top of page
Search

ຖະແຫຼງເພີ່ມເວລາປະຕິບັດຄຳສັ່ງເລກທີ06/ນຍ ອອກອີກ14 ວັນ

  • Writer: Superphil Phil
    Superphil Phil
  • Apr 18, 2020
  • 1 min read

ຄຳຖະແຫຼງ ຂອງ ນາຍົກລັດຖະມົນຕີກ່ຽວກັບສະພາບການສະກັດກັ້ນ ແລະ ຕ້ານການແຜ່ລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ

ວັນ​ທີ່ 15 ເມ​ສາ 2020, ທ່ານ ທອງ​ລຸນ​ ສີ​ສຸ​ລິດ ນາຍ​ຍົກ​ລັດ​ຖະ​ມົນ​ຕີ ແຫ່ງ ສ​ປ​ປ ລາວ​ ໄດ້​ຖະ​ແຫລ່ງ​ການ​ແຈ້ງ​ຂະ​ຫຍາຍ​ເວ​ລາ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຄຳ​ສັ່ງ​ເລກ​ທີ່ 06/ນຍ ເພີ່ມ​ອີກ​ຈົນ​ຮອດ ວັນ​ທີ່ 3 ພຶດ​ສະ​ພາ 2020.

ພາບ: Laoedaily.com.la

ພໍ່ແມ່ພີ່ນ້ອງຊາວລາວໃນທົ່ວປະເທດ ທີ່ເຄົາລົບຮັກທັງຫຼາຍ.

ມື້ນີ້, ວັນທີ 15 ເມສາ ປີ 2020 ກົງກັບແຮມ 8ຄໍ່າ ເດືອນ 5 ພສ 2563 ແມ່ນມື້ເນົາຂອງປີໃໝ່ (ປີຊວດ) ຂອງຊາດລາວເຮົາ. ຂ້າພະເຈົ້າ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຮ່ວມກັບພີ່ນ້ອງຮ່ວມຊາດ ໃນທົ່ວປະເທດ, ຮັບເອົາພອນໄຊອັນປະເສີດ (ທີ່ເຕັມໄປດ້ວຍຄວາມສາມັກຄີ ຮັກແພງອັນອົບອຸ່ນ, ຄວາມໂອບເອື້ອອາລີ, ແລະ ຄວາມຫ່ວງໄຍ ອັນເລິກເຊິ່ງ) ຈາກ ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ຄະນະບໍລິ ຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດທີ່ເຄົາລົບ ຮັກຂອງປະຊາຊົນລາວ ທົ່ວປະເທດ. ຄຳອວຍພອນນັ້ນໄດ້ກາຍ ເປັນກຳລັງໃຈອັນແຮງກ້າ ປຸກລະດົມ ໃຫ້ແກ່ພີ່ນ້ອງຊາວລາວ, ເຊື້ອຊາດລາວທຸກໆຄົນ ທີ່ຢູ່ພາຍໃນ ແລະ ຕ່າງປະເທດ ກ້າວຂຶ້ນຜ່ານພົ້ນ ສະພາບການ ທີ່ບໍ່ປົກກະຕິ ແລະ ຫົວລ້ຽວຫົວຕໍ່ ຢູ່ໃນຂະນະນີ້. ໃນໂອກາດລຶກງາມຍາມດີນີ້ ຂ້າພະເຈົ້າ ຂໍຮ່ວມກັບປະຊາຊົນລາວທັງຊາດ ຂໍອວຍພອນໄຊອັນປະເສີດ ແກ່ທ່ານປະທານປະເທດ ແລະ ຜູ້ນຳພັກ-ລັດ ຂອງພວກເຮົາ ຈົ່ງມີພາລານະໄມ ສົມບູນ, ອາຍຸໝັ້ນຂວັນຍືນ ສືບຕໍ່ນໍາພາປະເທດລາວເຮົາ ໃຫ້ຜ່ານພົ້ນວິກິດ ແລະ ກ້າວໄປສູ່ຄວາມຈະເລີນຮຸ່ງເຮືອງ.

ໃນນາມລັດຖະບານ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຂ້າພະເຈົ້າ ຂໍແຈ້ງໃຫ້ພໍ່ແມ່ພີ່ນ້ອງປະຊາຊົນລາວ ຊາບຢ່າງທົ່ວເຖິງກັນວ່າ: ພະຍາດອັກເສບປອດສາຍພັນໃໝ່ “COVID-19”ກຳລັງເປັນໄພຄຸກຄາມໃນທຸກໆປະເທດໃນໂລກ ແລະ ແຜ່ລະບາດ ດ້ວຍຈັງຫວະໄວ ແລະ ເພີ່ມຄວາມຮຸນແຮງ ຂຶ້ນຊັກໄຊ້. ມາຮອດມື້ນີ້, COVID-19 ໄດ້ຂ້າຊີວິດຂອງຄົນໄປແລ້ວ ເປັນແສນໆ ແລະ ກໍາລັງ ມີຜູ້ຕິດເຊື້ອເປັນລ້ານກວ່າຄົນ ແລະ ກຳລັງ ເພີ່ມຈຳນວນຂຶ້ນເລື້ອຍໆໃນແຕ່ລະຊົ່ວໂມງ ແລະ ຍັງບໍ່ຮູ້ໄດ້ວ່າ ເວລາໃດພວກເຮົາ ຈຶ່ງຈະສາມາດຢັບຢັ້ງ ແລະ ຢຸດຕິມັນໄດ້.

ກອງປະຊຸມສຸດຍອດ ສະໄໝພິເສດ ຂອງບັນດາຜູ້ນຳອາຊຽນ ແລະ ອາຊຽນ ບວກ ສປ ຈີນ, ສ ເກົາຫລີ ແລະ ຢີ່ປຸ່ນ ໂດຍຜ່ານລະບົບສື່ສານທາງໄກ (Video Conference) ທີ່ເປັນຄວາມຄິດລິເລີ່ມຂອງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ໃນຖານະປະທານອາຊຽນໄດ້ໄຂຂຶ້ນ ແລະ ສໍາເລັດລົງໃນມື້ວານນີ້. ບັນດາຜູ້ນໍາອາຊຽນ ແລະ ອາຊຽນ ບວກ3 ໄດ້ປຶກສາຫາລືກັນຢ່າງຈິງຈັງ ແລະ ໄດ້ເຫັນດີເປັນເອກະພາບກັນສູງ ຮັບເອົາມາດຕະການຕ່າງໆເພື່ອຕໍ່ສູ້ກັບCOVID-19 ທັງຢູ່ແຕ່ລະປະເທດ ທັງມີການຮ່ວມມືກັນ ລະຫວ່າງອາຊຽນ ແລະ ອາຊຽນ ບວກ 3. ບັນດາຜູ້ນຳຂອງ 13 ປະເທດ ໄດ້ໃຫ້ຄວາມສໍາຄັນສູງສຸດ ຕໍ່ໄລຍະຫົວລ້ຽວຫົວຕໍ່ນີ້ ໂດຍໄດ້ອອກຖະແຫຼງການຮ່ວມ ຂອງກອງປະຊຸມສໍາຄັນນີ້ດ້ວຍ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Kommentare


© 2023 by NOMAD ON THE ROAD. Proudly created with Wix.com

bottom of page