ຖ້ຳພໍ່ບົວ ຖ້ຳສວຍງາມ ແລະ ສັກສິດທີ່ຄວນໄປສັກກາລະບູຊາ.
- Superphil Phil
- Aug 14, 2020
- 1 min read
ຖ້ຳພໍ່ບົວ ຖ້ຳສວຍງາມ ແລະ ສັກສິດທີ່ຄວນໄປສັກກາລະບູຊາ. ຖ້າຈະເວົ້າເຖິງສະຖານທີ່ທ່ອງທ່ຽວພາຍໃນເມືອງຊຽງຮ່ອນແລ້ວກໍ່ມີຫຼາຍບ່ອນທີ່ໜ້າສົນໃຈໂດຍສະເພາະທາງດ້ານວັດທະນະທຳ ແລະທຳມະຊາດ,ຄຽງຄູ່ກັນນັ້ນປະຊາຊົນຊາວເມືອງຊຽງຮ່ອນຍັງເປັນຜູ້ທີ່ມີຈິດໃຈໂອບເອື້ອຍອາລີ, ມີຄວາມດຸໝັ່ນຂະຫຍັນພຽງ, ຮັກ ແລະຫວງແຫນໃນມູນເຊື້ອທາງດ້ານມໍລະດົກວັດທະນະທຳອັນດີງາມກໍ່ຄືຂອງຊາດ. ສະຖານທີ່ທ່ອງທ່ຽວທີ່ເມືອງຊຽງຮ່ອນຄັ້ງນີ້ແມ່ນຈະມານຳສະເໜີສະຖານທີ່ທ່ອງທ່ຽວທາງທຳມະຊາດສິ່ງທີ່ເປັນໜ້າອັດສະຈັນທີ່ເກີດຂຶ້ນຈາກທໍາມະຊາດນັ້ນກໍ່ແມ່ນຖ້ຳພໍ່ບົວ. ຖ້ຳພໍ່ບົວຫຼືຖໍ້າພະຕັ້ງຢູ່ບ້ານຂິ່ງຫ່າງຈາກເທສະບານເມືອງຊຽງຮ່ອນປະມານ 5 ກິໂລແມັດເທົ່ານັ້ນ, ເປັນສະຖານທີ່ທ່ອງທ່ຽວທີ່ໄດ້ຮັບຄວາມສົນໃຈຫຼາຍສົມຄວນເນື່ອງຈາກວ່າສະຖານທີ່ທ່ອງທ່ຽວແຫ່ງນີ້ມີຄວາມງາມທີ່ເປັນເອກະລັກແບບທຳມະຊາດຖ້ຳພໍ່ບົວຍັງເປັນຖ້ຳທີ່ເກົ່າແກ່ທີ່ທຳມະຊາດສັນສ້າງຂື້ນຢ່າງສວຍສົດງົດງາມ ແລະເປັນທີ່ໜ້າອັດສະຈັັນ.
ຊຶ່ງເປັນເວລາດົນນານມາແລ້ວມີພະບົວລຽບປັດສະໂຖພ້ອມດ້ວຍສຳມະເນນ 3 ອົງ ຄື: ສຳມະເນນອິນເຫຼົາ, ສຳມະເນນຄຳ ແລະສຳມະເນນກັນນິຖາພາກັນໄປຈຳສິນພາວັນນາຢູ່ໃນປ່າ, ສ່ວນພະບົວລຽບປັດສະໂຖໄດ້ຈຳສິນຢູ່ໃນຖ້ຳ. ການທີ່ມີພະສົງໄປຈຳສິນພາວັນນາສຶກສາຮ່ຳຮຽນວິໄນສົງຢູ່ເຂດນັ້ນກໍເລີຍມີອອກຕົນຍາດໂຍມພາຍໃນບ້ານຂິ່ງ ແລະບ້ານຄ້ຳພາກັນມາບູລະນະປະຕິສັງຂອນຖ້ຳແຫ່ງນີ້ດ້ວຍການປຸກສ້າງກຸດຕິ, ກໍ່ພະທາດເຈດີ ແລະໄດ້ນຳເອົາພະພຸດທະຮູບໄປປະດິດສະຖານເພື່ອສັກກາລະບູຊາ. ໃນບຸນປີໃໝ່ລາວຂອງແຕ່ລະປີປະ ຊາຊົນໄດ້ພ້ອມພາກັນໄປຫົດສົງພະພຸດທະຮູບ ແລະເປັນການໄປທ່ຽວຊົມທຳມະຊາດທີ່ມີຄວາມສວຍສົດງົດງາມ. ຖ້າຫາກທ່ານມີໂອກາດໄດ້ໄປແຂວງໄຊຍະບູລີຖ້າຢາກສຳຜັດບັນຍາກາດແບບນີ້ທ່ານລອງໄປທ່ຽວຊົມຖ້ຳພໍ່ບົວລອງເບິ່ງແລ້ວທ່ານຈະໄດ້ສຳຜັດກັບບັນຍາກາດດີໆ ພ້ອມກັບຄວາມອົບອຸ່ນ ແລະ ສະບາຍໃຈ. ຖ້ຳພໍ່ບົວ ຖ້ຳສັກສິດທີ່ຄວນໄປສັກກາລະບູຊາ ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Comments