top of page
Search

ທີ່ມາກ່ອນ​ຈະ​ໄດ້​ສາຍ​ຍາຂອງ​ຄຳ​ວ່າ ສາມໝື່ນ ເມືອງເຟືອງ

  • Writer: Superphil Phil
    Superphil Phil
  • Apr 15, 2020
  • 1 min read

ປະຫວັດຂອງ ແລະ ຄວາມເປັນມາກ່ອນ​ຈະ​ເປັນສາມໝື່ນ ເມືອງເຟືອງ

ຈາກ​ປະ​ຫວັດ​ຂອງຄຳທີ່ວ່າ ສາມໝື່ນ-ຕູບເຟືອງ ໃນສະ​ໄໝກ່ອນໆນັ້ນ, ແລະ ໄດ້ປ່ຽນມາເປັນ ສາມໝື່ນ-ເມືອງເຟືອງ ໃນປັດຈຸບັນເຖິງທຸກວັນນີ້ມີ​ທີ່​ມາ​ທີ​ໄປ​ຈັ່ງ​ໃດ​ແມ່ນ​ເຮົາ​ມີ​ຂ​ໍ້​ມູນ​ມາ​ເວົ້າ​ໃຫ້​ຟັງ​ກັນ.

ສາມໝື່ນ ເມືອງເຟືອງ ເປັນເມືອງໜື່ງທີ່ຂື້ນກັບ ແຂວງວຽງຈັນ ມີຕຳນານມາແຕ່ດືກດຳບັນວ່າ: ສາມໝື່ນຕູບເຟືອງ ທີ່ມາຂອງສາມໝື່ນ ເມືອງເຟືອງມີຄື: ໃນສະໄໝກ່ອນ ຢູ່ໃນສະຕະວັດໃດກໍ່ບໍ່ຮູ້ ໄດ້ມີສຽງຊ່າລືຂອງຄົນ ແຕ່ເໜືອຮອດໃຕ້ກ່າວຂານກັນມາວ່າ: ຜາທໍ່ໜໍ່ຄຳ ໃນຄາວນັ້ນບໍ່ມີໃຜຮູ້ວ່າ ຜາທໍ່ໜໍ່ຄຳ ຕັ້ງຢູ່ໃສ່? ບັງເອີນມີກຸ່ມຄົນຈຳນວນຫຼວງຫຼາຍເດີນທາງມາແຕ່ພາກໃຕ້ຫວັງຊອກຄົ້ນຫາ ຜາທໍ່ໜໍ່ຄຳ ວ່າຕັ້ງຢູ່ແຫ່ງຫົນໃດແທ້ ການເດີນທາງແມ່່ນກຳນົດເອົາສາຍນ້ຳເປັນຫຼັກ, ເປັນເຂັມຊີ້ທິດບອກ. ເລີ່ມຕົ້ນເລາະລ່ອງຂື້ນມາຕາມສາຍແມ່ນ້ຳຂອງຕໍ່ໃສ່ສາຍນ້ຳງື່ມ-ນ້ຳລີກ, ຈຳນວນຂະບວນດັ່ງກ່າວເດີນທາງຮອດປາກນ້ຳບ່ອນໃດກໍ່ມີການພັກຜ່ອນດູມໍ, ຈັບຕົງລົງຫວ່າງ, ສ່ຽງດູໄປພ້ອມ ແຕ່ລະບ່ອນຜ່ານມາເຫັນວ່າບໍ່ທັນຈັບຕົງໄດ້ເທື່ອ, ຈິ່ງສ່ຽງອີກເລີຍຈັບຕົງໄດ້, ຫົວໜ້າດູມໍເວົ້າອອກມາວ່າ: ໄດ້ແລ້ວ, ແມ່ນແລ້ວຈັບຕົງໄດ້ແລ້ວພວກເຮົາທັງໝົດຕ້ອງເລາະຕາມນ້ຳຕົງນີ້ຂື້ນໄປຕ້ອງພົບ ຜາທໍ່ໜໍ່ຄຳ ຢ່າງແນ່ນອນ. ຂະບວນກໍ່ສືບຕໍ່ເຄື່ອນຍ້າຍ ບໍ່ພໍເທົ່າໃດກໍ່ພົບ ຜາທໍ່ໜໍ່ຄຳ ແທ້ຈິງ. ເມື່ອພົບແລ້ວກໍ່ພາກັນພັກຜ່ອນຢູ່ຕີນຜາ ຢູ່ເປັນກຸ່ມເປັນກອງຫຼາຍໆກຸ່ມ, ຊື່ງບ່ອນນັ້ນໄດ້ເອີ້ນວ່າ ຫາດຫີນກ້ອນ ຍ້ອນຄົນມາພັກເຊົາຢູ່ ເປັນຫຼາຍກຸ່ມຫຼາຍກອງ.

ພາບ: phuphamedia.com

ຈາກນັ້ນ, ຫົວໜ້າຂະບວນການໄດ້ຊີ້ນຳວາງແຜນປຸກຕູບ ເພື່ອເປັນບ່ອນພັກພາອາໄສຢູ່ບໍລິເວນນັ້ນ ເປັນຈຳນວນ ສາມໝື່ນຕູບເຟືອງ ເພາະເອົາເຟືອງມາມຸງແຕ່ຈຳນວນຄົນແມ່ນບໍ່ຮູ້ເພາະວ່າບໍ່ກ່າວໄວ້ໃນຕຳນານ, ແຕ່ບໍລິເວນແຫ່ງນີ້ພັດມີ 3 ຜາຄ້າຍຄືກ້ອນເສົ້າ, ຕອນນັ້ນບໍ່ທັນຮູ້ວ່າໃສ່ຊື່ຜາແຕ່ລະໜ່ວຍແນວໃດ, ບັງເອີນມີນົກອິນຊີໃຫຍ່ໂຕໜື່ງບິນມາຈັບຜາໜ່ວຍທຳອິດເຮັດໃຫ້ ໜ່ວຍຜາເດື່ອງໄປເດື່ອງມາຄືຊິລົ້ມ ເລີຍໃສ່ຊື່ຜາໜ່ວຍທຳອິດວ່າຜາເດື່ອງ, ແຕ່ດຽວນີ້ເອີ້ນວ່າ: ຜາເລືອງ, ນົກອິນຊີບິນໄປຈັບຜາໜ່ວຍທີສອງໜັ້ນຕື້ງບໍ່ເໜັງບໍ່ສະເທືອນຫຍັງເລີຍ ເອີ້ນວ່າ: ຜາຕື້ງ ເວລານົກອິນຊີຕົວນັ້ນບິນຈັບຜາຕື້ງຫາງກ່າຍຜາເລືອງ, ຈາກນັ້ນກໍ່ບິນມາຈັບຜາໜ່ວຍທີສາມຄືືວ່າທໍ່ໆກັນກັບຜາຕື້ງຈື່ງເອີ້ນວ່າ: ຜາທໍ່ໜໍ່ຄຳ ເພາະວ່າມີສິ່ງປະຫຼາດຄ້າຍຄືກັບຄຳເປັນ 2 ໜໍ່ໃຫ້ທຸກຄົນໄດ້ເບິ່ງໄດ້ແຍງ ຈົນເຖິງທຸກມື້ນີ້.

ໃນໄລຍະທີ່ນົກອິນຊີບິນມາຈັບຜາແຕ່ລະໜ່ວຍນັ້ນ ໄດ້ສົ່ງສຽງຮ້ອງເປັນຕາອອນຊອນຟັງແລ້ວມ່ວນເບື່ອບໍ່ເປັນຫົວໜ້າຂະບວນໃນຄາວນັ້ນຈື່ງມີຄຳເຫັນວ່າ ພວກເຮົາທຸກຄົນຄວນສ້າງສິ່ງໃດສິ່ງໜື່ງໄວ້ເພື່ອເປົ່າທົດແທນໃຫ້ຄ້າຍຄືກັບສຽງນົກອິນຊີຕົວນັ້ນໄວ້ໃຫ້ລຸ້ນລູກລຸ້ນຫຼານໄດ້ອະນຸລັກຕໍ່ໄປພາຍໜ້າ, ຜູ້ທີ່ມີຫົວຄິດປັນຍາກໍ່ໄດ້ເຮັດເປັນປີ່, ເປັນຂຸ່ຍ, ກະຈັບປີ່ ແລະ ອື່ນໆນຳມາເປົ່າ, ມາຕ່ວຍໃສ່ກັນກໍ່ບໍ່ມີສຽງຫຍັງຄ້າຍຄື, ອີກຜູ້ໜື່ງຈື່ງມີຫົວຄິດເຮັດແຄນຂື້ນມາເປົ່າທຽບກັບສຽງນົກອິນຊີຮ້ອງ ເມື່ອຫຼາຍຄົນໄດ້ຟັງກໍ່ເວົ້າເປັນສຽງດຽວກັນວ່າ ອັນນີ້ແຄນ ຄ້າຍຄືສຽງນົກອິນຊີຮ້ອງຈື່ງໃສ່ຊື່ວ່າ ແຄນ ຈົນມາເຖິງປະຈຸບັນນີ້.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page