top of page
Search

ທ່ານ ນາ​ຍົກ ທອງ​ລ​ຸນ ສີ​ສຸ​ລິດ ເນັ້ນໃຫ້ນະຄອນຫຼວງ ເອົາໃຈໃສ່ຫຼາຍບັນຫາ.

  • Writer: Superphil Phil
    Superphil Phil
  • Jul 17, 2020
  • 1 min read

ທ່ານ ນາ​ຍົກ ທອງ​ລ​ຸນ ສີ​ສຸ​ລິດ ເນັ້ນໃຫ້ນະຄອນຫຼວງ ເອົາໃຈໃສ່ຫຼາຍບັນຫາ.

ໃນ​ລະ​ຍະ 6 ເດືອນ​ຕົ້ນ​ປີ​ທີ່​ຜ່ານ​ມາ​ນີ້​ໄດ້​ມີ​ຫລາຍໆ​ຢ່າງ ຫລາຍໆ​ບັນ​ຫາ ທີ່ ສ​ປ​ປ ລາວ ເຮົາ ແລະ ອາດ​ຈະ​ແມ່ນ​ທົວ​ໂລກ ທີ່​ປະ​ສົບ​ພົບ​ພໍ້​, ໂດຍ​ສະ​ເພາະ​ກໍ​ແມ່ນ​ພະ​ຍາດ​ລະ​ບາດ​ໂຄວິດ 19, ເຊິ່ງ​ເຮັດ​ໃຫ້​ຫລາຍໆ​ພາກ​ສ່ວນ​ບໍ່​ວ່າ​ຈະ​ເປັນ​ທັງ​ພາກ​ລັດ ແລະ ເອ​ກະ​ຊົນ​ ລ້ວນ​ແລ້ວ​ແຕ່​ໄດ້​ຮັບ​ຜົນ​ກະ​ທົບ ແລະ ຕ້ອງ​ໄດ້​ແກ້​ໄຂ​ໂດຍ​ສະ​ເພາະ​ຢ່າງ​ຍິງ​ແມ່ນ​ຢູ່​ໃນ​ຕົວ​ເມືອງ​ນະ​ຄອນ​ຫລວງວຽງ​ຈັນ.

ພາບ: www.pasaxon.org.la

ທ່ານ ນາຍົກລັດຖະມົນຕີ ໄດ້​ເນັ້ນ​ໃຫ້ການ​ນຳ​ນະ ຄອນຫຼວງ​ວຽງ​ຈັນ​ເອົາໃຈໃສ່​ຫຼາຍ​ບັນຫາ, ໃນ​ຂະນະ​ທີ່​ເສດຖະກິດ​ຂອງ​ນະຄອນຫຼວງ​ວຽງ​ຈັນ ຈະ​ຂະຫຍາຍຕົວ​ພຽງ 6,32% ໃນ​ປີ​ນີ້ ຈາກ​ທີ່​ໄດ້​ຕັ້ງ​ເປົ້າ​ໄວ້​ທີ່ 9,5%. ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ​ແຫ່ງ​ສປປ ​ລາວ ໄດ້​ລົງ​ຊີ້​ນຳ​ວຽກ​ງານ​ຢູ່​ຫ້ອງ​ວ່າການ​ນະ​ຄອນ​ຫຼວງ​ວຽງ​ຈັນ​ໃນ​ວັນ​ທີ 9 ກໍລະກົດ​ຜ່ານ​ມາ ໂດຍ​ໄດ້​ເນັ້ນ​ໃຫ້ການ​ນຳ​ນະຄອນຫຼວງ​ວຽງ​ຈັນ​ເອົາ ໃຈໃສ່​ດັ່ງນີ້: 1. ສືບຕໍ່ຮັກ ສາ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ. 2. ສືບຕໍ່​ພັດ ທະນາ​ເສດ​ຖະ​ກິດ​-​ສັງຄົມ​ໃຫ້​ມີ​ການ​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ​ທາງ​ດ້ານ​ການ​ກະສິກຳ, ອຸດສາຫະກຳ, ການ​ບໍລິການ ແລະ ຍັງ​ຮັກສາ​ວັດທະນະທຳ​ຮີດຄອງ​ປະເພນີ​ໄດ້​ເປັນ​ຢ່າງ​ດີ​ເຖິງ​ຈະ​ມີ​ອຸປະສັກ​ຫຍຸ້ງຍາກ​ກໍ່​ສາມາດ​ຜ່ານ​ຜ່າ​ໄປ​ໄດ້. 3. ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ໄດ້​ສະກັດ​ກັ້ນ​ການ​ນຳ​ເຂົ້າ​ບັນດາ​ສິນຄ້າ​ທີ່​ບໍ່​ຈຳເປັນ ແລະ ສິນຄ້າ​ທີ່​ເຮົາ​ຜະລິດ​ໄດ້​ເອງ​ໂດຍ​ຕ້ອງ​ສົ່ງເສີມ​ການ​ຜະລິດ​ຢູ່​ພາຍ​ໃນ​ໃຫ້​ເປັນ​ໜໍ່​ແໜງ. 4. ສູ້​ຊົນ​ຊຸກຍູ້​ປະຊາຊົນ​ຜະລິດ​ກຸ້ມ​ຕົນ​ເອງ ເພີ່ງ​ຕົນ​ເອງ ແລະ ຜະລິດ​ເປັນ​ສິນຄ້າ​ສ້າງ​ລາຍ​ຮັບ​ໃຫ້​ແກ່​ຄອບຄົວ, ສ້າງ​ຕະຫຼາດ​ໄວ້​ຮອງ​ຮັບ​ຜົນ​ຜະລິດ​ເພື່ອ​ຈຳໜ່າຍ​ແກ່​ຜູ້​ບໍລິໂພກ. 5. ປັບປຸງ​ແບບແຜນ​ວິທີ​ເຮັດ​ວຽກ, ການ​ບໍລິຫານ​ດ້ານ​ເສດ​ຖະ​ກິດ​-​ສັງຄົມ, ວັດທະນະທຳ​ໃຫ້​ມີ​ລະບຽບ ແລະ ສ້າງ​ມາດ​ຕະການ​ປ້ອງ​ກັນ​ແກ້​ໄຂ​ຢ່າງ​ເຂັ້ມ​ງວດ. ທ່ານ ນາ​ຍົກລັດ​ຖະ​ມົນ​ຕີ ເນັ້ນໃຫ້ນະຄອນຫຼວງ ເອົາໃຈໃສ່ຫຼາຍບັນຫາ ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page