top of page
Search

ທັນຕາມກຳນົດ ການຕິດຕັ້ງລະບົບສາຍສົ່ງ ໂຄງທາງລົດໄຟລາວ-ຈີນ…

  • Writer: Superphil Phil
    Superphil Phil
  • Oct 26, 2020
  • 1 min read

ທັນຕາມກຳນົດ ການຕິດຕັ້ງລະບົບສາຍສົ່ງ ໂຄງທາງລົດໄຟລາວ-ຈີນ. China Railway Wuhan Electrification Engineering Group (WEEG) ບໍລິສັດ ທີ່ດຳເນີນໂຄງການວິສະວະກຳເຄື່ອງກົນຈັກ ແລະ ໄຟຟ້າຂອງທາງລົດໄຟກ່າວກັບສໍານັກພີມ Xinhua ວ່າ: ວຽກງານຂອງພວກເຂົາໄດ້ສຳເລັດລົງໃນວັນທີ 15 ທີ່ຜ່ານມາ.

ພາບ: targetlaos.com

ບໍລິສັດໄດ້ຜ່ານຜ່າຄວາມຍາກລຳບາກຫຼາຍຢ່າງ ທັງບັນຫາທີ່ເກີດຈາກການລະບາດຂອງ ໂຄວິດ-19 ໃນການຈັດຕັງປະຕິບັດວຽກງານກໍ່ສ້າງສາຍສົ່ງທຸກຢ່າງ ແຕ່ວ່າກໍໄດ້ສຳເລັດໂຄງການທັງໝົດຢ່າງສົມບູນຕາມກຳນົດເວລາ. ເພື່ອຮັບປະກັນການເຮັດວຽກໃຫ້ໂລ່ງລ່ຽນ, ວິສະວະກອນຂອງ WEEG ໄດ້ກຽມການທີ່ຍາກລຳບາກລວມເຖິງມາດຕະການປ້ອງກັນສຸຂະພາບທີ່ເຂັ້ມງວດ ແລະ ມາດຕະການດ້ານຄວາມປອດໄພໃນການຜະລິດ ນອກເໜືອຈາກແຜນການກໍ່ສ້າງ ໃນຂັ້ນຕອນທຳອິດຂອງການໃຊ້ງານເຄື່ອງກົນຈັກ ແລະ ວຽກງານໄຟຟ້າ ທີ່ເຮັດສັນຍາໃນລາວ. ສຳລັບທາງລົດໄຟ ບໍລິສັດ ໄດ້ສ້າງເສົາວິສະວະກຳແຫ່ງທຳອິດສຳລັບລະບົບຕິດຕໍ່ສາຍເໜືອໃນເດືອນ ມີນາ ເປັນຕົ້ນມາ. ລະ​ບົບ​ສາຍ​ສົ່ງ​ຂອງ​ໂຄງ​ການ​ລົດ​ໄຟ​ລາວ-ຈີນ​ ສຳ​ເລັດ​ການ​ຕິດ​ຕັ້ງ. ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page