top of page
Search

ຖ້ຳຕິ່ງ ຖ້ຳພະພຸດ​ທະ​ຮູບທີ່ໜ້າທ່ຽວ​ຊົມ​ຂອງ​ຫລວງ​ພະ​ບາງ.

  • Writer: Superphil Phil
    Superphil Phil
  • Jun 26, 2020
  • 1 min read

Updated: Oct 31, 2020

ຖ້ຳຕິ່ງ ຖ້ຳພະພຸດ​ທະ​ຮູບທີ່ໜ້າທ່ຽວ​ຊົມ​ຂອງ​ຫລວງ​ພະ​ບາງ.

ໄປ​ຫລວງ​ພະ​ບາງ​ຫາກ​ຍັງ​ບໍ່​ທັນ​ໄດ້​ໄປ​ສຳ​ພັດຖ້ຳຕິ່ງກໍ່​ຖື​ວ່າ​ຍັງ​ບໍ່​ທັນ​ໄດ້​ໄປ​ທ່ຽວ​ຫລາຍ​ບ່ອນ​ເທືອ, ສະ​ນັ້ນ​ຖ້າ​ຜູ້​ໃດ​ຫາກ​ໄດ້​ໄປ​ທ່ຽວ​ຫລວງ​ພະ​ບາງ​ຕ້ອງ​ໄດ້​ລອງ​ໄປ​ທ່ຽວ​ຊົມ​ເບິ່ງ​ເພາະ​ສາ​ມາດ​ເບິ່ງ​ເຫັນ​ໄດ້​ງາຍໆ​ຈາກ​ຝັ່ງ​ຂອງ​ນ້ຳ​ຂອງ, ອາດ​ຈະ​ບໍ່​ແມ່ນ​ຖ້ຳ​ທີ່​ເລີກ ຫລື ໃຫຍ່​ຫລາຍ, ແຕ່​ໃນ​ນັ້ນ​ເຕັມ​ໄປ​ດ້ວຍ​ພະ​ພຸດ​ທະ​ຮູບ​ທີ່​ງົດ​ງາມ​ຫລາຍ​ອົງ, ເຊິງວ່າ​ຖ້ຳ​ຕິ່ງ ໄດ້ຕັ້ງຢູ່ໃນພູໜ່ວຍໜຶ່ງທີ່ຕັ້ງສະຫງ່າ ຢູ່ແຄມແມ່ນ້ຳຂອງ ຝັ່ງກົງກັນຂ້າມກັບປາກນ້ຳອູ ເມືອງແລະແຂວງຫຼວງພະບາງ.

ສຳລັບການເດິນທາງ ຢູ່ໄກຈາກຕົວເມືອງຫຼວງພະບາງໄປປະມານ 25 ກິໂລແມັດ ໄປຕາມເສັ້ນທາງເລກທີ 13 ເໜືອ ຜ່ານບ້ານຊ່າງໄຫ ຈົນເຖິງບ້ານປາກອູ ມີເຮືອຂ້າມຟາກໃຫ້ບໍລິການ ດ້ວຍລາຄາບໍ່ແພງ ຫຼື ຈະນັ່ງເຮືອທີ່່ທ່າວັດຊຽງທອງ ເປັນເຮືອເຊົ່າເໝົາລຳ ເຊິ່ງຈະໄດ້ ທ່ອງ​ທ່ຽວ ແລະ ຊົມວິວທິວທັດສອງຟາກຝັ່ງແມ່ນ້ຳຂອງແບບ​ເຢັນ​ສະ​ບາຍ​ໃຈ ແລະ ຖ້ານັ່ງເຮືອຈາກໃນຕົວເມືອງຈະເປັນການນັ່ງເຮືອ ແລ້ວລ່ອງຂຶ້ນ ໃຊ້ເວລາປະມານ 2 ຊົ່ວໂມງເຄິ່ງ ຂາກັບຈະລ່ອງຕາມນ້ຳໃຊ້ເວລາປະມານຊົ່ວໂມງປາຍ.

ພາບ: laopost.com

ຖ້າຕິ່ງປະກອບໄປດ້ວຍ 2 ຖ້ຳ ແຍກຂວາໄປຖ້ຳລຸ່ມ ແລະແຍກຊ້າຍໄປຖ້ຳເທິງ ຖ້າລຸ່ມນັ້ນສູງ 60 ແມັດ ຈາກພື້ນນ້ຳ ມີລັກສະນະເປັນອຸໂມງຖ້ຳຕື້ນໆ ມີຫິນງອກຫິນຍ້ອຍເລັກໜ້ອຍ ເປັນຖ້ຳທີ່ມີພະພຸດທະຮູບຈຳນວນຫຼາຍ ແລະຫຼາຍຂະໜາດ ສ່ວນຫຼາຍຈະເປັນພະຢືນ ມີທັງປາງປະທານພອນ ແລະປາງຫ້າມຍາດ ຄວາມສຳຄັນຂອງຖ້ຳຕິ່ງໃນສະໄໝ ບູຮານເປັນບ່ອນສັກກາລະ ບວງສວງດວງວິນຍານ ຜີຟ້າ ຜີແຖນ ເທວະດາຜາຕິ່ງ. ທ່ຽວຖ້ຳຕິ່ງ ຖ້ຳພະພຸດ​ທະ​ຮູບທີ່ໜ້າທ່ຽວ​ຊົມ​ຂອງ​ຫລວງ​ພະ​ບາງ


ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page