top of page
Search

ທ່ອງ​ທ່ຽວ​ “ວັດຊຽງຄວນ ບູຮານສະຖານຂອງລາວ”.

  • Writer: Superphil Phil
    Superphil Phil
  • Jul 4, 2020
  • 1 min read

ທ່ອງ​ທ່ຽວ​ “ວັດຊຽງຄວນ ບູຮານສະຖານຂອງລາວ”.


ຖ້າ​ຈະ​ເວົ້າ​ເຖິງວັດຊຽງຄວນ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ໜຶ່ງ​ທີ່​ຫລາຍໆ​ຄົນ​ສົນ​ໃຈ​ເຂົ້າ​ໄປ​ເບິ່ງ ແລະ ​ທ່ຽວຊົມ​ບູ​ຮານ​ສະ​ຖານ​ແຫ່ງ​ນີ້, ວັດຕັ້ງຢູ່ເທິງຝັ່ງແມ່ນ້ຳຂອງ ໃກ້ກັບຂົວມິດຕະພາບລາວ – ໄທ 1, ທາງໃຕ້ຂອງເມືອງວຽງຈັນ 24 ກິໂລແມັດ. ທີ່ຕັ້ງຢູ່ເຂດບ້ານທ່າເດື່ອ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເປັນແຫຼ່ງທ່ອງທ່ຽວ ທີ່ຮູ້ຈັກກັນແຜ່ຫຼາຍພໍສົມຄວນ ທັງໃກ້ ແລະ ໄກ, ມີນັກທ່ອງທ່ຽວເຂົ້າໄປທ່ຽວຊົມບໍ່ຂາດໄລຍະ, ສວນວັດທະນະທໍາຊຽງຄວນ ຫຼື ເອີ້ນໃນພາສາອັງກິດວ່າ Buddha park.

ວັດຊຽງຄວນ ໄດ້ຮັບການສ້າງຕັ້ງຂຶ້ນ ໃນປີ ຄ.ສ 1958 ໂດຍ ປູ່ບຸນເຫຼື່ອມ ສຸຣິຣັດ ເພື່ອເປັນອຸທະຍານອັນຢັ່ງຢາຍ ໄຮ້ລະບຽບຂອງຮູບປັ້ນກ່ວາ 200 ແບບ ທີ່ມີທັງຄົນ, ຜີ, ເທວະດາ, ພະສັດເດລະສານ ແລະ ອື່ນໆ. ໃນອະລິຍະບົດຕ່າງໆ ທັງໃນພິພົບແຫ່ງສະຫັວນ, ໂລກມະນຸດ ແລະ ນະລົກອະເວຈີ, ອັນປະສົມປະສານລະຫ່ວາງຄະຕິພຸດ ແລະ ຮີນດູ ເຊິ່ງບາງຢ່າງກໍ່ ແປກປະຫຼາດພິກົນພິການອະວິໄສ, ຊວນເກີດຄວາມຮູ້ສຶກ ພິດສະວົງສົງໄສ, ທັງຊື່ນຊົມ, ເບື່ອໜ່າຍ, ໜ້າສົມເພດເວທະນາປະປົນກັນ​ ມາ​ພ້ອມໆ​ກັບ​ຄວາມ​ພາກ​ພຽນປາ​ນີດ​ໃນ​ສິ​ນ​ລະ​ປະ​ຜູ້​ສ້າງ, ສະທ້ອນເຖິງຄວາມວິຈິດສິນອັນປານີດ ແລະ ລະອຽດອ່ອນ ຫລົງເຫລືອໄວ້ໃຫ້ຄົນຮຸ່ນໃຫມ່ໄດ້ເຫັນ​ຈົນ​ຮອ​ດ​ປະ​ຈຸ​ບັນ​ນີ້.

ພາບ: getaboutasia

ສິ່ງທຳອິດທີ່ດຶງດູດສາຍຕາຂອງ​ນັກ​ທ່ອງ​ທ່ຽວ​ໃຫ້​ຕ້ອງ​ໄດ້ເຂົ້າໄປຖ່າຍຮູບ ແລະ ເຂົ້າຊົມ​ກໍ່​ແມ່ນທາງດ້ານໃນຂອງອຸບມຸງ ເຊິ່ງ​ຈະ​ມີ​ປ່ອງ​ໃຫ້​ເຂົ້າ​ໄປ ແລະ ນັກ​ທ່ອງ​ທ່ຽວຫລາຍໆຄົນ​ຫາກ​ເປັນ​ການ​ມາ​ຄັ້ງ​ທຳ​ອິດ​ແລ້ວ​ຈະ​ຕ້ອງ​ຢາກ​ເຂົ້າ​ໄປດ້ວຍຄວາມສົງໄສ, ນອກ​ຈາກ​ນັ້ນການຂຶ້ນໄປຈອມສຸດຂອງໜ່ວຍມົນໆໜ່ວຍນີ້ ຈະໄດ້ເຫັນພາບລວມ​ວິວທັງໝົດຂອງສວນແຫ່ງນີ້. ​ແລະ ບ່ອນນີ້ ແມ່ນການຈຳລອງເຖິງໜ່ວຍໂລກຂອງມະນຸດເຮົາ ທີ່ມີຈອມເປັນຕົ້ນໄມ້ມະນີໂຄດສາມງ່າ, ດ້ານໃນໃຈກາງເປັນນະລົກ ທີ່ເຊື່ອກັນວ່າບຸກຄົນໃດທີ່ກະທຳຄວາມຊົ່ວ ເມື່ອຕາຍໄປ ກໍຈະໄດ້ຖືກຍົມມະບານລົງໂທດທັນໜັກເບົາຕາມກຳຂອງໃຜລາວ. ວັດຊຽງຄວນ ບູຮານສະຖານຂອງລາວ ທີ່​ໜ້າ​ທ່ອງ​ທ່​ຽວ ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Commentaires


© 2023 by NOMAD ON THE ROAD. Proudly created with Wix.com

bottom of page