ທ່ອງທ່ຽວພູເກັງ ໄປຊົມສະຖານທີ່ຜະລິດໄຫຫີນ.
- Superphil Phil
- Jul 11, 2020
- 1 min read
ທ່ອງທ່ຽວພູເກັງ ໄປຊົມສະຖານທີ່ຜະລິດໄຫຫີນ. ພູເກັງ ເປັນແຫຼ່ງທ່ອງທ່ຽວອີກແຫ່ງໜຶ່ງໃນແຂວງຊຽງຂວາງທີ່ມີຄວາມສວຍງາມ, ເຊິ່ງຕັ້ງຢູ່ທາງທິດຕາເວັນຕົກສ່ຽງເໜືອຂອງຕົວເມືອງໂພນສະຫວັນ ປະມານ 15 ກິໂລແມັດ, ຈາກທົ່ງໄຫຫີນ ມາປະມານ 10 ກິໂລແມັດ. ມີເສັ້ນທາງຢາງບ້ານລາດງ່ອນ ປະມານ 8 ກິໂລແມັດ ຢ່າງສະດວກສະບາຍ, ທາງທິດເໜືອຕິດກັບບ້ານຊັ້ງ, ທິດໃຕ້ຕິດກັບບ້ານວຽງຄຳ, ທິດຕາເວັນອອກຕິດກັບບ້ານລາດງ່ອນ, ທິດຕາເວັນຕົກຕິດກັບບ້ານຈ້າ ແລະ ທິດຕາເວັນອອກສ່ຽງໃຕ້ຕິດກັບທົ່ງໄຫຫີນ.
ທ່ານ ສີວິໄລ ອຸດົມສຸກ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ທັງເປັນຜູ້ຊີ້ນຳວຽກງານການທ່ອງທ່ຽວແຂວງ ໃຫ້ຮູ້ວ່າ: ສະຖານທີ່ທ່ອງທ່ຽວແຫ່ງນີ້ ໃນປີ 2012 ເປັນຕົ້ນມາ ທາງຄະນະນໍາແຂວງໄດ້ເອົາໃຈໃສ່ໃນການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ ໂດຍໄດ້ສ້າງເສັ້ນທາງປູຢາງ, ເຮັດຂັ້ນໄດຂຶ້ນຫາຈອມພູເພື່ອອຳນວຍຄວາມສະດວກໃນການໄປ – ມາ ແລະ ເລາະທ່ຽວຕາມຮ່ອງຮອຍຕ່າງໆ, ຊົມໄຫຫີນ ແລະ ທິວທັດຕ່າງໆ ພ້ອມທັງນໍາເອົາໄຟຟ້າມາໄຕ້ໃນຖໍ້າ ຫຼື ອຸມົງ ເພື່ອໃຫ້ນັກທ່ອງທ່ຽວສາມາດເດີນຊົມ ແລະ ສຶກສາຮຽນຮູ້ປະຫວັດສາດ. ພູເກັງ ເປັນສະຖານທີ່ທ່ອງທ່ຽວທີ່ປະສົມປະສານລະຫວ່າງການທ່ອງທ່ຽວທາງວັດທະນະທຳ, ປະຫວັດສາດ ແລະ ທຳມະຊາດ ໂດຍສະເພາະແມ່ນໄດ້ຕິດພັນກັບຄວາມເຊື່ອຖື ແລະ ວັດທະນະທຳຂອງການຕັດຫີນໃນສະໄໝກ່ອນ ໂດຍການຄົ້ນຄວ້າສັນນິຖານກັນວ່າບັນດາໄຫຫີນທີ່ກະແຈກກະຈາຍຢູ່ທົ່ງໄຫຫີນ 1 ແມ່ນຕັດເອົາຈາກພູເກັງ ໄປວາງໄວ້ ຫຼື ວ່າເປັນບ່ອນລິເລີ່ມທໍາອິດ, ເປັນແຫຼ່ງທ່ອງທ່ຽວທີ່ຕິດພັນກັບປະຫວັດສາດໃນສະໄໝສົງຄາມຕໍ່ສູ້ກູ້ຊາດ ປີ 1964 – 1973, ພູເກັງ ເປັນຈຸດປ້ອງກັນໃນການສູ້ຮົບ ເພື່ອຢືນຢັດຮັກສາມາຕຸພູມ ດິນແດນທີ່ແສນຮັກຂອງແຂວງຊຽງຂວາງ ຈົນສາມາດປົດປ່ອຍຊາດລາວໄດ້, ເທິງພູຍັງມີອຸມົງທີ່ທະຫານປະຊາຊົນລາວຂຸດໃນສະໄໝຕໍ່ສູ້ ຈາກຟາກນີ້ຈົນຊອດຟາກພຸ້ນ ເພື່ອເປັນບ່ອນກັນບັງໃນການຕໍ່ສູ້ ແລະ ເປັນແຫຼ່ງທ່ອງທ່ຽວທາງທຳມະຊາດ, ເມື່ອຂຶ້ນຮອດເທິງພູສາມາດເບິ່ງເຫັນທິວທັດທຳມະຊາດອັນສວຍງາມຂອງປ່າໄມ້, ພູ ແລະ ເທສະບານຕົວເມືອງໂພນສະຫວັນ ພ້ອມທັງສຳຜັດອາການທີ່ສົດຊື່ນເຢັນສະບາຍ, ມີລົມພັດເບົາໆທີ່ໜ້າຜ່ອນຄາຍທີ່ສຸດອີກຈຸດໜຶ່ງ ເຊິ່ງເປັນທີ່ນິຍົມຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ. ນອກນັ້ນ, ຢືນຢູ່ຈອມພູຍັງສາມາດແນມເຫັນພູກູດ ແລະ ເມືອງສຸຍ. ເວົ້າກັນວ່າ ພູເກັ່ງ ແມ່ນສະຖານທີ່ຜະລິດໄຫຫິນທີ່ຊຽງຂວາງ
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Comments