິ້ງ” . ໂອກາດດັ່ງກ່າວ, ທ່ານ ມາຄະ ຈັນທະລາ, ຮອງຫົວໜ້າກົມຊັບສິນທາງປັນຍາ ໄດ້ກ່າວວ່າ: ທ່ານ ສຸກກະເສີມ ແສນພູມີ ໃນນາມຜູ້ປະດິດ ແລະ ເປັນເຈົ້າຂອງສິ່ງປະດິດ “ລົດອີ່ແຕ໋ນຊິ້ງ” ໄດ້ຍື່ນຄໍາຮ້ອງຂໍຮັບອະນຸສິດທິບັດ ໃນວັນທີ 5 ສິງຫາ 2015 ແລະ ໄດ້ຮັບເລກທີຄໍາຮ້ອງ ເລກທີ PPT 18, ຜ່ານການຄົ້ນຄວ້າທາງດ້ານວິຊາການຂອງກົມຊັບສິນທາງປັນຍາ ກໍ່ຄືພະແນກສິດທິບັດ ກ່ຽວກັບເງື່ອນໄຂຂອງການໄດ້ຮັບອະນຸສິດທິບັດ ມາຮອດວັນທີ 10 ກໍລະກົດ 2019 ກົມຊັບສິນທາງປັນຍາ ໄດ້ອອກໃບຢັ້ງຢືນອະນຸສິດທິບັດ “ລົດອີ່ແຕນ-ຊິ້ງ” ໃຫ້ແກ່ຜູ້ກ່ຽວ.

ພາບ: pasaxon.org.la

    ຊຶ່ງສິ່ງປະດິດດັ່ງກ່າວ ໄດ້ມີການປັບປຸງເຕັກນິກໃໝ່ ນັ້ນກໍ່ຄື ການຕໍ່ເຕີມໂຄງສ້າງຂອງໂຕລົດ ຈາກພື້ນຖານຂອງລົດໄຖນາເດີນຕາມທົ່ວໄປ ທີ່ມີພຽງ 2 ລໍ້, ເສີມເພົາຂັບທີ່ເຮັດວຽກຮ່ວມກັບກັກດັ້ງ ເພື່ອໃຫ້ສາມາດແລ່ນດ້ວຍ 4 ລໍ້ ເຮັດໃຫ້ລົດອີ່ແຕນຊິ້ງ ສາມາດເດີນທາງໄປໃນເສັ້ນທາງທີ່ທຸລະກັນດານ ຊຶ່ງພາຫະນະທົ່ວໄປເຂົ້າເຖິງໄດ້ຍາກ. “ລົດອີ່ແຕ໋ນຊິ້ງ” ນອກຈາກຈະມີລາຄາຖືກກວ່າພາຫະນະທີ່ມີ 4 ລໍ້ທົ່ວໄປແລ້ວ ຍັງສາມາດນໍາໃຊ້ເພື່ອຂົນສົ່ງເຄື່ອງມືການກະເສດ ແລະ ຜົນລະປູກທາງການການກະເສດຂອງຊາວກະສິກອນ ໄດ້ຢ່າງສະດວກສະບາຍ ຊຶ່ງສິ່ງປະດິດນີ້ ສາມາດນໍາໃຊ້ເຂົ້າໃນການດໍາລົງຊີວິດຂອງປະຊາຊົນໄດ້ດີສົມຄວນ. ໃບຢັ້ງຢືນອະນຸສິດທິບັດ “ລົດອີ່ແຕນ-ຊິ້ງ” ​ຂອງຄົນ​ລາວ​ຄົນທໍາອິດ. ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

 
 
 

Comentarios


© 2023 by NOMAD ON THE ROAD. Proudly created with Wix.com

bottom of page