top of page
Search

ທຸລະກິດພາຍໃນຂອງລາວ ມີໂອກາດສະໜອງສິນຄ້າໃຫ້ຮ້ານສະດວກຊື້ໄລຍະໂຄວິດ.

  • Writer: Superphil Phil
    Superphil Phil
  • Jun 27, 2020
  • 1 min read

ໂອກາດທາງທຸລະກິດພາຍໃນສະໜອງສິນຄ້າໃຫ້ຮ້ານສະດວກຊື້ໄລຍະໂຄວິດ. ຕາມບົດຄົ້ນຄວ້າຫຍໍ້ດ້ານນະໂຍບາຍການຄ້າ, ສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກຳ ແລະ ການຄ້າ ກ່ຽວ​ກັບ​ເລື່ອງ​ “ ໂອກາດທຸລະກິດພາຍໃນຂອງລາວ ໃນການສະໜອງສິນຄ້າໃຫ້ຮ້ານສະດວກຊື້ທັນສະໄໝ ໄລຍະການແຜ່ລະບາດພະຍາດໂຄວິດ – 19 ຢູ່ນະຄອນຫຼວງວຽງຈັນ ”. ໂດຍລວມແລ້ວສັງເກດເຫັນວ່າ ການແຜ່ລະບາດຂອງເຊື້ອພະຍາດໂຄວິດ – 19 ໄດ້ສົ່ງຜົນກະທົບຕໍ່ຫົວໜ່ວຍທຸລະກິດພາຍໃນເປັນວົງກວ້າງ ໂດຍສະເພາະແມ່ນຂະແໜງການບໍລິການ. ແຕ່ເຖິງຢ່າງໃດກໍຕາມ, ມີທຸລະກິດຈໍານວນໜຶ່ງທີ່ສາມາດນໍາໃຊ້ວິກິດການນີ້ໃຫ້ເປັນໂອກາດ ເພື່ອສ້າງຄວາມເຂັ້ມແຂງ ແລະ ຍາດແຍ່ງສ່ວນແບ່ງທາງການຕະຫຼາດຫຼາຍຂຶ້ນກວ່າເກົ່າໄດ້ ໂດຍສະເພາະແມ່ນທຸລະກິດການຜະລິດສິນຄ້າກະສິກໍາເພື່ອທົດແທນການນໍາເຂົ້າ, ເຄື່ອງໃຊ້ຄົວເຮືອນ, ອາຫານ ແລະ ເຄື່ອງດື່ມເຫຼົ່ານີ້ເປັນຕົ້ນ. ແຕ່ບັນດາທຸລະກິດເຫຼົ່ານີ້ ສ່ວນໃຫຍ່ຍັງເປັນຈຸນລະວິສາຫະກິດ ແລະ ວິສາຫະກິດຂະໜາດນ້ອຍ, ຄວາມອາດສາມາດໃນການຜະລິດຍັງມີຈໍາກັດ ແລະ ມາດຕະຖານຂອງສິນຄ້າຍັງບໍ່ສູງ ເມື່ອທຽບກັບສິນຄ້ານໍາເຂົ້າຈໍານວນໜຶ່ງ. ດັ່ງນັ້ນ, ມັນຈຶ່ງມີຄວາມຈໍາເປັນໃນການສຶກສາຄົ້ນຄວ້າ, ຫາວິທີທາງແກ້ໄຂ ແລະ ຊ່ວຍສົ່ງເສີມໃຫ້ທຸລະກິດພາຍໃນເຕີບໂຕທັງຮັບປະກັນຄວາມຍືນຍົງຜ່ານການສ້າງນະໂຍບາຍ ແລະ ມາດຕະການສະໜັບສະໜູນຢ່າງເໝາະສົມ ເພື່ອຍົກລະດັບການຜະລິດ ແລະ ນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ, ນີ້ເປັນໂອກາດອັນດີທີ່ຈະເຮັດໃຫ້ທຸລະກິດພາຍໃນຂອງລາວກາຍເປັນຜູ້ສະໜອງສິນຄ້າ ແລະ ການບໍລິການໃຫ້ມີຄຸນນະພາບ ແລະ ມາດຕະຖານ ເພື່ອທົດແທນການນໍາເຂົ້າໄດ້ໃນອະນາຄົດ ແລະ ເຮັດໃຫ້ຜູ້ບໍລິໂພກພາຍໃນປ່ຽນພຶດຕິກໍາມາຊົມໃຊ້ສິນຄ້າພາຍໃນໃຫ້ຫຼາຍຂຶ້ນ.

ພາບ: laoedaily.com.la

ການສຶກສາຄັ້ງນີ້ມີຈຸດປະສົງ ເພື່ອຕອບຄໍາຖາມທີ່ວ່າໃນໄລຍະການເຂັ້ມງວດມາດຕະການຈໍາກັດ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດພະຍາດໂຄວິດ – 19 ຜູ້ປະກອບການພາຍໃນຂອງລາວມີໂອກາດຂາຍສິນຄ້າໃຫ້ກັບຮ້ານສະດວກຊື້ເພີ່ມຂຶ້ນບໍ່? ພ້ອມທັງຊອກຫາບັນຫາ ແລະ ວິທີທາງແກ້ໄຂຊ່ວຍ ເພື່ອຮັບປະກັນໃຫ້ເຂົາເຈົ້າສາມາດສະໜອງສິນຄ້າໄດ້ຢ່າງຕໍ່ເນື່ອງ ພາຍຫຼັງການຜ່ອນຜັນ ຫຼື ຍົກເລີກມາດຕະການຈໍາກັດດັ່ງກ່າວນັ້ນ. ໂອກາດທາງທຸລະກິດ ການສະໜອງສິນຄ້າໃຫ້ຮ້ານສະດວກຊື້ໄລຍະໂຄວິດ ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

コメント


© 2023 by NOMAD ON THE ROAD. Proudly created with Wix.com

bottom of page