top of page
Search

ຖ້ຳວິລະຊົນດິນແດນວິລະຊົນ ຖ້ຳຜູ້ນຳ ເມືອງວຽງໄຊ ແຂວງ​ຫົວ​ພັນ

  • Writer: Superphil Phil
    Superphil Phil
  • Apr 24, 2020
  • 1 min read

ຖ້ຳຜູ້ນຳ ແລະ ເມືອງວຽງໄຊດິນແດນວິລະຊົນ

ຖ້າ​ຈະ​ເວົ້າ​ເຖິງເຂດທີ່ໝັ້ນຂອງການ ປະຕິວັດລາວອັນຂຶ້ນຊື່ລືຊາໃນ​ສະ​ໄໝ​ຕໍ່​ສູ້​ກູ້​ຊາດ ຫລື ເວົ້າ​ໄດ້​ວ່າ​ເປັນ​ບ່ອນ​ທີ່​ບັນ​ດາ​ທ່ານ​ຜູ້​ນຳ​ຕ່າງໆ​ໄດ້​ເອົາ​ເປັນ​ບ່ອນ​​ອາ​ໃສ ແລະ ການ​ເຮັດ​ວຽກ​ປືກ​ສາ​ຫາ​ລື​ລະ​ຫວ່າງ​ກັນ ແລະ ກັນ​ໃນ​ວຽກ​ງານ​ຕ່າງໆ, ບັນ​ດາ​ທ່ານ​ຜູ້​ນຳ​ແຕ່​ລະ​ທ່ານ​ກໍ່​ຈະ​ມີ​ຖ້ຳ​ຂອງ​ທ່ານເພື່ອ​ເປັນ​ບ່ອນ​ເຮັດ​ວຽກ ຫລື ຫ້ອງ​ການ​ຂອງ​ເພິນ​ນັ້ນ​ເອງ.

ພາບ​: laophattananews.com

(ຖ້ຳ ທ່ານ ສຸພານຸວົງ)

ເມືອງວຽງໄຊ, ແຂວງຫົວພັນ ມີບັນດາຖໍ້າປະຫວັດສາດ ອັນສໍາຄັນຂອງອະດີດທ່ານ ຜູ້ນໍາ ຂອງລາວຫຼາຍ ທ່ານ ໃນ ສະໄໝຕໍ່ສູ້ກູ້ຊາດເຊັ່ນ: ຖໍ້າ ທ່ານ ໄກສອນ ພົມວິຫານ,

ທ່ານ ສຸພານຸວົງ, ທ່ານ ໜູຮັກ ພູມສະຫວັນ, ທ່ານ ພູມີ ວົງວິຈິດ, ທ່ານ ຄໍາໄຕ ສີພັນດອນ, ທ່ານ ສີສະຫວາດ ແກ້ວບຸນພັນ, ທ່ານ ສີທົນ ກົມມະດໍາ,

ທ່ານ ໄຟດ່າງ ລໍເບຣຍຢາວ ແລະ ທ່ານ ພູນ ສີປະເສີດ,

ເຊິ່ງ ທັງໝົດເຫຼົ່ານີ້ ມາຮອດປັດຈຸ ບັນໄດ້ກາຍເປັນສະຖານທີ່ມີ ຄວາມໝາຍສໍາຄັນທາງປະ ຫວັດສາດ ໃນການຕໍ່ສູ້ກູ້ຊາດ ອັນຍືດເຍື້ອຍາວນານຂອງການ ປະຕິວັດລາວ.

ພາບ​: laophattananews.com

(ທາງເຂົ້າໄປໃນຖ້ຳ ທ່ານ ໄກສອນ ພົມວິຫານ)

ດັ່ງທີ່ເຮົາຮູ້ແລ້ວວ່າ, ບັນ ດາຖໍ້າອະດີດຂອງທ່ານຜູ້ນໍາ ແຫ່ງ ນີ້, ທັງເປັນເຮືອນຢູ່, ທັງ ເປັນບ່ອນວາງແຜນຍຸດທະ ສາດເພື່ອນໍາພາປະຊາຊົນໃນ ການຕໍ່ສູ້ກູ້ຊາດຕ້ານພວກ ລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່, ເຊິ່ງພັກເຮົາກໍໄດ້ວາງ ແນວທາງການປະຕິວັດລາວຕໍ່ ຕ້ານຍືດເຍື້ອຍາວນານ, ແບບ ປວງຊົນ ແລະ ຮອບດ້ານ.

ພຽງ ໄລຍະສັ້ນໆ ຖານທີ່ໝັ້ນການ ປະຕິວັດໄດ້ ເກີດຂຶ້ນຢູ່ໃນແຕ່ ລະເຂດ, ແຂວງ ຕ່າງໆ, ກໍາລັງ ປະກອບອາວຸດກໍໄດ້ຮັບການ ສ້າງຕັ້ງຂຶ້ນເປັນກອງຮ້ອຍ ເຊັ່ນ: ກອງໄຊ ຈັກກະພັດ, ກອງ ສາມແສນໄທ, ກອງຟ້າງຸ່ມ, ກອງປັດໄຈ ແລະ ອື່ນໆ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Opmerkingen


© 2023 by NOMAD ON THE ROAD. Proudly created with Wix.com

bottom of page