top of page
Search

ຖ້ຳທຳມະຊາດ "ຖ້ຳນ້ຳຄ່ອມ" ແຫ່ງແຂວງໄຊຍະບູລີ

  • Writer: Superphil Phil
    Superphil Phil
  • Jun 11, 2020
  • 1 min read

ຖ້ຳນ້ຳຄ່ອມ ຖ້ຳກອງກ່ຳລັງປະຕິວັດ ຄວາມງົດງາມທີ່ຖືກເຊື່ອງຊ້ອນໄວ້ໃນປ່າ. ຖ້ຳນ້ຳຄ່ອມ ຕັ້ງຢູ່ບ້ານນ້ຳຄ່ອມເຊິ່ງຫ່າງຈາກເທດສະບານຂອງຕົວເມືອງຊຽງຮ່ອນ ແຂວງໄຊຍະບູລີປະມານ 18 ກິ ໂລແມັດ, ເປັນຖ້ຳທຳມະຊາດທີ່ຕັ້ງຢູ່ເທິງຍອດພູຂອງແມ່ນ້ຳຄ່ອມ, ພື້ນທີ່ຂອງຖ້ຳຕັ້ງຢູ່ທ່າມກາງປ່າດົງຕຶບຫນາທີ່ເຍືອກເຢັນມີຫ້ວຍນ້ອຍຫຼາຍສາຍເຊິ່ງເປັນສາຂາຂອງແມ່ນ້ຳຄ່ອມ ແລະ ມີປູປາຫຼາຍຊະນິດອາໄສຢູ່. ບໍລິເວນດັ່ງກ່າວຍັງມີສັດປ່າເປັນຈຳນວນຫຼວງຫຼາຍ, ມີຢາພື້ນເມືອງຫຼາຍຊະນິດທີ່ເກີດຢູ່ຕາມໜ້າຜາແລະຫີນບໍລິເວນຖ້ຳ. ນອກນັ້ນຢູ່ພາຍໃນຖ້ຳຍັງມີຮູບສິງ, ຮູບເສືອ ແລະ ລວດລາຍສີລະປະຕ່າງໆທີ່ສວຍງາມ.

ree
ພາບ: laopost.com

ຖ້ຳແຫ່ງນີ້ເປັນຖ້ຳທີ່ຕິດພັນກັບການປະຕິວັດເພາະວ່າບໍລິເວນເຂດນີ້ຍັງເປັນເຂດພື້ນຖານຂອງການປະຕິວັດຊາດນັບຕັ້ງແຕ່ຊຸ່ມປີ 1950 ເປັນຕົ້ນມາ, ມີນັກປະຕິວັດທີ່ສຳຄັນຫຼາຍທ່ານໄດ້ອາໃສຖ້ຳແຫ່ງນີ້ເປັນຖານທີ່ໝັ້ນໃນການຕໍ່ສູ້ກູ້ຊາດຕ້ານພວກລ່າເມືອງຂຶ້ນຝຣັ່ງຄື: ທ່ານ ພູມີ ວົງວິຈິດ, ທ່ານ ອຸດຕະມະ ຈຸນລະມະນີ, ທ່ານ ມະຫາຄຳພັນ ວໍລະຈິດ, ທ່ານ ໜານສະຫວັດ ຍົດບຸນ ແລະ ກຳລັງອາສາສະໝັກຂອງຫວຽດນາມໜຶ່ງໝວດໄດ້ປະຊຸມປຶກສາຫາລື ກັນເພື່ອວາງແຜນຂົນຂວາຍປະຊາຊົນເຜົ່າມົ້ງ 2 ບ້ານຄື: ບ້ານພູລ້ານຫຼວງ ແລະ ບ້ານແກ້ວ ໃຫ້ມາເຂົ້າຮ່ວມຕໍ່ສູ້ກູ້ຊາດກັບກຳລັງປະຕິວັດເພື່ອຕໍ່ຕ້ານກັບຈັກກະພັດອາເມລິກາ ແລະ ທະຫານຮັບຈ້າງຂອງໄທ ແຕ່ ປີ 1961 ເຖິງປີ 1973 ຢ່າງພິລະອາດຫານ. ຖ້ຳນ້ຳຄ່ອມ ຖ້ຳກອງກ່ຳລັງປະຕິວັດ ຖ້ຳສວຍງາມທີ່ເຊື່ອງຊ້ອນໄວ້ໃນປ່າ ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page