top of page
Search

ທີ່ມາຂອງ ປະຕູໄຊ ຫຼື ອານຸສາວະລີ ຂອງ​ປະ​ເທດ​ລາວ

  • Writer: Superphil Phil
    Superphil Phil
  • May 19, 2020
  • 1 min read

ທີ່ມາຂອງ ປະຕູໄຊ ຫຼື ອານຸສາວະລີ ຂອງ​ປະ​ເທດ​ລາວ ດັ່ງທີ່​ຫລາຍ​ຄົນ​ຮູ້​ຈັກ​ກັນ​ດີ​ໃນ​ນາມ ປະຕູໄຊ ຫຼື ອານຸສາວະລີ. ແຕ່ຈະໃຫ້ຖືກແທ້ໆຕ້ອງເອີ້ນວ່າ ອານຸສາວະລີ ປະຕູໄຊ. ສິ່ງກໍ່ສ້າງນີ້ ສ້າງເພື່ອເປັນອານຸສອນ ແກ່ໄຊຊະນະ ຂອງສົງຄາມ ແລະ ເປັນອານຸສອນແກ່ທະຫານທີ່ຕາຍໃນສົງຄາມໂລກຄັ້ງທີສອງ ແລະ ສົງຄາມກັບຈັກກະພັດຝຣັ່ງ ໃນປີ 1949.

ພາບ: ​kuanjailao.com

ປະຕູໄຊ ເຊິ່ງຊື່ເດີມເອີ້ນວ່າ “ ອະນຸສາວະລີໄຊຊະນະ ”ເຊິ່ງນັກທ່ອງທ່ຽວມັກປຽບທຽບວ່າເປັນ “ ອາກເດີ ທຣີອົມ ” (ຢູ່ໃນນະຄອນປາຣີ ປະເທດຝຣັ່ງ) ອະນຸສາວະລີ ປະຕູໄຊມີລັກໂດດເດັ່ນທີ່ຕັ້ງຢູ່ໃຈກາງນະຄອນຫຼວງວຽງຈັນ ບໍລິເວນຕອນປາຍຂອງຖະໜົນລ້ານຊ້າງ (ຄົນສະໄໝກ່ອນມັກເອີ້ນກັນວ່າ “ຊ້ອງ ເອລິເຊ້” ເຊິ່ງເປັນຖະໜົນຢູ່ໃນປາຣີເຊັ່ນກັນ) ປະຕູໄຊຖືກສ້າງຂຶ້ນນັບແຕ່ປີ ຄສ 1957 ແລະ ສໍາເລັດການກໍ່ສ້າງໃນປີ 1968 ອະນຸສາວະລີ ປະຕູໄຊ ຖືກສ້າງເພື່ອເປັນອະນຸສອນໃຫ້ແກ່ການປະກາດເອກະລາດຂອງ ສປປ ລາວ ອອກຈາກແອກປົກຄອງຂອງລ່າເມືອງຂຶ້ນຝຣັ່ງ ແລະ ເປັນອະນຸສອນແກ່ທະຫານທີ່ຕາຍໃນສົງຄາມໂລກຄັ້ງທີສອງ ແລະ ສົງຄາມກັບຈັກກະພັດຝຣັ່ງ ໃນປີ 1949 ໂດຍນຳໃຊ້ທຶນຈາກອາເມລິກາ ທີ່ເບື້ອງຕົ້ນຈະເອົາໄປສ້າງເດີ່ນບິນ ແຕ່ກໍ່ຖືກນຳມາເຮັດອະນຸສາວະລີ ລວມມູນຄ່າການກໍ່ສ້າງປະມານ 63 ລ້ານກີບໃນຕອນນັ້ນ ແລະ ການອອກແບບໂດຍ ທ່ານ ທຳ ໄຊຍະສິດເສນາ ແລະ ໂຄງສ້າງຕາມເລກຕໍາລາອັນສໍາຄັນຂອງຊາວພຸດຄື 3 – 7 – 9 ຮູບຊົງດ້ານເທິງຂອງປະຕູໄຊ ແມ່ນມີລັກສະນະຄ້າຍຄືກັບຜາສາດ “ທັດສ໌ມາຮານ” ທີ່ຢູ່ປະເທດອິນເດຍ ແລະ ທາງດ້ານໃນຖືກປະດັບປະດາດ້ວຍສິລະປະລວດລາຍອັນເປັນເອກະລັກຂອງລາວທີ່ມີສີສັນງົດງາມລວມທັງຮູບປັ້ນນາງກິນນາລີ. ປະ​ຫວັດ​ຄວາມ​ເປັນ​ມາຂອງ ປະຕູໄຊ ຫຼື ອານຸສາວະລີ ຂອງ​ປະ​ເທດ​ລາວ ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page