top of page
Search

ຖ້ຳ​ໃນ​ຕຳ​ນານນິ​ທານຮັກຂຸນ​ລູ​ນາງ​ອົ້ວ ຖ້ຳຂຸນລາງ

  • Writer: Superphil Phil
    Superphil Phil
  • Apr 24, 2020
  • 1 min read

ຖ້ຳຂຸນລາງ ນິ​ທານຕຳນານຮັກຂ້າງດຽວທີ່ມີຕໍ່ນາງອົ້ວ.

ຄິດ​ວ່າ​ຫລາຍໆ​ຄົນ​ຄົງ​ເຄີຍ​ໄດ້​ຍິນ ແລະ ໄດ້​ຟັງ​ເລື່ອງ​ເລົ່າ​ນີ້​ມາ​ແຕ່​ນ້ອຍ, ຫລື ອາດ​ຈະ​ໄດ້​ອ່ານຜ່ານ​ປື້ມ​ນິ​ທານ​ຕ່າງໆ​ຂອງ​ ລາວ​ເຮົາ, ໃນ​ນັ້ນ​ນິ​ທານ​ເລື່ອງ ຂຸນ​ລູ ນາງ​ອົ້ວ​ກໍ່​ແມ່ນ​ນິ​ທານ​ຮັກ​ສາມ​ເສົ້າ​ໜືງ​ທີ່​ໄດ້​ເປັນ​ທີ່​ກ່​າວ​ຂານ​ກັນ​ມາ​ຈົນ​ເຖິງ​ປະ​ຈ​ຸ​ບັນ.

ພາບ​: laophattananews.com

ຖໍ້າຂຸນລາງຕັ້ງຢູ່ບໍລິ ເວນເຂດບ້ານຫ້ວຍສ້ານຫ່າງຈາກເມືອງກາສີ ແຂວງ ວຽງຈັນ ໄປທາງທິດຕາເວັນຕົກສຽງເໜືອ ປະມານ 18 ກິໂລແມັດ ຫຼືຈາກນະຄອນຫຼວງວຽງຈັນໄປ ປະມານ 228 ກິໂລແມັດ, ເປັນບໍລິເວນ ທີ່ເຕັມໄປດ້ວຍພູຜາປ່າດົງ ແລະ ມີນໍ້າຕົກຕາດໄຫຼຕະຫຼອດປີ.

ທ່ານຮອງຫົວໜ້າຫ້ອງການຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ເມືອງ ກາສີ ໃຫ້ຮູ້ວ່າ: ຖໍ້າດັ່ງກ່າວນີ້ຖືກຄົ້ນພົບໃນປີ 1987 ແລະ ໄດ້ເລີ່ມພັດທະນາໃຫ້ ເປັນແຫຼ່ງທ່ອງທ່ຽວທາງທຳມະຊາດຂອງ ເມືອງມາຕັ້ງແຕ່ປີ 2011 ແລະໄດ້ເປີດ ໃຫ້ນັກທ່ອງທ່ຽວເຂົ້າໄປ ທ່ຽວຊົມນັບ ຕັ້ງແຕ່ນັ້ນມາ ໂດຍສະເລ່ຍແຕ່ລະປີ ມີນັກທ່ອງທ່ຽວເຂົ້າມາທ່ຽວຊົມ ບໍ່ຕໍ່າກວ່າ 5.000 ຄົນ ໂດຍ ສະເພາະລະດູໜາວແມ່ນ ໄດ້ຮັບຄວາມນິຍົມ ແລະ ມີຄວາມຟົດຟື້ນຫຼາຍ ຍ້ອນສະພາບແວດລ້ອມ ແລະ ມີຄວາມສະດວກສະບາຍ ກວ່າລະດູອື່ນໆ. ທ່ານຮອງຫົວໜ້າຫ້ອງການໃຫ້ຮູ້ອີກວ່າ: ກ່ອນຈະໄດ້ຊື່ວ່າ “ຖໍ້າຂຸນລາງ” ຍ້ອນ ເຫັນວ່າໃນຖໍ້າດັ່ງກ່າວນີ້ມີ ຫີນຍ້ອຍລົງມາກໍ່ໃຫ້ເກີດ ມີຮູບລັກສະນະຕ່າງໆຄືກັບ ເຄື່ອງປະກອບໃນຂະບວນ ແຫ່ຂັນໝາກຂອງຂຸນລາງ ໃນຕຳນານຮັກ “ຂຸນລູ- ນາງ ອົ້ວ”. ເລື່ອງມີຢູ່ວ່າ

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

コメント


© 2023 by NOMAD ON THE ROAD. Proudly created with Wix.com

bottom of page